ຖະໜົນປື້ມນະຄອນໂຮ່ຈີມິນ: ຕັດຕັ້ງເກືອບ 300 ລາຍການເຄື່ອນໄຫວໃນປີ 2024
ຍສໝ - ເກືອບ 300 ລາຍການ, ເຫດການວາງສະແດງ, ງານວາງສະແດງ, ພົບປະແລກປ່ຽນ, ແນະນຳປຶ້ມ ແລະມີປື້ມເກືອບ 690.000 ຫົວ ທີ່ໄດ້ຂາຍໃນປີຜ່ານມາໄດ້ຢັ້ງຢືນເຖິງລັກສະນະທີ່ມີປະສິດທິຜົນ ແລະຄວາມດຶງດູດຂອງຖະໜົນປື້ມນະຄອນໂຮ່ຈີມິນ.
 |
ຈຳນວນຜູ້ອ່ານ, ນັກທ່ອງທ່ຽວທີ່ມາຖະໜົນປື້ມແມ່ນນັບມື້ນັບຫຼາຍຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນໃນໂອກາດທ້າຍອາທິດ, ເຫດການສໍາຄັນ. ຜົນສຳເລັດຂອງຖະໜົນປື້ມນະຄອນໂຮ່ຈີມິນ ໄດ້ປະກອບສ່ວນສ້າງບັນຍາກາດວັດທະນະທຳທີ່ເປັນເອກະລັກຢູ່ໃຈກາງນະຄອນ, ສ້າງຄວາມສະໜິດຕິດພັນລະຫວ່າງບັນດາສຳນັກພິມ, ຫົວໜ່ວຍຈັດພິມຈຳໜ່າຍ, ຊຸກຍູ້ການພັດທະນາວັດທະນະທຳການອ່ານ. ຫວ່າງແລ້ວນີ້, ຖະໜົນປື້ມນະຄອນໂຮ່ຈີມິນ ໄດ້ຮັບການຄັດເລືອກໃຫ້ແມ່ນໜຶ່ງໃນ 50 ສະຖານທີ່ທີ່ໜ້າຈັບໃຈຢູ່ນະຄອນໂຮ່ຈີມິນ ແລະ 13 ທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. |