ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ

10:28 | 24/09/2024

ຍສໝ - ແຕ່ວັນທີ 22-25 ກັນຍາ, ຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ຫົວໜ້າຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດລາວ ໄດ້ມາຢ້ຽມຢາມລາວຕາມຄໍາເຊີນຂອງກະຊວງປ້ອງກັນປະເທດລາວ.

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ
ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ຫົວໜ້າຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດລາວ, ໃນວັນທີ 23 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ ທ່ານພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ກັນຍານີ້.

ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ
ບັນຍາກາດທີ່ການຕ້ອນຮັບ.

ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ພົບປະກັບ ບັນດາສະຫາຍອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບກັນຢູ່ ຮ່າໂນ້ຍ, ໃນໂອກາດທີ່ໄປຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໃນຕົ້ນເດືອນກັນຍາຜ່ານມານີ້. ສະຫາຍ ທອງລຸນ ສີສຸລິດ ມີຄວາມອົບອຸ່ນໃຈ ທີ່ເຫັນບັນດາ ລຸງ, ປ້າ, ອ້າຍ, ອາວ ທີ່ຍັງແຂງແຮງ ແລະ ໄດ້ຍາດເວລາກັບມາຢ້ຽມຢາມ ລາວ, ແລະ ໄປຢ້ຽມຢາມສະຖານທີ່ ປະຫວັດ ສາດ ແລະ ພົບປະກັບເພື່ອນມິດສະຫາຍທີ່ເຄີຍເຄື່ອນໄຫວ, ຮ່ວມວຽກຮ່ວມງານນໍາກັນໃນເມື່ອກ່ອນ. ແລະ ໃນໂອກາດນີ້ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີ ຮັກແພງ ແລະ ຄວາມຄິດຮອດຄິດເຖິງ ຜ່ານບັນດາ ສະຫາຍ ໄປຍັງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກໍຄືຄະນະປະສານງານທັງໝົດ ໃນທົ່ວປະເທດ.

ສະຫາຍ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະໃນເທື່ອນີ້ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ແລະ ເນື່ອງໃນໂອກາດຄົບຮອບ 75 ປີຂອງວັນທະຫານອາສາສະໝັກຫວຽດນາມໃນລາວ ແລະ ເດືອນທັນວາ ຈະມາເຖິງນີ້ ຈະເປັນວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ວິລະຊົນ ຄົບຮອບ 80 ປີ, ຂໍອວຍພອນລ່ວງໜ້າມານະໂອກາດນີ້ຢ່າງສຸດໃຈ ແລະ ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດທຸກປະການ. ອວຍພອນໃຫ້ບັນດາສະຫາຍຈົ່ງຢ້ຽມຢາມ ສປປ ລາວຢ່າງເບີກບານມ່ວນຊື່ນ, ປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ.

ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ທີ່ໄດ້ໃຫ້ການຕ້ອນຮັບຢ່ງອົບອຸ່ນ, ພ້ອມນີ້ ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍເລຂາທິການໃຫຍ່ ໄດ້ຮັບຊາບອີກດ້ວຍ.

ໃນວັນທີ 23 ກັນຍາ 2024 ຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມຄະນະ ໄດ້ຢ້ຽມຢາມໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ນຳໂດຍ ສະຫາຍ ພົນຈັດຕະວາ ຮວິງດັກເຮືອງ ຫົວໜ້າຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມຄະນະ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍພັນເອກ ປະລິນຍາເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ
ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ
ອະດີດທະຫານອາສາສະໝັກ ແລະຊ່ຽວຊານ ສສ ຫວຽດນາມ ຢ້ຽມຢາມໂຮງຮຽນວັດທະນະທຳຊົນເຜົ່າກອງທັບປະຊາຊົນລາວ.

ສະຫາຍ ພັນເອກ ປະລິນຍາເອກ ສະແຫວງ ແດນນາມົນ ໄດ້ກ່າວຕ້ອນຮັບຄະນະປະສານງານທົ່ວປະເທດອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຊ່ວຍການປະຕິວັດລາວ ທີ່ໄດ້ມາຢ້ຽມຢາມໂຮງຮຽນວັດທະນະທຳຊົນເຜົ່າກອງທັບໃນຄັ້ງນີ້ ພ້ອມທັງໄດ້ລາຍງານຈຸດພິເສດທີ່ຕັ້ງພາລະບົດບາດ ແລະການເຄື່ອນໄຫວວຽກງານໂດຍຫຍໍ້ໃນໄລຍະຜ່ານມາໃຫ້ຊາບ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ກ່ໍຄືສອງກອງທັບ ລາວ-ຫວຽດນາມ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນທະນົງແກ່ນຕະຫຼອດໄປ.

ຫວຽດນາມ-ລາວ: ນໍ້າໃຈເພື່ອນມິດສະສາຍ, ອ້າຍນ້ອງຢ່າງເລິກເຊິ່ງ ໄດ້ຮັບການສ້າງຂຶ້ນຈາກການເສຍສະຫຼະ ແລະສະໜິດຕິດພັນ
ຄະນະປະສານງານທົ່ວປະເທດອາດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຊ່ວຍການປະຕິວັດລາວ ນຳເອົາຄອມພິວເຕີ ຈຳນວນ 35 ຊຸດມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບປະຊາຊົນລາວ.

ໂອກາດຢ້ຽມຢາມໃນຄັ້ງນີ້, ຄະນະປະສານງານທົ່ວປະເທດອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຊ່ວຍການປະຕິວັດລາວ ຍັງໄດ້ນຳເອົາຄອມພິວເຕີ ຈຳນວນ 35 ຊຸດ, ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບຕື່ມອີກ.

ສີ່ຄຳ “ນ້ຳໃຈ” ຕິດພັນ ຫວຽດນາມ-ລາວ ສີ່ຄຳ “ນ້ຳໃຈ” ຕິດພັນ ຫວຽດນາມ-ລາວ

ຍສໝ - ຕາມທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລ້ວ, ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ກັ່ນຕອງດ້ວຍ 4 ຄຳວ່າ “ນ້ຳໃຈ”: ນ້ຳໃຈສະຫາຍ, ນ້ຳໃຈສາມັກຄີ, ນ້ຳໃຈອ້າຍນ້ອງ, ນ້ຳໃຈເພື່ອນມິດ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ຍສໝ - ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ, ກໍ່ຄືໂຄງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ

ບູນມີ

ເຫດການ
302 Found

Found

The document has moved here.