| ເຜີຍແຜ່ພາສາຫວຽດນາມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ-ລາວ ໃນໝູ່ຊາວໜຸ່ມ | |
| ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ |
![]() |
| ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຊົມເຊີຍສະຖານທູດລາວ ປະຈຳຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່. (ພາບ: Dinh Hoa) |
ທີ່ການພົບປະ, ທ່ານ ຫງວຽນດັກວິງ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ແລະ ບັນດາພະນັກງານ, ພາລະກອນສະຖານທູດ ແລະ ປະຊາຊົນລາວ, ເນັ້ນໜັກວ່າ: ຄວາມຜາສຸກຂອງປະຊາຊົນລາວ ກໍ່ແມ່ນຄວາມຜາສຸກຂອງຊາວ ຫວຽດນາມ. ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ ສປປ ລາວ ບັນລຸໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ, ມີບາດກ້າວພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານ ຫງວຽນດັກວິງ ຢືນຢັນວ່າ, ໃນສະພາບການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນໂລກ, ຫວຽດນາມ ຍັງຄົງຮັກສາບັນດາໝາກຜົນໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງສືບຕໍ່ປະຕິບັດບັນດາໜ້າທີ່ສຳຄັນຂອງພັກ, ລັດ. ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວຈະສືບຕໍ່ພັດທະນາແບບຍືນຍົງ, ນຳມາໃຫ້ປະຊາຊົນນັບມື້ນັບຮັ່ງມີເຂັ້ມແຂງ.
![]() |
| ທ່ານ ຫງວຽນດັກວິງ (ຊ້າຍ), ກຳມະການສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມຂອງສະພາແຫ່ງຊາດຊຸດທີ 15, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງບັນດາພະນັກງານສະຖານທູດ ແລະ ປະຊາຊົນລາວ. (ພາບ: Dinh Hoa) |
ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ປາດຖະໜາວ່າ ສະຖານທູດລາວ ປະຈຳ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມປະຕິບັດບັນດາການເຄື່ອນໄຫວທາງການທູດຂອງປະຊາຊົນຢ່າງມີປະສິດທິຜົນ, ປະກອບສ່ວນບໍາລຸງສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.
ໃນການຕອບສະໜອງ, ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໄດ້ຂອບໃຈຄະນະຜູ້ແທນທີ່ມາອວຍພອນບຸນເຕັດ ແລະ ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະມາຄົມມິດຕະພາບຫວຽດນາມ - ລາວ ໃນການປະຕິບັດບັນດາການເຄື່ອນໄຫວເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ໃນໄລຍະຈະມາເຖິງ.
| ປັບປຸງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ-ລາວ ຍສໝ - ໃນວັນທີ 27 ມີນາ, ທີ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ຮ່ວມມືກັບກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສຶກສາ ແລະ ການຄຸ້ມຄອງນັກສຶກສາລາວປະຈຳຫວຽດນາມ ປະຈຳປີການສຶກສາ 2025-2026 ແລະ ຈັດຕັ້ງປະຕິບັດແຜນການສຳລັບປີການສຶກສາ 2026-2027. |
| “ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ. |
ມີງດຶກ

