ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ

07:30 | 13/07/2022

ຍສໝ - ວັນທີ 10 ກໍລະກົດ, ພິທີປະກາດ ແລະ ມອບລາງວັນກອງທຶນສົ່ງເສີມການສຶກສາຂອງສະມາຄົມຊາວຫວຽດນາມ ຢູ່ນະຄອນ Kitakhyushu (ຍີ່ປຸ່ນ) ໄດ້ຈັດຂື້ນດ້ວຍບັນຍາກາດສະຫງ່າຜ່າເຜີຍທີ່ກົງສູນໃຫຍ່ຫວຽດນາມ ຢູ່ແຂວງ Fukuoka.

ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ
ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ
ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ

ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ

ສະມາຊີກ 5 ຄົນ ຂອງສະມາຄົມຊາວຫວຽດນາມຢູ່ນະຄອນ Kitakhyushu ໄດ້ເປັນກຽດຮັບລາງວັນໃນການມອບລາງວັນ ຄັ້ງທໍາອິດຂອງກອງທຶນ.

ກອງທຶນສົ່ງເສີມການສຶກສາຂອງສະມາຄົມຊາວຫວຽດນາມ ຢູ່ນະຄອນ Kitakhyushu (ກອງທຶນສົ່ງເສີມການສຶກສາ VAK) ໄດ້ລິເລີ່ມດ້ວຍຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ນະຄອນ Kitakhyushu ໂດຍຈຸດປະສົງສົ່ງເສີມໃຫ້ສະມາຊິກທຸກຄົນ,ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ໃນການຮ່ຳຮຽນພາສາຍີ່ປຸ່ນ, ປັບຕົວໃຫ້ເຂົ້າກັບການດຳລົງຊີວິດຢູ່ຍີ່ປຸ່ນ.

ກ່າວຄຳປາໄສຢູ່ໃນພິທີ, ທ່ານນາງ ຕ້າ ມີງ ທູ - ປະທານສະມາຄົມຊາວຫວຽດນາມ ຢູ່Kitakhyushu (ຍີ່ປຸ່ນ) - ຫວັງວ່າ ຜ່ານກອງທຶນສົ່ງເສີມການສຶກສານີ້ ຈະສົ່ງເສີມ,ແຜ່ກະຈາຍຂະບວນການຮຽນພາສາຍີ່ປຸ່ນໃນປະຊາຄົມຊາວຫວຽດນາມໃນບໍລິເວນ.

ກອງທຶນສົ່ງເສີມການສຶກສາ VAK ຈະໄດ້ມອບເປັນແຕ່ລະປີໃຫ້ສະມາຊີກ 10 ຄົນສໍາລັບຜູ້ເສັງຕິດໃນງານແຂ່ງຂັນຄວາມສາມາດພາສາຍີ່ປຸ່ນ (JLPT) ຢູ່ລະດັບ N2 ຫຼື N1 ໃນງານແຂ່ງຂັນໃກ້ສຸດກັບຄັ້ງມອບລາງວັນຂອງກອງທຶນ ແລະ ມີບົດຄວາມແບ່ງປັນກ່ຽວກັບບົດຮຽນໃນການຮຽນພາສາຍີ່ປຸ່ນຂອງຕົນເອງ ບໍ່ກາຍ 1000 ຄໍາ.

ລາງວັນໄດ້ມອບໃຫ້ແຕ່ລະຄົນທີ່ບັນລຸລາງວັນປະກອບມີເງິນສົດມູນຄ່າ 30.000 ຢຽນ (5,8 ລ້ານດົ່ງ) ແລະ ໃບຍ້ອງຍໍຂອງສະມາຄົມ.

ໄຊພອນ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ