ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ

10:03 | 05/05/2023

ຍສໝ - ຍອດ​ວົງ​ເງິນ​ການ​ຄ້າ​ສິນຄ້າ​ໃນ 4 ​ເດືອນ​ຕົ້ນ​ປີ​ນີ້ ​ຄາດ​ວ່າ​ຈະ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ປະມານ 6,35 ຕື້ USD, ​ໃນ​ຂະນະ​ທີ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ 2,35 ຕື້ USD.

ສົ່ງອອກສິນຄ້າປະມົງຫວຽດນາມໂດຍກ້າວໄປສູ່ຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ ສົ່ງອອກສິນຄ້າປະມົງຫວຽດນາມໂດຍກ້າວໄປສູ່ຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ
ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸ 904 ລ້ານໂດລາ ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸ 904 ລ້ານໂດລາ

ອ້າງຕາມແຫລ່ງຂ່າວ ວິທະຍຸກະຈາຍສຽງ ແຫ່ງຊາດຂອງ ຫວຽດນາມ (VOVWORLD) , ອ້າງຕາມຕົວເລກ ຫລ້າສຸດ ຂອງ ກົມໃຫຍ່ ສະຖິຕິ ລາຍງານວ່າ ໃນ 4 ເດືອນຕົ້ນປີນີ້, ວົງເງິນ ການສົ່ງອອກ ສິນຄ້າ ລວມມີປະມານ 108,57 ຕື້ໂດລາ ສະຫະລັດ, ຫລຸດລົງ 11,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ ຜ່ານມາ . ສ່ວນວົງເງິນ ນໍາເຂົ້າ ສິນຄ້າ ບັນລຸ ຫລາຍກວ່າ 102,22 ຕື້ໂດລາ ສະຫະລັດ. ໝາຍຄວາມວ່າ ໃນໄລຍະ 4 ຜ່ານມາ ຫວຽດນາມ ໄດ້ສົ່ງອອກ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 4 ຕື້ໂດລາສະຫະລັດ, ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ

ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ.

ໂດຍສະເພາະ ເດືອນເມສາ, ວົງເງິນການສົ່ງອອກ ສິນຄ້າ ລວມມີ 27,5 ຕື້ໂດລາສະຫະລັດ, ວົງເງິນນໍາເຂົ້າ ສິນຄ້າ 26 ຕື້ໂດລາ ສະຫະລັດ. ໃນຂະນະທີ່ ຕະຫລາດ ສົ່ງອອກ ແລະ ນໍາເຂົ້າ ສິນຄ້າໃນ 4 ເດືອນຕົ້ນປີນີ້ ໂດຍແມ່ນ ສ.ອາເມລິກາ ເປັນຕະຫລາດ ນໍາເຂົ້າ ຫລາຍທີ່ສຸດ ຂອງຫວຽດນາມ ດ້ວຍມູນຄ່າ 28,4 ຕື້ໂດລາ ສະຫະລັດ; ສ່ວນ ຈີນ ແມ່ນ ປະເທດ ສົ່ງອອກໄປຍັງ ຫວຽດນາມ ຫລາຍທີ່ສຸດ ລວມມິ 33,3 ຕື້ໂດລາສະຫະລັດ.

ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ​ໃນ​ບັນດາ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ຫວຽດນາມ, ຈີນ ພວມ​ດຳລົງ​ຕຳ​ແໜ່ງ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ ​ແລະ ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ ຖັດຈາກ ອາ​ເມ​ລິ​ກາ.

"ໃນໄລຍະຈະມາເຖິງ, ຈີນຍັງເປັນຕະຫຼາດທີ່ມີຈຸດສົດໃສຫຼາຍ, ມີຫ້ອງຫຼາຍ, ຄາດຄະເນຄວາມຄາດຫວັງສູງສໍາລັບຄໍາສັ່ງສົ່ງອອກໃນໄຕມາດຕໍ່ໄປ", ອົງການດັ່ງກ່າວເນັ້ນຫນັກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.