HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ

17:14 | 05/12/2022

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ເຈື່ອງ​ຢາງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ​ໄດ້​ຊົມເຊີຍວັນ​ຊາດ​ຢ່າງ​ສຸດໃຈ, ​ຫວນຄືນ ​ແລະ ຊົມ​ເຊີຍ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ ເຊິ່ງ ຣູມາ​ນີ ບັນລຸ​ໄດ້​ໃນຊຸມ​ປີຜ່ານມາ.

HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022 HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022
HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19 HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19

ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO) ແລະ ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 104 ປີແຫ່ງວັນຊາດ ສາທາລະນະລັດ ສາທາລະນະລັດ ຣູມານີ (ວັນທີ 1 ທັນວາ 1918 – ວັນທີ 1 ທັນວາ 2022).

Đại biểu và khách mời chụp hình kỷ niệm tại buổi lễ (Ảnh: HUFO).

HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ. ພາບ: HUFO

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ເຈື່ອງ​ຢາງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ​ໄດ້​ຊົມເຊີຍວັນ​ຊາດ​ຢ່າງ​ສຸດໃຈ, ​ຫວນຄືນ ​ແລະ ຊົມ​ເຊີຍ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ ເຊິ່ງ ຣູມາ​ນີ ບັນລຸ​ໄດ້​ໃນຊຸມ​ປີຜ່ານມາ. ພ້ອມ​ກັນ​ນັ້ນ, ທ່ານກໍໃຫ້ຮູ້​ວ່າ ​ໃນຕະຫຼອດ 72 ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຣູ​ມາ​ນີ ໄດ້ຮັບ​ການ​ພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານນາງ Cristina Romila, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣູມານີ ປະຈຳ ຫວຽດນາມ ຫວັງວ່າ ຈະໄດ້ລົງນາມໃນໂຄງການຮ່ວມມື 2 ຝ່າຍຂອງລັດຖະບານ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ ໄລຍະ 2022-2026 ໃນທ້າຍປີນີ້, ກໍ່ຄືໃຫ້ຮູ້ວ່າ ບັນດາຄວາມມານະພະຍາຍາມຂອງ ສະຖານທູດ ຣູມານີ ຈະສືບຕໍ່ມຸ່ງໄປເຖິງການຮັດແໜ້ນສາຍພົວພັນລະຫວ່າງ ຣູມານີ ແລະ ຫວຽດນາມ ໃຫ້ເລິກເຊິ່ງກວ່າອີກ, ແທດເໝາະກັບສະພາບການສອງຝ່າຍ ແລະ ສະພາບການສາກົນ.

ກໍ່ທີ່ເຫດການ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຈັດຕັ້ງການ ຕອບບຸນແທນຄຸນ, ຍ້ອງຍໍສະມາຊິກທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ວຽກງານ ພັດທະນາການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ.

ບູນມີ

Tags: HUFO

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.