ຫວຽດນາມ - ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືຂົງເຂດທະເລ ແລະ ອາຊີບການປະມົງ

11:44 | 21/01/2020

ຍສໝ - ວັນທີ 17 ມັງກອນ, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ.

ວັນທີ 17 ມັງກອນ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ.

ກ່າວຄຳເຫັນທີ່ການສຳມະນາ, ທ່ານ Edhy Prabowo - ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ ອິນໂດເນເຊຍ ກ່າວວ່າ, ສອງຝ່າຍ ຫວຽດນາມ ແລະ ອິນໂດເນເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ.

ຝ່າຍອິນໂດເນເຊຍ ຈະມີນະໂຍບາຍເພື່ອຂະຫຍາຍການນຳເຂົ້າ ແລະ ສົ່ງອອກ, ຍົກຕົວຢ່າງວ່າການສົ່ງອອກແນວພັນກຸ້ງມັງກອນ ໄປປະເທດຫວຽດນາມ ແລະ ປະເທດອື່ນໆ, ພ້ອມທັງການເຊີນຊວນບັນດາວິສາຫະກິດຫວຽດນາມລົງທຶນເຂົ້າໃນຂົງເຂດການທະເລ ແລະ ອາຊີບການປະມົງໃນປະເທດນີ້.

ຫວຽດນາມ - ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືຂົງເຂດທະເລ ແລະ ອາຊີບການປະມົງ

ທ່ານ Edhy Prabowo - ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ ອິນໂດເນເຊຍ ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງການສຳມະນາ. (ພາບ: tapchithongtindoingoai.vn)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ, ທ່ານ ຟ້າມກວາງວີງ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຢ່າງເຕັມສ່ວນຕໍ່ແນວຄິດຂອງທ່ານລັດຖະມົນຕີ Edhy Prabowo ກ່ຽວກັບການຊຸກຍູ້ການຮ່ວມມືໃນຂົງເຂດການທະເລ ແລະ ອາຊີບການປະມົງ. ທ່ານ ຟ້າມກວາງວີງ ສະແດງຄວາມເຊື່ອໝັ້ນວ່າ ເປົ້າໝາຍດັ່ງກາວ ແມ່ນໄດ້ຮັບບັນລຸຜົນສຳເລັດຢ່າງສົມບູນ, ແລະ ຫວັງວ່າ ການຮ່ວມມືດ້ານການປະມົງຈະປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມທະວີການຄ້າ ລະຫວ່າງສອງປະເທດໃນອະນາຄົດອັນໃກ້ນີ້.

ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງຕັ້ງໂທລະສັບສາຍດ່ວນ, ແກ້ໄຂບັນດາບັນຫາຢ່າງເຂັ້ມງວດ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ສອງປະເທດພັດທະນາໃນໄລຍະຈະມາເຖິງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.