ກະຊວງປ້ອງກັນປະເທດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ, ຟີລິບປິນ

17:53 | 09/03/2024

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມ ADMM ວົງແຄບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນເຕີນເກືອງ ໄດ້ມີການພົບປະສອງຝ່າຍກັບຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ ແລະ ຟີລິບປິນ ເພື່ອຊຸກຍູ້ການພົບພະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດ.

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື
ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM ວົງແຄບ) ຢູ່ແຂວງ ຫຼວງພະບາງ, ພາກເໜືອຂອງລາວ, ຕອນບ່າຍວັນທີ 5 ມີນາ ທ່ານພົນໂທ ຫງວຽນເຕີນເກືອງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການພົບປະສອງຝ່າຍກັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ - ທ່ານ Muhammad Herindra, ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ - ທ່ານ Irineo C. Espino.

ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Muhammad Herindra, ທ່ານພົນໂທ ຫງວຽນເຕີນເກື່ອງ ໄດ້ສະແດງຄວາມຊົມເຊີຍກະຊວງປ້ອງກັນປະເທດ ອິນໂດເນເຊຍ ທີ່ຫາກໍໄດ້ຈັດຕັ້ງບັນດາເຫດການໃນປີເປັນປະທານອາຊຽນ 2023 ຢ່າງສຳເລັດຜົນ, ປະກອບສ່ວນຮັກສາກຳລັງແຮງການຮ່ວມມື, ຍົກສູງທີ່ຕັ້ງຂອງ ອາຊຽນ.

ທ່ານພົນໂທ ຫງວຽນເຕີນເກືອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ອິນໂດເນເຊຍ.

ກະຊວງປ້ອງກັນປະເທດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ, ຟີລິບປິນ

ທ່ານພົນໂທ ຫງວຽນເຕີນເກືອງ ໄດ້ພົບພະກັບທ່ານ Muhammad Herindra, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ

ບົນພື້ນຖານໝາກຜົນຂອງບັນດາເອກະສານການຮ່ວມມືທີ່ໄດ້ລົງນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນການພົບພະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດ ແມ່ນຄະນະຜູ້ແທນຂັ້ນສູງ; ບັນດາກົນໄກເຈລະຈາລະຫວ່າງສອງກະຊວງ​ປ້ອງ​ກັນ​ປະ​ເທດ; ການຮ່ວມມືດ້ານການທະຫານ, ເຫຼົ່າທະຫານ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຄວາມສາມາດບົ່ນຊ້ອນຄື ອຸດສາຫະກຳ​ປ້ອງ​ກັນຊາດ, ພະລາທິການ ແລະ ການແພດທະຫານ; ສືບ​ຕໍ່​ປະສານ​ສົມທົບ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ເຫດການຫຼາຍ​ຝ່າຍ.

ທ່ານພົນໂທ ຫງວຽນເຕີນເກືອງ ປາດຖະໜາວ່າ ກຳລັງເຈົ້າທີ່ປະຕິບັດກົດໝາຍຢູ່ທະເລຂອງສອງປະເທດ ກໍເພີ່ມທະວີການສົມທົບແລກປ່ຽນຂໍ້ມູນ, ການຮ່ວມມື, ໜູນຊ່ວຍກຳປັ່ນຫາປາ ແລະ ຊາວປະມົງຂອງກັນ ທີ່ຖືກເຄາະຮ້າຍຢູ່ທະເລ, ກໍຄືການປະພຶດມະນຸດສະທຳຕໍ່ກຳປັ່ນຫາປາ ແລະ ຊາວປະມົງ, ເໝາະສົມກັບສາຍພົວພັນສອງປະເທດ ແລະ ຈິດໃຈສາມັກຄີຂອງ ອາຊຽນ.

ທີການພົບພະກັບທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ Irineo C. Espino, ສອງຝ່າຍ ໄດ້ຕີລາຄາວ່າ ການພົວພັນດ້ານປ້ອງກັນປະເທດສອງຝ່າຍ ໃນໄລຍະທີ່ຜ່ານມາ ໄດ້ຜັນຂະຫຍາຍນໃນບັນດາຂົງເຂດ ຢ່າງມີປະສິດທິຜົນ, ໃນນັ້ນ ມີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ສົ່ງ​ກຳ​ປັ່ນ​ຢ້ຽມຢາມ; ປຶກສາ ແລະ ຟັງຄວາມຄິດເຫັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ ແລະ ຂອບເຂດການຮ່ວມມືຫຼາຍຝ່າຍ ໂດຍ ອາຊຽນ ເປັນຜູ້ນຳພາ.

ທ່ານພົນໂທ ຫງວຽນເຕີນເກືອງ ສະເໜີສອງຝ່າຍສົ່ງເສີມ​ການລົງນາມໃນເອກະສານຮ່ວມມືຄື: ສັນຍາການຮ່ວມມືດ້ານປ້ອງກັນຊາດ, ບົດບັນທຶກກ່ຽວກັບການໜູນຊ່ວຍພະລາທິການສອງຝ່າຍ; ບັນດາ​ອົງການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ການ​ແລກປ່ຽນ​ຂໍ້​ມູນ, ການຮ່ວມ​ມື, ຊ່ວຍ​ເຫຼືອ​ກຳ​ປັ່ນ​ຫາ​ປາ ​ແລະ ຊາວ​ປະມົງ​ຂອງກັນ ທີ່ຖືກເຄາະຮ້າຍຢູ່ທະເລ, ກໍຄືການປະພຶດມະນຸດສະທຳຕໍ່ກຳປັ່ນຫາປາ ແລະ ຊາວປະມົງ, ເໝາະສົມກັບສາຍພົວພັນສອງປະເທດ ແລະ ຈິດໃຈສາມັກຄີຂອງ ອາຊຽນ.

ສອງຝ່າຍເຫັນດີເປັນເອກະພາບ ຖືວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ຍັງມີຫຼາຍຄວາມສາມາດບົ່ມຊ້ອນ, ສະນັ້ນ, ສະ​ເໜີ​ໃຫ້​ບັນດາ​ອົງການ​ຄົ້ນ​ຄ້ວາ​​ຂໍ້​ສະ​ເໜີ​ ​ເພື່ອ​ພັດທະນາ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຈຸດສຸມແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາ​ກົນ​ໄກ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນ​ຊາດ; ການຮ່ວມມືດ້ານການທະຫານ, ເຫຼົ່າທະຫານ ; ແລກປ່ຽນນາຍທະ ຫານໜຸ່ມ; ຄົ້ນຄວ້າ​ຄວາມສາມາດເປີດກ້ວາງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ພະລາທິການ, ການ​ແພດ​ການ​ທະຫານ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ທາງ​ທະ​ເລ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.