ສີ່ຄຳ “ນ້ຳໃຈ” ຕິດພັນ ຫວຽດນາມ-ລາວ

22:11 | 12/09/2024

ຍສໝ - ຕາມທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລ້ວ, ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ກັ່ນຕອງດ້ວຍ 4 ຄຳວ່າ “ນ້ຳໃຈ”: ນ້ຳໃຈສະຫາຍ, ນ້ຳໃຈສາມັກຄີ, ນ້ຳໃຈອ້າຍນ້ອງ, ນ້ຳໃຈເພື່ອນມິດ.

ການ​ລາດ​ຕະ​ເວນ​ສອງ​ປະ​ເທດ ເພື່ອ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຫວຽດ​ນາມ - ລາວ
ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ, ​ວັນ​ທີ 11 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ອະດີດ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ.

ລາຍການ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ.

ສີ່ຄຳ “ນ້ຳໃຈ” ຕິດພັນ ຫວຽດນາມ-ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກ່າວຄຳປາໄສທີ່ການພົບປະ. (ພາບ: Dinh Hoa)

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢັ້ງຢືນວ່າ ສາຍພົວພັນແບບພິເສດນີ້ໄດ້ກາຍເປັນສັນຍາລັກທີ່ມີໜຶ່ງບໍ່ມີສອງແຫ່ງຄວາມສາມັກຄີສາກົນ, ເປັນຊັບສິນລວມອັນລ້ຳຄ່າຂອງສອງຊາດ, ໄດ້ກັ່ນຕອງດ້ວຍ 4 ຄຳວ່າ “ນ້ຳໃຈ”: ນ້ຳໃຈສະຫາຍ, ນ້ຳໃຈສາມັກຄີ, ນ້ຳໃຈອ້າຍນ້ອງ, ນ້ຳໃຈເພື່ອນມິດ.

ທ່ານ​ກ່າວ​ແຈ້ງວ່າ “ນ້ຳໃຈສະຫາຍ​ແມ່ນ​ການກັ່ນຕອງໃນອຸດົມການຂອງ​ພວກ​ເຮົາ: ອຸດົມ​ການ​ປະຕິວັດ, ອຸດົມ​ການ​ສັງຄົມ​ນິຍົມ ​ແລະ ອຸດົມ​ການກອມມູນິດ. ຄວາມ​ສາມັກຄີ​ແບບ​ພິ​ເສດ ໄດ້​ສະ​ແດງ​ອອກ​ຜ່ານ​ການຮ່ວມສຳພັນສູ້ຮົບ, ເມື່ອ​ຊັບສິນ, ຊີວິດ, ເລືອດ​ເນື້ອ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ເສຍ​ສະຫຼະ​ເພື່ອ​ກັນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ. ນ້ຳໃຈອ້າຍນ້ອງແມ່ນການຫຸ້ມຫໍ່, ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ກໍ່ຄືອະດີດ​ເລຂາທິການ​ໃຫຍ່, ທ່ານ ຫງວຽນ​ຟູ໋ຈ້ອງ ​ເຄີຍ​ກ່າວ​ວ່າ: “ລາວ-ຫວຽດນາມ ​ແມ່ນ​ພີ່ນ້ອງ​ຮ່ວມທ້ອງດຽວ”.

ໂດຍສະແດງຄວາມຮູ້ສຶກຕື້ນຕັນໃຈ ແລະ ​ຄວາມ​ເອກອ້າງທະນົງ​ໃຈກ່ຽວກັບການປະກອບສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ຢູ່ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຫວນຄືນບັນດາຮູບພາບຂອງທະຫານລາວ ແລະ ຫວຽດນາມ ໄດ້ຢືນຄຽງບ່າຄຽງໄຫຼ່, ຂຸມຕະຄອງດຽວກັນ, ຜ່ານທຸກຜ່ານສຸກຮ່ວມກັນ, ​ເຂົ້າເມັດຫັກ, ​​ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ, ເສຍ​ສະ​ຫຼະໃຫ້ກັນ ເພື່ອນຳ​ເອົາ​ເອ​ກະ​ລາດ, ອິດສະລະພາບ​ໃຫ້​ປະ​ເທດ​ຊາດ ແລະ ຄວາມ​ຜາ​ສຸກ, ອີ່ມໜຳສຳລານ​ໃຫ້ແກ່ປະ​ຊາ​ຊົນ​ສອງ​ປະ​ເທດ.

“ບໍ່​ມີ​ໄຊ​ຊະ​ນະ​ໃດໃນດິນແດນລາວ ຈະບໍ່​ມີ​ຂີດໝາຍຂອງທະຫານ​ອາ​ສາ​ສະ​ໝັກ ​​ຫວຽດ​ນາມ”, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ເນັ້ນ​ໜັກ​, ພ້ອມທັງສະແດງຄວາມຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ໜູນ​ຊ່ວຍ, ​ຊ່ວຍ​ເຫຼືອ​ຢ່າງຊອບທຳ, ຈິງ​ໃຈ​ທີ່​ຫວຽດ​ນາມ ໄດ້​ມອບ​ໃຫ້​ລາວ ​ໃນ​ຕະຫຼອດ​ໄລຍະປະ​ຫວັດ​ສາດ.

​ໃນ​ຄຳ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​ໄດ້ຮຽກຮ້ອງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ພິເສດແມ່ນ​ລຸ້ນໜຸ່ມ ຕ້ອງຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງ​ຄຸນຄ່າ​ອັນ​ລ້ຳ​ຄ່າ​ຂອງ​ສາຍ​ພົວພັນ​ນີ້, ພ້ອມກັນນັ້ນ ກໍ່ສືບ​ຕໍ່ເພີ່ມພູນຄູນສ້າງ, ປັບປຸງ ແລະ ປົກ​ປັກ​ຮັກສາສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ​ນັບ​ມື້​ນັບ​ໃຫ້ຍິ່ງໃຫຍ່ກ່ວາ, ພິ​ເສດກ່ວາຢ່າງບໍ່ຢຸດຢັ້ງ, ບໍ່​ໃຫ້​ກຳລັງ​ສັດຕູ​ທຳລາຍ​ໄດ້.

ສີ່ຄຳ “ນ້ຳໃຈ” ຕິດພັນ ຫວຽດນາມ-ລາວ

ທ່ານ ພົນຈັດຕະວາ ຮວິ່ງດັກເຮືອງ, ວິລະຊົນກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຕິດຕໍ່ພົວພັນທົ່ວປະເທດ ອະດີດ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຢູ່ລາວ ກ່າວຄຳປາໄສທີ່ການພົບປະ. (ພາບ: Dinh Hoa)

ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ເນັ້ນໜັກວ່າ “ທຸກໄຊຊະນະຂອງທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ກໍ່ແມ່ນໄຊຊະນະຂອງທັງສອງປະເທດຊາດ, ຖືກຕາມຄຳທີ່ປະທານ ໂຮ່ຈີມິນ ໄດ້ສອນວ່າ: “ຊ່ວຍເພື່ອນມິດແມ່ນຊ່ວຍຕົນເອງ”. ​ແລະ ​ໃນ​ທົ່ວ​ປະ​ເທດ​ລາວ, ບໍ່​ມີ​ບ່ອນ​ໃດ​ທີ່​ບໍ່​ມີ​ຮອຍ​ຕີນ​ຂອງທະຫານ​ອາສາ​ສະໝັກ​ ຫວຽດນາມ, ບໍ່​ມີ​ໄຊຊະນະ​ໃດທີ່​ບໍ່​ຕິດ​ພັນ​ກັບ​ການ​ເສຍສະຫຼະ ​ແລະ ການ​ປະກອບສ່ວນ​ຂອງທະຫານ​​ອາສາ​ສະໝັກ​ ຫວຽດນາມ”.

ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ໄດ້ແບ່ງປັນວ່າ ບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ມີຄວາພາກພູມໃຈ ແລະ ເອກອ້າງທະນົງໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ບັນລຸໄດ້ໃນໄລຍະມໍ່ໆມານີ້; ຍິນ​ດີຕໍ່ການພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ໃນ​ທຸກ​ຂົງ​ເຂດ ​ແລະ ນັບ​ມື້​ນັບ​ກ້າວເຂົ້າສູ່ລວງເລິກ, ແທດ​ຈິງ.

ຜູ້ຕາງໜ້າ​ຂອງອະດີດນັກ​ສຶກສາ​ຫວຽດນາມ ຢູ່​ລາວ, ທ່ານ ຫງວຽນຕ໋ຽນຫງອກ ມີຄວາມຮູ້ສຶກຕື້ນຕັນໃຈເມື່ອແບ່ງປັນກ່ຽວກັບ​ເວລາ​ຮ່ຳຮຽນ​ຢູ່​ລາວ. ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ແຕ່ພັກ, ລັດ​ລາວ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ດ້ານ​ວັດຖຸ ​ແລະ ຄວາມ​ອົບ​ອຸ່ນ​ຄື “ລູກ​ຫຼານ​ໃນ​ຄອບຄົວ​ດຽວກັນ”, ລະດົມບັນດາ​ນັກ​ສຶກສາ​ຫວຽດນາມ ຢູ່​ລາວ ມີ​ເງື່ອນ​ໄຂ​ຮ່ຳຮຽນທີ່ດີ ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດໃນອະນາຄົດ.

ທ່ານ ຟ້າ​ມວັນເລືອງ, ຮອງ​ຫົວໜ້າສາຂາສະມາຄົມມິດຕະພາບ​ ຫວຽດນາມ-ລາວ, ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ຫວນ​ຄືນ​ບັນດາ​ຄວາມຊົງຈຳທີ່ຫນ້າຈົດຈໍາໃນຊຸມປີທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ໃນລາວ, ພິເສດໃນສະໄໝສົງຄາມຕໍ່ຕ້ານ ອາເມລິກາ ຢ່າງດຸເດືອດ ເພື່ອກອບກູ້ປະເທດ. ທ່ານໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ປະຊາຊົນລາວ, ບັນດາຜູ້ທີ່ຖືທ່ານ ແລະ ເພື່ອຮ່ວມກົມກອງແມ່ນລູກຫລານຄອບຄົວຂອງຕົນເອງ, ເປັນຫຼັກຖານພະຍານໃຫ້ສາຍພົວພັນທີ່ຊື່ສັດ, ບໍລິສຸດ, ຫາຍາກລະຫວ່າງປະຊາຊົນສອງປະເທດ.

ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດນາມ ຢູ່​ລາວ ຮັກ​ສາ​ມູນ​ເຊື້ອຮັກ​ແພງ​ຄົນ​ອື່ນ​ຄື​ຮັກ​ແພງ​ຕົນ​ເອງ

ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດນາມ ຢູ່​ລາວ ຮັກ​ສາ​ມູນ​ເຊື້ອຮັກ​ແພງ​ຄົນ​ອື່ນ​ຄື​ຮັກ​ແພງ​ຕົນ​ເອງ

ຍ​ສ​ໝ - ການຊ່ວຍ​ຄົນ​ທຸກ​ຍາກ, ຜູ້​ມີ​ປະ​ສົບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຫຼື ​ປິ່ນ​ປົວ​ໃຫ້​ແກ່​ຄົນ​ເຈັບພະຍາດປະສາດ ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ເປັນ​ປະ​ຈຳ​ຂອງ​ບັນ​ດາ​ພຸດ​ທະ​ສາ​ສະ​ນິ​ກກະ​ຊົນ ກໍ່​ຄື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາ​ມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ປະ​ເທດ​ລ້ານ​ຊ້າງ.

ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ

ຫ​ວຽດ​ນາມ ແລະ ລາວ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະເຈລະຈາກັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ.

ມີງດຶກ

ເຫດການ
302 Found

Found

The document has moved here.