ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ

09:31 | 09/09/2023

ຍສໝ - ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ນໍາພາປະຊາຊົນຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ, ຍົກສະມັດຖະພາບການຜະລິດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕະຫລາດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄື ຕ່າງປະເທດ.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ) ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ ແລະແຂວງເຊກອງ ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ ແລະແຂວງເຊກອງ

ໃນໂອກາດລົງຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງຢູ່ເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ໃນວັນທີ 26 ກັນຍາຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ນໍາພາປະຊາຊົນຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ, ຍົກສະມັດຖະພາບການຜະລິດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕະຫລາດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄື ຕ່າງປະເທດ.

ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ

ພ້ອມນີ້, ກໍເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ ແລະ ຂະຫຍາຍການຈັດຕັ້ງພັກ ຕິດພັນກັບການປັບປຸງແບບແຜນນໍາພາ-ວິທີເຮັດວຽກຂອງອົງການປົກຄອງບ້ານໃຫ້ເຂັ້ມແຂງ, ເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນຢ່າງແທ້ຈິງ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ຂໍ້ກໍານົດ-ກົດໝາຍຂອງລັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ,ປຸກລະດົມປະຊາຊົນພ້ອມກັນປູກໄມ້ຟື້ນຟູປ່າ, ປົກປັກຮັກສາປ່າໃຫ້ຍືນຍົງ, ຄຸ້ມຄອງ-ນໍາໃຊ້ທີ່ດີ ແລະ ປະກອບເສຍພັນທະໃຫ້ລັດຕາມລະລຽບກົດໝາຍ,ປະຕິບັດຫຼັກການອະນາໄມ 3 ສະອາດ, ຊຸກຍູ້ສົ່ງເສີມລູກ-ຫຼານໃຫ້ຮຽນໃນລະດັບຕ່າງໆ,ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍາລັງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ ເພື່ອເຮັດໜ້າທີ່ປ້ອງກັນເວນຍາມ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນບ້ານຂອງຕົນ.

ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ

ທ່ານ ສຸກສະໄໝ ວົງສະນຸພິດ ຫົວໜ້າເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ໄດ້ລາຍງານວ່າ: ເຂດຈຸດສຸມພັດທະນາທີ I ເທດສະບານເມືອງທ່າແຕງ ປະກອບມີ 10 ບ້ານ 2.434 ຫຼັງຄາເຮືອນ 2.434 ຄອບຄົວ ແລະ ມີພົນລະເມືອງທັງໝົດ 14.080 ຄົນຍິງ 7.104 ຄົນ; ມີເນື້ອທີ່ນາທັງໝົດ 745,2 ເຮັກຕາ, ຜົນຜະລິດ 3.539,59 ໂຕນ; ກາເຟ 2.002,33 ເຮັກຕາ (ເນື້ອທີ່ໃຫ້ໝາກ 1.541,3 ເຮັກຕາ) ຜົນຜະລິດ 6.678,8 ໂຕນ; ໝາກແໜ່ງ 98,9 ເຮັກຕາຜົນຜະລິດ 98,9 ໂຕນ; ພືດຜັກສະບຽງອງຫານ 314,29 ເຮັກຕາຜົນຜະລິດ 2.357,18 ໂຕນ; ສາລີຫວານ 184,8 ເຮັກຕາຜົນຜະລິດ 1.088 ໂຕນ; ມັນຕົ້ນທາດແປ້ງ 1.045,61 ເຮັກຕາຜົນຜະລິດ 27.813,23 ໂຕນ; ໝາກສະເຫວີ່ 66 ເຮັກຕາຜົນຜະລິດ 669 ໂຕນ; ໝາກເຂືອ 50 ເຮັກຕາຜົນຜະລິດ 415 ໂຕນ,ກະລຳປີ 308,7 ເຮັກຕາຜົນຜະລິດ 7.717,5 ໂຕນ,ຜັກກາດຫໍ່ 209,9 ເຮັກຕາຜົນຜະລິດ 2.497 ໂຕນ, ເຜືອກມັນ 94,3 ເຮັກຕາຜົນຜະລິດ 1.313,6 ໂຕນ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດ ແລະ ການບໍລິການຄ້າຂາຍ ຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.