ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

15:17 | 22/10/2019

ຍສໝ - ບັນດາລຸ້ນນັກຮຽນຂອງໂຮງຮຽນ ແມ່ນປັດໃຈສຳຄັນ ທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ທີ່ໄດ້ນັບມື້ນັບແໜ້ນແຟ້ນກວ່າຂຶ້ນ.

ໃນຕອນຕົ້ນເດືອນຕຸລາ, ໂຮງຮຽນມິດຕະພາບ T78 ໄດ້ຈັດພິທີເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ. ເຂົ້າຮ່ວມພິທີເປີດມີ ທ່ານປຶກສາທູດວັດທະນະທຳ - ການສຶກສາ, ສະຖານທູດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ຫວຽດນາມ; ທ່ານພົນຕີ ຫງວຽນຮ່ວາງລອງ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ

ໂຮງຮຽນມິດຕະພາບ T78 ແມ່ນຫົວໜ່ວຍການສຶກສາພິເສດ ໂດຍກະຊວງສຶກສາທິການ ແລະ ການບຳລຸງສ້າງຄຸ້ມຄອງໂດຍກົງ ສຳຫຼັບສອງໜ້າທີ່ຄື: ສອນລາຍການກຽມພາສາຫວຽດ ສຳລັບນັກສຶກສາ ລາວ; ສອນວັດທະນະທຳຂັ້ນມັດທະຍົມຕອນປາຍ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມ.

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ທ່ານຫງວຽນວັນແທ່ງ - ຮອງຫົວ ໜ້າ ພະແນກສຶກສາຊົນເຜົ່າ ໄດ້ມອບຂອງຂວັນທີ່ລະນຶກໃຫ້ໂຮງຮຽນ. (ພາບ: giaoducthoidai.vn)

ໂຮງຮຽນມິດຕະພາບ T78 ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 1 ມັງກອນ 1958, ແລະປະຈຸບັນໂດຍຜ່ານການພັດທະນາ 61 ປີ, ໂຮງຮຽນໄດ້ອົບຮົມນັກຮຽນລາວຫລາຍກວ່າ 20.000 ຄົນ ແລະ ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມຫລາຍສິບພັນຄົນ; ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງ ແລະ ດຳເນີນງານຕາມຮູບແບບຂອງໂຮງຮຽນຊົນເຜົ່າກິນນອນ ເຊິ່ງ 100% ນັກຮຽນຈະໄປຮຽນ ແລະ ດຳລົງຊີວິດຢູ່ໃນໂຮງຮຽນ.

ໃນພິທີເປີດສົກຮຽນໃໝ່, ທ່ານ ອຳນວຍການໂຮງຮຽນ ເລຟູຖັ໋ງ ໄດ້ກ່າວວ່າ: ບັນດາລຸ້ນນັກຮຽນຂອງໂຮງຮຽນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ປ້ອງກັນປະເທດລາວ ແລະ ການພັດທະນາເສດຖະກິດ - ສັງຄົມຂອງເຂດທີ່ປະສົບກັບຄວາມຫຍຸ້ງຍາກຂອງຫວຽດນາມ, ກໍຄືເປັນຂົວຕໍ່ມິດຕະພາບຫວຽດນາມ - ລາວ, ແມ່ນບັນດາປັດໃຈສຳຄັນ ທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ທີ່ໄດ້ນັບມື້ນັບແໜ້ນແຟ້ນກວ່າຂຶ້ນ.

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ທ່ານປຶກສາທູດວັດທະນະທຳ - ການສຶກສາ, ສະຖານທູດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ຫວຽດນາມ. ມອບຂອງຂວັນທີ່ລະນຶກໃຫ້ໂຮງຮຽນ. (ພາບ: giaoducthoidai.vn)

ທ່ານ ອຳນວຍການໂຮງຮຽນ ເລຟູຖັ໋ງ ໃຫ້ຮູ້ເຕີມວ່າ: ສົກຮຽນປີ 2018-2019 ໄດ້ ເປັນບາດກ້າວພັດທະນາໃໝ່ ໃນຂະບວນການຈັດຕັ້ງປະຕິບັດວຽກງານຂອງໂຮງຮຽນ. ໃນການຮຽນພາສາຫວຽດໃນປີກຽມ, ຜົນການຝຶກອົບຮົມແມ່ນນັກສຶກສາ 100% ທີ່ສຳເລັດໂຄງການກະກຽມພາສາຫວຽດ ແລະ ມີສິດໄດ້ເຂົ້າໃນໂຄງການສະເພາະຂະແໜງງານ ຢູ່ມະຫາວິທະຍາໄລຂອງຫວຽດນາມ, ໃນນັ້ນມີນັກສຶກສາລາວ 40% ໄດ້ຮັບຜົນງານດ້ານການສຶກສາທີ່ດີເລີດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.