EU ໂຍະຍານຂໍ້ກຳນົດຫຼັກອະນາໄມດ້ານສະບຽງອາຫານສຳລັບໝີ່ສຳເລັດຮູບຂອງ ຫວຽດນາມ

00:00 | 28/07/2023

ຍສໝ - ວັນ​ທີ 7 ມິຖຸນາ​ນີ້, ສະຫະພາບ​ເອີ​ລົບ ​ໄດ້​ປະກາດ​ການ​ປັບປຸງ​ລະບຽບ​ການ 2019/1973 ກ່ຽວ​ກັບ​ມາດ​ຕະການ​ຮີບ​ດ່ວນ​ເພື່ອ​ຄວບ​ຄຸມ​ການ​ສົ່ງ​ອອກ​ສະບຽງ​ອາຫານ​ໄປ EU.

EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU

ຕາມນັ້ນແລ້ວ, EU ໄດ້ນຳບັນດາປະເພດໝີ່ສຳເລັດຮູບຂອງ ຫວຽດນາມ ຈາກເອກະສານຊ້ອນທ້າຍ II (ຄວບຄຸມດ້ວຍໃບຢັ້ງຢືນຫຼັກອະນາໄມດ້ານສະບຽງອາຫານ ແລະ ຄວບຄຸມຢູ່ດ່ານຊາຍແດນ) ປ່ຽນມາເປັນເອກະສານຊ້ອນທ້າຍ I ດ້ວຍອັດຕາການກວດກາຢູ່ຊາຍແດນແມ່ນ 20%.

EU ໂຍະຍານຂໍ້ກຳນົດຫຼັກອະນາໄມດ້ານສະບຽງອາຫານສຳລັບໝີ່ສຳເລັດຮູບຂອງ ຫວຽດນາມ

ນັບແຕ່ວັນທີ 27 ມິຖຸນາ, ສິນຄ້າບັນດາປະເພດໝີ່ສຳເລັດຮູບສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ສະຫະພາບເອີລົບ (EU) ຈະບໍ່ຖືກບັງຄັບມີໃບຢັ້ງຢືນຫຼັກອະນາໄມສະບຽງອາຫານ ໂດຍອົງການມີສິດອຳນາດຂອງ ຫວຽດນາມ ອອກໃຫ້ອີກແລ້ວ. ວັນທີ 7 ມິຖຸນາ, EU ໄດ້ລົງແຈ້ງການປັບປຸງຂໍ້ກຳນົດກ່ຽວກັບມາດຕະການຮີບດ່ວນກ່ຽວກັບການຄວບຄຸມຫຼັກອະນາໄມດ້ານສະບຽງອາຫານນຳເຂົ້າ EU. ຕາມນັ້ນແລ້ວ, EU ໄດ້ນຳບັນດາປະເພດໝີ່ສຳເລັດຮູບຂອງ ຫວຽດນາມ ຈາກເອກະສານຊ້ອນທ້າຍ II (ຄວບຄຸມດ້ວຍໃບຢັ້ງຢືນຫຼັກອະນາໄມດ້ານສະບຽງອາຫານ ແລະ ຄວບຄຸມຢູ່ດ່ານຊາຍແດນ) ປ່ຽນມາເປັນເອກະສານຊ້ອນທ້າຍ I ດ້ວຍອັດຕາການກວດກາຢູ່ຊາຍແດນແມ່ນ 20%. ຂໍ້ຕົກລົງນີ້ແມ່ນການຮັບຮູ້ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃນວຽກງານຄວບຄຸມຫຼັກອະນາໄມດ້ານສະບຽງອາຫານ ກໍ່ຄືຄວາມຕັ້ງໜ້າໃນການໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.