ໃນ 7 ເດືອນຂອງປີ 2023, ຫວຽດນາມ ມີວົງເງິນການຄ້າສົ່ງອອກເກີນດຸນ 15,23 ຕື້ USD

09:24 | 31/07/2023

ຍສໝ - ຖ້າ​ຫາກ​ວ່າ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ເສດຖະກິດ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ພຽງ 1,34 ຕື້ USD, ​ໃນ 7 ​ເດືອນ​ຜ່ານ​ມາ, ຕົວ​ເລກ​ດັ່ງກ່າວ​ບັນລຸ 15,23 ຕື້ USD. ສະ​ນັ້ນ ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ການ​ສົ່ງ​ອອກ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.

ການສົ່ງອອກສິນໃນນໍ້າຂອງຫວຽດນາມ ຈະບັນລຸ 11 ຕື້ USD ການສົ່ງອອກສິນໃນນໍ້າຂອງຫວຽດນາມ ຈະບັນລຸ 11 ຕື້ USD
ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ

ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ສະຖິຕິ​ທົ່ວ​ໄປ, ​ໃນ 7 ​ເດືອນ​ຕົ້ນ​ປີ 2023, ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ບັນລຸ 194,73 ຕື້ USD, ​ໄດ້​ຫຼຸດ​ລົງ 10,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ 7 ເດືອນຕົ້ນປີ 2023, ມີ 30 ລາຍການ ດ້ວຍວົງເງິນສົ່ງອອກບັນລຸກວ່າ 1 ຕື້ USD, ກວມເອົາ 91,6% ຂອງວົງເງິນສົ່ງອອກທັງໝົດ (ມີ 5 ສິນຄ້າສົ່ງອອກ ດ້ວຍຍອດມູນຄ່າກວ່າ 10 ຕື້ USD, ກວມ 57,6%).

ໃນ 7 ເດືອນຂອງປີ 2023, ຫວຽດນາມ ມີວົງເງິນການຄ້າສົ່ງອອກເກີນດຸນ 15,23 ຕື້ USD

ຕາມຕົວເລກຈາກກົມໃຫຍ່ສະຖິຕິປະກາດໃນວັນທີ 29 ກໍລະກົດ ແລ້ວ, ໃນເດືອນ ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸກວ່າ 57, 2 ຕື້ USD, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ເດືອນ ມິຖຸນາ. ໄລ່ລວມ 7 ເດືອນຂອງ ປີ 2023, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າບັນລຸກວ່າ 374,23 ຕື້ USD, ຫຼຸດລົງ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການຄາດດຸນການຄ້າສິນຄ້າໃນ 7 ເດືອນ ຄາດວ່າສົ່ງອອກເກີນດຸນ 15,23 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ລະດັບ 1,34% ໃນໄລຍະດຽວກັນຂອງປີ 2022.

ໃນ 7 ເດືອນ, ມີສິນຄ້າ 30 ປະເພດບັນລຸວົງເງິນການຄ້າສົ່ງອອກບັນລຸກວ່າ 1 ຕື້ USD; ກວມເອົາ 91,6% ຍອດວົງເງິນສົ່ງອອກນຳເຂົ້າ, ລວມມີ: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່; ເອເລັກໂຕນິກ; ເຄື່ອງຕ່ຳແຜ່ນຕັດຫຍິບ; ເກີບໜັງ…

ກ່ຽວກັບຕະຫຼາດສົ່ງອອກ - ນຳເຂົ້າສິນຄ້າໃນ 7 ເດືອນຜ່ານມາ, ຕາມກົມໃຫຍ່ສະຖິຕິແລ້ວ, ອາເມລິກາ ແມ່ນປະເທດນຳເຂົ້າສິນຄ້າຈາກ ຫວຽດນາມ ຫຼາຍທີ່ສຸດ, ດ້ວຍວົງເງິນການຄ້າຄາດວ່າບັນລຸ 52,4 ຕື້ USD.

ການນຳກົມໃຫຍ່ສະຖິຕິໃຫ້ຮູ້ວ່າ, ປະຈຸບັນມີສິນຄ້າສົ່ງອອກຫຼັກແຫຼ່ງຫຼາຍປະເພດຂອງ ຫວຽດນາມ ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຕະຫຼາດທົ່ວໂລກຫຼຸດລົງຢ່າງແຮງ. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກຳນົດວ່າ ຈະສຸມໃສ່ຜັນຂະຫຍາຍບາງໜ້າທີ່ໃນການຍູ້ແຮງການປ່ຽນແປງໃໝ່ ແລະ ເພີ່ມທະວີການສົ່ງເສີມການຄ້າມຸ່ງໄປເຖິງບັນດາຕະຫຼາດໃໝ່.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.