ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ນຳ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ກ່​ວາ​ອີກ

10:18 | 20/01/2026

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຕໍ່ຫຼາຍປະເທດ, ໃນນັ້ນມີລາວ ແລະ ຫວຽດນາມ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ
ກອງ​ປະ​ຊຸມ​ໃຫຍ່ ຄັ້ງ XIV ຂອງ​ພັກ: ຄວາມ​ຄາດ​ໝາຍ​ນະ​ໂຍ​ບາຍ​ສຳ​ລັບ​ຫວຽດ​ນາມ.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ນຳ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ກ່​ວາ​ອີກ
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: TTXVN)

ຖານະບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນໃນພາກພື້ນ ແລະ ບົນເວທີສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະສືບຕໍ່ວາງອອກບັນດາການກຳນົດທິດອັນຖືກຕ້ອງ, ນຳຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໃນວັນທີ 19 ມັງກອນ ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນ ຢູ່ນະຄອນຫຼວງ ຮ່າໂນ້ຍ.

ຕາມທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຕໍ່ຫຼາຍປະເທດ, ໃນນັ້ນມີລາວ ແລະ ຫວຽດນາມ. ກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ລາວ ແລະ ຫວຽດນາມ ມີມູນເຊື້ອມາແຕ່ດົນນານ, ກົນໄກປະສານສົມທົບ, ແລກປ່ຽນ ແລະ ໜູນຊ່ວຍເຊິ່ງກັນແລະກັນ ບໍ່ພຽງແຕ່ໃນອະດີດຕະການ, ປັດຈຸບັນ ເທົ່ານັ້ນ ຫາກຍັງໃນອະນາຄົດອີກດ້ວຍ. ການພົວພັນແບບພິເສດນີ້ໄດ້ຮັບຖືວ່າແມ່ນຊັບສົມບັດອັນລ້ຳຄ່າ, ພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຍາວນານຂອງທັງສອງປະເທດ.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ກອງປະຊມໃຫຍຄງທ-xiv-ຂອງພກ-ນຳຫວຽດນາມພດທະນາຢາງວອງໄວ-ແລະ-ຍນຍງກວາອກ-1459627.vov

ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຈະ​ດຳ​ເນີນ​ໃນ​ວັນ​ທີ 4 ທັນວາ ກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຈະ​ດຳ​ເນີນ​ໃນ​ວັນ​ທີ 4 ທັນວາ

ຍສໝ - ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຈະຈັດຕັ້ງ “ກອງປະຊຸມສາກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ບັນດາຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ” ໃນວັນທີ 4 ທັນວາ 2025.

ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ພັດ​ທະ​ນາ​ການ​ປະ​ມົງ​ຫວຽດ​ນາມ​ຢ່າງ​ໂປ່​ງ​ໃສ, ​ຍືນ​ຍົງ ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ພັດ​ທະ​ນາ​ການ​ປະ​ມົງ​ຫວຽດ​ນາມ​ຢ່າງ​ໂປ່​ງ​ໃສ, ​ຍືນ​ຍົງ

ຍສໝ - ຫວຽດນາມ ພວມ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ອົງການ ​ແລະ ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ເພື່ອ​ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ມີ​ການ​ລາຍ​ງານ, ບໍ່​ມີ​ລະບຽບ (IUU) ​ແລະ ພັດທະນາ​ການ​ປະມົງ​ແບບ​ຍືນ​ຍົງ. ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກສາ​ຊັບພະຍາກອນ​ສິນ​ໃນ​ນ້ຳ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ສູງ​ກຳລັງ​ການ​ຄຸ້ມ​ຄອງ, ຄວາມ​ໂປ່​ງ​ໃສ​ຂອງ​ຕ່ອງ​ໂສ້​ການ​ສະໜອງ, ​ເພີ່ມ​ທະວີ​ການ​ແຂ່ງຂັນ​ສາກົນ​ຂອງ​ອຸດສາຫະກຳ​ອາຫານ​ທະ​ເລ​ຂອງ​ຫວຽດນາມ.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ