ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ

15:29 | 10/04/2026

ຍສໝ - ສືບຕໍ່ການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດຢູ່ ສປປ ລາວ ຢ່າງຫຼວງຫຼາຍ.

ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ
້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ
ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ

ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ກ່າວຄຳປາໄສທີ່ກອງປະຊຸມ. ພາບ: VNA

ພາຍຫຼັງທີ່ໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບການເຄື່ອນໄຫວຂອງສະຖານທູດຫວຽດນາມ ປະຈຳລາວ ໃນໄລຍະຜ່ານມາ ຈາກທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ; ໃນນາມການນຳພັກ ແລະ ລັດ, ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ໄດ້ຝາກຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມ ແລະ ຄຳອວຍພອນອັນດີງາມທີ່ສຸດ ມາຍັງພະນັກງານ, ເຈົ້າໜ້າທີ່ສະຖານທູດທຸກຄົນ ພ້ອມດ້ວຍຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ລາວ.

ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກຄີ

ສະຫາຍ ໃຫ້ຮູ້ວ່າ ການຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ຂອງຄະນະຜູ້ແທນໃນຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າໃນການຮັດແໜ້ນ, ຂະຫຍາຍພື້ນຖານສາຍພົວພັນທາງດ້ານການເມືອງ, ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຕົວຈິງໃນທຸກຂົງເຂດ ແລະ ທຸກຊ່ອງທາງການຮ່ວມມື. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ, ກໍ່ຄືການສ້າງ ແລະ ຮັດແໜ້ນສາຍພົວພັນອັນສະໜິດແໜ້ນລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ.

ທັນທີພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຄະນະບໍລິຫານງານສູນກາງພັກ ໄດ້ປະກາດໃຊ້ແຜນດຳເນີນງານ ໄລຍະປີ 2026 - 2030 ດ້ວຍບັນດາໜ້າທີ່, ໂຄງການຈຸດສຸມ, ກຳນົດແຈ້ງຄວາມຮັບຜິດຊອບ, ແຫຼ່ງທຶນ ແລະ ຄາດໝາຍເວລາການຈັດຕັ້ງປະຕິບັດ, ສ້າງພື້ນຖານທີ່ສຳຄັນເພື່ອຜັນຂະຫຍາຍມະຕິໃຫ້ມີປະສິດທິຜົນ. ພ້ອມດຽວກັນນັ້ນ, ຄະນະເລຂາທິການ ໄດ້ຈັດກອງປະຊຸມທົ່ວປະເທດເພື່ອເຊື່ອມຊຶມມະຕິ ໃນຮູບແບບເຊິ່ງໜ້າສົມທົບກັບທາງໄກ, ປະກອບສ່ວນເຮັດໃຫ້ທົ່ວພັກມີຄວາມຮັບຮູ້, ເຈດຈຳນົງ ແລະ ການກະທຳທີ່ເປັນເອກະພາບ, ສ້າງຄວາມເປັນເອກະພາບໃນສັງຄົມ ແລະ ປຸກລະດົມຈິດໃຈຄວາມສາມັກຄີຂອງປວງຊົນທັງຊາດຢ່າງແຂງແຮງ.

ຄຽງຄູ່ກັນນັ້ນ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສະໄໝປີ 2026-2031 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໂດຍມີຜູ້ມີສິດເລືອກຕັ້ງຫຼາຍກວ່າ 76 ລ້ານຄົນເຂົ້າຮ່ວມ, ບັນລຸອັດຕາຫຼາຍກວ່າ 99%, ເຊິ່ງແມ່ນລະດັບສູງສຸດໃນຮອບ 16 ຄັ້ງຂອງການເລືອກຕັ້ງ. ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XVI ໄດ້ປັບປຸງບູລະນະບັນດາຕຳແໜ່ງການນຳຂອງລັດ, ສະພາແຫ່ງຊາດ, ລັດຖະບານ, ສືບຕໍ່ປັບປຸງກົງຈັກການປົກຄອງຂັ້ນຕ່າງໆໃຫ້ສົມບູນ ເພື່ອຜັນຂະຫຍາຍບັນດາມະຕິທີ່ກອງປະຊຸມໃຫຍ່ຂອງພັກວາງອອກໃນທັນທີ.

ສະຫາຍ ເຈິ່ນເກີ໋ມຕູ້ ຖືວ່າ ບັນດາໝາກຜົນໃນທາງບວກນີ້ ແມ່ນຂໍ້ພິສູດອັນມີຊີວິດຊີວາໃຫ້ແກ່ການພັດທະນາທີ່ນັບມື້ນັບໜັກແໜ້ນຂອງຫວຽດນາມ; ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ ສືບຕໍ່ໄດ້ຮັບການຮັດແໜ້ນ, ສະແດງໃຫ້ເຫັນເຖິງຈິດໃຈຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມສະໜິດແໜ້ນລະຫວ່າງ "ເຈດຈຳນົງຂອງພັກ ແລະ ນ້ຳໃຈຂອງປະຊາຊົນ".

ຜູ້ປະຈຳການຄະນະເລຂາທິການ ເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈ ແລະ ການສະໜັບສະໜູນຂອງປະຊາຊົນທັງໝົດ, ໃນນັ້ນມີຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ລາວ, ບັນດາອົງການຕົວແທນຂອງປະຊາຊົນ ຈະສຳເລັດພາລະກິດຂອງຕົນຢ່າງດີເລີດ, ປະກອບສ່ວນນຳພາປະເທດຊາດພັດທະນາຢ່າງໄວວາ ແລະ ຍືນຍົງ, ຍົກສູງບົດບາດຂອງຫວຽດນາມໃນເວທີສາກົນ, ພ້ອມທັງສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

ເຖິງວ່າສະພາບການໂລກ ແລະ ພາກພື້ນ ຈະມີການຜັນແປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ຍ້ອນການເຂົ້າຮ່ວມຢ່າງຂຸ້ຽວຂາດຂອງທົ່ວລະບົບການເມືອງ, ປະຊາຊົນ ແລະ ຂະແໜງການວິສາຫະກິດ, ສະພາບເສດຖະກິດ-ສັງຄົມ ໃນ 3 ເດືອນຕົ້ນປີ 2026 ຂອງຫວຽດນາມ ຍັງຮັກສາທ່າຂະຫຍາຍຕົວໃນທາງບວກ. ຄຽງຄູ່ກັນນັ້ນ, ວຽກງານສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສິນລະປະ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປັບປຸງກົງຈັກໃຫ້ກະທັດຮັດ... ແມ່ນສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ຜູ້ປະຈຳການຄະນະເລຂາທິການ ໄດ້ຊີ້ແຈ້ງວ່າ ພັກ ແລະ ລັດ ຍາມໃດກໍ່ໃຫ້ຄວາມສົນໃຈ ແລະ ເບິ່ງແຍງດູແລຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ, ເຊິ່ງແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກໄດ້ຂອງປະຊາຊົນຫວຽດນາມ. “ຂ້າພະເຈົ້າ ປາດຖະໜາໃຫ້ພໍ່ແມ່ພີ່ນ້ອງຈົ່ງສືບຕໍ່ມານະພະຍາຍາມບຸກບືນຂຶ້ນ, ປະກອບສ່ວນຕົວຈິງເຂົ້າໃນການພັດທະນາຂອງ ສປປ ລາວ, ພ້ອມທັງຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກຄີ, ການຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ. ຕ້ອງເອົາໃຈໃສ່ສຶກສາອົບຮົມໄວໜຸ່ມຮຸ່ນຫຼັງໃຫ້ຮັກສາພາສາຫວຽດ, ຫັນໜ້າຫາບ້ານເກີດເມືອງນອນ, ຮ່ວມກັນສ້າງຊຸມຊົນໃຫ້ນັບມື້ນັບເຂັ້ມແຂງ, ມີກຽດສັກສີໃນສັງຄົມປະເທດເຈົ້າພາບ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ”, ຜູ້ປະຈຳການຄະນະເລຂາທິການ ເນັ້ນໜັກ.

ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ

ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ແລະ ປະຊາຄົມຊາວຫວຽດນາມ ປະຈຳລາວ.

ກ່ຽວກັບຄວາມມຸ່ງມາດປາດຖະໜາ ແລະ ຂໍ້ສະເໜີຂອງຊຸມຊົນ, ສະຫາຍ ຜູ້ປະຈຳການຄະນະເລຂາທິການ ໃຫ້ຮູ້ວ່າ: ພັກ ແລະ ລັດ ຍາມໃດກໍ່ຮັບຟັງ, ພ້ອມທັງໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ ໃຫ້ແກ່ຊຸມຊົນຄົນຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ລາວ. ບັນດາຜູ້ນຳສອງປະເທດ ຈະສືບຕໍ່ແລກປ່ຽນ ແລະ ປັບປຸງບັນດາຂອບເຂດນິຕິກຳໃຫ້ສົມບູນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ມີປະສິດທິຜົນ.

ໃນໂອກາດນີ້, ສະຫາຍ ເຈິ່ນ ເກີ໋ມ ຕູ້, ຜູ້ປະຈຳການຄະນະເລຂາທິການ ໄດ້ຈົດຈຳ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄະນະພະນັກງານ, ເຈົ້າໜ້າທີ່ສະຖານທູດ, ສະຫາຍເອກອັກຄະລັດຖະທູດ ແລະ ບັນດາອົງການຕົວແທນ ທີ່ໄດ້ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອສຳເລັດໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

ສະຫາຍ ຜູ້ປະຈຳການຄະນະເລຂາທິການ ຢືນຢັນວ່າ: ສະຖານທູດຫວຽດນາມ ປະຈຳລາວ ບໍ່ພຽງແຕ່ແມ່ນຂົວຕໍ່ທາງດ້ານການເມືອງ ແລະ ການທູດ ລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຍັງແມ່ນເຮືອນຊານບ້ານຊ່ອງລວມ ຂອງຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ, ແມ່ນສັນຍະລັກຂອງມິດຕະພາບ ແລະ ຄວາມສາມັກຄີ. ພັກ ແລະ ລັດ ຍາມໃດກໍ່ໃຫ້ຄວາມສົນໃຈສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ບັນດາອົງການຕົວແທນຫວຽດນາມ ຢູ່ຕ່າງປະເທດ ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ...

ສະຫາຍ ຜູ້ປະຈຳການຄະນະເລຂາທິການ ໄດ້ສະເໜີໃຫ້ ສະຫາຍເອກອັກຄະລັດຖະທູດ ຫງວຽນມິງເຕີມ ພ້ອມດ້ວຍພະນັກງານ, ເຈົ້າໜ້າທີ່ສະຖານທູດ ແລະ ບັນດາອົງການຕົວແທນຂ້າງຄຽງສະຖານທູດຫວຽດນາມ ປະຈຳລາວ ຈົ່ງສືບຕໍ່ເສີມຂະຫຍາຍຈິດໃຈຄວາມສາມັກຄີ, ຄວາມຮັບຜິດຊອບ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ; ເຮັດດີກວ່າເກົ່າໃນວຽກງານຊຸມຊົນ, ເພີ່ມທະວີການປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລາວ ເພື່ອຜັນຂະຫຍາຍບັນດາມາດຕະການເບິ່ງແຍງດູແລ ແລະ ຊ່ວຍເຫຼືອພໍ່ແມ່ພີ່ນ້ອງ ໂດຍສະເພາະແມ່ນຢູ່ເຂດທີ່ຍັງມີຄວາມຫຍຸ້ງຍາກ, ຊ່ວຍໃຫ້ຊຸມຊົນຄົນຫວຽດນາມ ມີຖານະທາງດ້ານນິຕິກຳທີ່ໜັກແໜ້ນ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ພັດທະນາເສດຖະກິດ, ເຄົາລົບລະບຽບກົດໝາຍ ແລະ ເຊື່ອມໂຍງເຂົ້າກັບສັງຄົມປະເທດເຈົ້າພາບຢ່າງສະດວກສະບາຍ.

ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ

ພິທີບາສີສູ່ຂວັນຕາມຮີດຄອງປະເພນີຂອງລາວ ໂດຍແມ່ນສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນປະທານ - ພາບ: VNA

ໃນຕອນບ່າຍຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນຕາມຮີດຄອງປະເພນີຂອງລາວ ໂດຍແມ່ນສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນປະທານ.

ໃນຕອນຄ່ຳຂອງວັນທີ 9 ເມສາ, ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງສົມກຽດ ໂດຍແມ່ນສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນປະທານ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່

ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569).

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ