4 ບຸກທະລຸ ແລະ 5 ໜ້າທີ່ຂອງ VUFO ໃນປີ 2024

12:50 | 05/02/2024

ຍສໝ - ວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມພະນັກງານ, ລັດຖະກອນ, ຜູ້ອອກແຮງງານ; ສະຫຼຸບວຽກງານໃນປີ 2023 ແລະ ຜັນຂະຫຍາຍວຽກງານໃນປີ 2024.

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ທີ່​ກອງ​ປະຊຸມ, ທ່ານ​ປະທານ VUFO ຟ້ານແອງເຊີນ ໃຫ້​ຮູ້​ວ່າ 4 ບຸກທະລຸ ໃນ​ປີ 2024 ຂອງ​ລະບົບຄື: ຍົກສູງປະສິດທິ​ຜົນ​ວຽກ​ງານ; ປ່ຽນໃໝ່ປະດິດສ້າງໃນການຜັນຂະຫຍາຍບັນດາການເຄຶ່ອນໄຫວການຕ່າງປະເທດ; ຍົກສູງຊີວິດທາງດ້ານວັດຖຸຂອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານ; ກໍ່ສ້າງ​ມາດຖານຂອງຜູ້ເຮັດວຽກ​ງານ​ການ​ທູດປະຊາຊົນສະເພາະ.

ກ່ຽວ​ກັບ​ໜ້າທີ່ປີ 2024, ທ່ານ​ກ່າວ​ວ່າ: ອົງການສະຫະພັນຈະ​ຫັນ​ເປັນ​ທັນ​ສະ​ໄໝມຸ່ງໄປເຖິງການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ແຮງ; ກໍ່ສ້າງ “ແຜນກ່ຽວ​ກັບບັນດາຂະບວນການປະຊາຊົນ ແລະ ຂະບວນການສັງຄົມໃນໂລກ”; ປະດິດ​ສ້າງ​ວິທີ​ການເຄື່ອນໄຫວ​​ຂອງ​ບັນດາສະມາຄົມ​ສະມາຊິກ​ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ການທູດ​ປະຊາຊົນ​ແຫ່ງ​ຊາດ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ອາຍຸ​ການ 2024-2029 ​ແລະ ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ; ສືບ​ຕໍ່​ເຮັດວຽກງານບຳລຸງສ້າງ ແລະ ບຳລຸງ​ພະນັກງານໃຫ້ເປັນຢ່າງດີ.

4 ບຸກທະລຸ ແລະ 5 ໜ້າທີ່ຂອງ VUFO ໃນປີ 2024

ທ່ານ​ປະທານ VUFO ຟ້ານແອງເຊີນ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ

​ໃນ​ປີ 2024, VUFO ຈະ​ເປີດ​ສະຫຼອງ​ເຮືອນ​ທີ່ລະນຶກ​ຢູ່​ຕາ​ແສງ ດຽມມັກ, ​ເມືອງ ດິ້ງຮວ້າ, ​ແຂວງ ຖາຍຫງ່ວຽນ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7.

ການປ່ຽນແປງໃໝ່ໃນຫຼາຍຂົງເຂດທີ່ສໍາຄັນ

ຕາມ​ບົດ​ລາຍ​ງານ​ສະຫຼຸບວຽກງານໃນ​ປີ 2023 ​ໂດຍ​ທ່ານ​ຮອງ​ປະທານ VUFO ຫງວຽນ​ຫງອກ​ຮຸ່ງ ກ່າວຢູ່ກອງ​ປະຊຸມ​ວ່າ: ປີ 2023 ​ເສດຖະກິດ​ໂລກ​ຊຸດໂຊມ​ລົງ, ສະພາບ​ການ​ໂລກ​​ປ່ຽນ​ໄປ​ຕາມທິດຫຼາຍ​ຂົ້ວ, ຫຼາຍ​ສູນ ​ແລະ ຫຼາຍ​ຊັ້ນຂັ້ນ; ການແກ່ງແຍ່ງ, ການປະທະກັັນພ້ອມທັງຜົນສະທ້ອນທີ່ບໍ່ສາມາດຄາດເດົາໄດ້ມີຜົນກະທົບຢ່າງຫຼວງຫຼາຍຕໍ່ວຽກງານການທູດປະຊາຊົນໃນປະເທດ. ໃນ​ສະພາບ​ການ​ນັ້ນ, ລະບົບ VUFO ​ໄດ້​ມີ​ການ​ປ່ຽນ​ແປງໃຫຍ່ໃນ​ຫຼາຍ​ດ້ານ. ພົ້ນເດັ່ນ ແມ່ນການກໍ່ສ້າງລະບົບ, ຖັນແຖວ; ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວ, ວຽກງານຄົ້ນ​ຄ້ວາ, ປະກອບຄຳເຫັນ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານການ​ທູດ​ທີ່ຮອບດ້ານ, ທັນ​ສະ​ໄໝ. ບົດບາດ, ຖານະ, ອິດທິພົນຂອງການພົວພັນທາງການທູດປະຊາຊົນ ແລະ VUFO ແມ່ນນັບມື້ນັບໄດ້ຮັບການປັບປຸງ. ໂດຍ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ບັນດາ​ການ​ນຳ​ພັກ ​ແລະ ລັດ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ບັນດາ​ເພື່ອນ​ມິດຄູ່​ຮ່ວມ​ມື.

ໝາກຜົນ​ພົ້ນ​ເດັ່ນ​ແມ່ນ VUFO ຕັ້ງໜ້າ, ເປັນເຈົ້າການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ; ປ່ຽນແປງໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວການທູດປະຊາຊົນ 2 ຝ່າຍ ແລະ ຫຼາຍ​ຝ່າຍ.

VUFO ​ໄດ້ເປັນເຈົ້າການເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ອົງການທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ​ເພີ່ມ​ທະວີການ​ພົວພັນ​ລະຫວ່າງ​ບັນດາ​ອົງການປະຈຳ VUFO ກັບບັນດາ​ອົງການຈັດຕັ້ງຢ່າງເລິກເຊິ່ງ; ໜູນ​ຊ່ວຍ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ໃນ​ຂົງເຂດວຽກງານບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ​ໂດຍ​ຜ່ານ​ການ​ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະແໜງການ...

​ໃນວຽກງານຂໍ້​ມູນ​ຂ່າວສານ​ການພົວພັນຕ່າງປະ​ເທດ, ປ່ຽນແປງໃໝ່ເນື້ອ​ໃນ ​ແລະ ຮູບ​ພາບ​ຂອງ​ເວັບ​ໄຊ ​ແລະ fanpage ຂອງ VUFO ​ໃນ​ທິດ​ທາງ​ທີ່​ທັນ​ສະ​ໄໝ, ນຳ​ໃຊ້​ເຕັກ​ໂນ​ໂລຢີສື່ສານ​ໃໝ່​ເຊັ່ນ infographics, e-magazines ​ແລະ ​ເຕັກ​ໂນ​ໂລຢີທີ່ເຂົ້າເຖິງຜູ້​ອ່ານ; ສ້າງ ແລະ ເຄື່ອນໄຫວທົດລອງເວັບໄຊທ໌ສັງຄົມ X (Twitter). ຜະລິດຕະພັນສື່ມວນຊົນຂອງ VUFO ມີຫຼາຍການປ່ຽນແປງໃໝ່ທາງດ້ານເນື້ອໃນ ແລະ ຮູບແບບຂໍ້ມູນຂ່າວສານ, ປະຕິບັດດີທິດນຳ “ຖືກຕ້ອງ, ທັນການ, ມີຊີວິດຊີວາ, ເໝາະສົມກັບແຕ່ລະເປົ້າໝາຍ” ໃຫ້ເປັນຢ່າງດີ.

ຄຸນນະພາບຂອງວຽກງານປະກອບຄຳເຫັນ, ຄົ້ນຄວ້າສືບຕໍ່ໄດ້ຮັບການຍົກສູງ ເຊິ່ງສະແດງອອກຄື: ການຈັດຕັ້ງເອົາຄວາມຄິດເຫັນ ແລະ ສ້າງຍຸດທະສາດພັດທະນາ VUFO ຮອດປີ 2030; ເລີ່ມຕົ້ນຫົວເລື່ອງຄົ້ນຄວ້າຂັ້ນລັດກ່ຽວກັບບົດບາດ, ໜ້າທີ່ຂອງ VUFO; ສືບ​ຕໍ່​ຮັກ​ສາຄວາມ​ຫຼາຍ​ຮູບ​ແບບ​ຂອງ​ກິດ​ຈະ​ກໍາ​ທາງ​ວິ​ຊາ​ການ (ການໂອ້ລົມສົນທະນາ, ລາຍ​ງານບັນຫາກຫົວຂໍ້ສະເພາະ, ການ​ຄົ້ນ​ຄວ້າ ... )​. ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ໃຫ້​ບັນດາ​ທິດ​ທາງ​ສຳຄັນ, ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດຢ່າງມີ​ຄຸນ​ນະພາ​ບ; ສ້າງ​ບົດ​ລາຍ​ງານ​ເສນາທິການແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ອຸ​ປະ​ສັກ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ...

​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ລະບົບ, ສືບ​ຕໍ່​ຈັດ​ຕັ້ງບັນດາ​​ຄະນະ​ເຮັດ​ວຽກ​ກັບທ້ອງ​ຖິ່ນ ​ເພື່ອ​​ຊຸກຍູ້​ການ​ເຄື່ອນ​ໄຫວ​ການທູດປະຊາຊົນ ເວົ້າລ່ວມ ​ແລະ ການ​ເຄື່ອນ​ໄຫວ​ຂອງ VUFO ກັບ​ບັນດາ​ທ້ອງ​ຖິ່ນ ​ເວົ້າ​ສະ​ເພາະ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ມີສະຫະພັນ​ທ້ອງ​ຖິ່ນ 15 ​ແຫ່ງ ​ແລະ ອົງການ​ສະມາຊິກ​ສູນ​ກາງ 5 ອົງການ​ ໄດ້​ຈັດຕັ້ງກອງ​ປະຊຸມໃຫຍ່​ປະຈຳ​ໄລຍະ. ສະມາຄົມມິດຕະພາບທ້ອງຖິ່ນຫຼາຍແຫ່ງໄດ້ຮັບການສ້າງຕັ້ງໃໝ່. ນອກຈາກນັ້ນ, VUFO ຍັງໄດ້ອອກ ແລະ ປັບປຸງ 4 ລະບຽບການເຮັດວຽກ; ປັບປຸງກົງຈັກ​ຂອງ​ອົງການປະຈຳ; ຍົກສູງຄວາມ​ສາມາດ​ຂອງ​ພະ​ນັກ​ງານ​ໂດຍ​ຜ່ານ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການໂອ້ລົມ​ສົນທະນາ, ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳໄລຍະ, ບົດ​ລາຍ​ງານ​ຫົວ​ຂໍ້ສະເພາະ, ການ​ຝຶກ​ອົບຮົມ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.