ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ: ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ

10:49 | 24/07/2022

ຍສໝ-ເວທີ​ປາ​ໄສ​ມີການເຂົ້າຮ່ວມຂອງ​ນັກ​ປັນຍາ​ຊົນ​ໜຸ່ມທັງ​ຢູ່​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ​ເປັນຈໍານວນ 200 ຄົນ.

ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ
ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ປະທານກໍາມາທິການເສດຖະກິດ ຫວຽດນາມ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ
ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ: ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ
ພາບປະກອບ​ ( ພາບ:vovworld.vn)

ເພື່ອ​ສືບ​ຕໍ່​ການປັບປຸງ ​ແລະ ​ຍົກສູງບົດບາດ​ຂອງ​ເຄືອ​ຂ່າຍ​ນັກ​ປັນຍາ​ຊົນ​ໜຸ່ມ ​ຫວຽດນາມ ໃນທົ່ວ​ໂລກ, ​ເພີ່ມ​ທະວີ​ການ​ເຊື່ອມຕໍ່, ການຮ່ວມ​ມື ​ແລະ ການ​ພົບປະແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ, ນັກປັນຍາ​ຊົນ​ໜຸ່ມ ຫວຽດນາມ ຢູ່​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ນັກປັນຍາ​ຊົນ​ໜຸ່ມ​ທົ່ວ​ໂລກ​ ຄັ້ງ​ທີ V ​ໃນ​ເດືອນ ພະຈິກ 2022.

​ເວທີ​ປາ​ໄສ​ປີ​ນີ້​ມີ​ຫົວ​ຂໍ້ວ່າ “ນັກ​ປັນຍາ​ຊົນ​ໜຸ່ມ​ຊຸກຍູ້​ການ​ນຳ​ໃຊ້​ວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຢີ, ປ່ຽນແປງໃໝ່ຫົວປະດິດ​ສ້າງ, ປະກອບສ່ວນ​ຟື້ນ​ຟູ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ພາຍຫຼັງ​ໂລກລະບາດ” ​ເພື່ອ​ປັບປຸງ ແລະ ຍົກສູງ​ບົດບາດ​ຂອງ​ເຄືອ​ຂ່າຍ​ນັກປັນຍາ​ຊົນ​​ໜຸ່ມ​ຫວຽດນາມໃນທົ່ວໂລກ; ​ເພີ່ມ​ທະວີ​ການເຊື່ອມຕໍ່, ການຮ່ວມ​ມື ​ແລະ ການ​ພົບປະແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ, ນັກປັນຍາ​ຊົນ​ໜຸ່ມ ຫວຽດນາມ ຢູ່​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ.

ເວທີ​ປາ​ໄສ​ມີການເຂົ້າຮ່ວມຂອງ​ນັກ​ປັນຍາ​ຊົນ​ໜຸ່ມທັງ​ຢູ່​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ​ເປັນຈໍານວນ 200 ຄົນ. ບັນດາ​ຜູ້​ແທນ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ 4 ກຸ່ມ​ຫົວ​ຂໍ້​ຄື ການສະ​ເໜີ​ຮູບ​ແບບ​ການ​ເຕີບ​ໂຕ, ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ; ການວາງແຜນ ແລະ ວິທີແກ້ໄຂເພື່ອນຳໃຊ້ຢ່າງມີປະສິດທິຜົນ, ການວາງແຜນທ້ອງຖິ່ນ, ບໍລິເວນ ແລະ ປະເທດຊາດຕ້ອງປະຕິບັດຄົບຊຸດ; ເສີມຂະຫຍາຍບົດບາດຂອງນັກປັນຍາຊົນຫນຸ່ມ ຫວຽດນາມ ໃນການສ້າງພື້ນຖານວັດທະນະທໍາ ຫວຽດນາມ ທີ່ກ້າວໜ້າ, ເຊິ່ງມີສີສັນຂອງຊາດຢ່າງເຂັ້ມຂຸ້ນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບໂລກ; ຍົກສູງ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ, ຕິດ​ພັນ​ກັບ​ການປ່ຽນແປງໃໝ່​ລະບົບ​ສາທາລະນະ​ສຸກ.

ແຕ່ເດືອນກັນຍາ ຫາ ເດືອນຕຸລາ 2022, ຄະນະຈັດຕັ້ງຈະດໍາເນີນການສໍາມະນາຂະແໜງການທີ່ກ່ຽວຂ້ອງກັບບັນດາກຸ່ມຫົວຂໍ້ເຫຼົ່ານີ້ໃນຮູບແບບທາງໄກ.

ຫອມມາລາ

ເຫດການ
302 Found

Found

The document has moved here.