ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024

21:21 | 18/09/2024

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂັວນ“ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການ ພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ.

World Travel Awards ເຊີດຊູ ກຸກເຟືອງ ເປັນ​ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024 World Travel Awards ເຊີດຊູ ກຸກເຟືອງ ເປັນ​ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024
ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

ກອງປະຊຸມດັ່ງກ່າວ ມີຂຶ້ນ ໃນວັນທີ 18 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ, ມີບັນດາທ່ານເຈົ້າຄອງ, ຮອງເຈົ້າຄອງ ນະຄອນຫຼວງອາຊຽນ ແລະ ບັນດາທ່ານເຈົ້ານະຄອນ-ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະ ນະຄອນຫຼວງ ດີລີຂອງຕີມໍແລັດສະເຕ; ເລຂາທິການໃຫຍ່ອາຊຽນ, ປະທານອົງການ ແລະ ເລຂາທິການຂອງອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນ ອາຊີປາຊີຟິກ ແລະ ຜູ້ແທນຂັ້ນສູງຂອງເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024
ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024.

ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນໃນຄັ້ງນີ້ເຊິ່ງຈະເປັນໂອກາດອັນດີສໍາລັບບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ເຈົ້ານະຄອນອາຊຽນໃນການຈັດຕັ້ງຜັນຂະຫຍາຍ ຄໍາໝາຍໝັ້ນຂອງຕົນໃນກອງປະຊຸມຄັ້ງຜ່ານມາເຂົ້າໃນວຽກງານ ການພັດທະນາຕົວເມືອງໃຫ້ທັນສະໄໝ, ໜ້າຢຸ່ ແລະ ຍືນຍົງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃນການຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການຈັດຕັ້ງປະຕິບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມືກັນກ້າວໄປສູ່ລວງເລິກ ແລະ ເປັນຮູບປະທໍາ.

ພ້ອມທັງເຊື່ອໝັ້ນວ່າບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດານະຄອນອາຊຽນ ເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ, ການເຂົ້າຮ່ວມຂອງບັນດາທ່ານເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ແລະ ເຮັດໃຫ້ການຮ່ວມມືຂອງບັນດານະຄອນຫຼວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆນັບມື້ນັບເກີດດອກອອກຜົນຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ, ກອງປະຊຸມໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພັດທະນາ, ການແລກປ່ຽນບົດຮຽນທີ່ດີຮ່ວມກັນໃນການແກ້ໄຂບັນຫາຕ່າງໆຂອງຕົວເມືອງ ໄປພ້ອມກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນຂອງນະຄອນອາຊຽນ ໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະ ຄອນຫຼວງອາຊຽນ ແລະນະຄອນອາຊຽນ ພ້ອມທັງເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈໃສ່ ແລກປ່ຽນຄວາມຮູ້ຄວາມສາມາດ ແລະບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້ ແລະ ພ້ອມກັນດໍາເນີນກອງປະຊຸມດ້ວຍບັນຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີ່ມທະວີການເຊີ່ອມຈອດ ແລະ ຄວາມເຂັ້ມແຂງ ເພີ່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນ”, ຊິ່ງຄໍາຂວັນດັ່ງກ່າວສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

ຄໍາຂວັນດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງເພື່ອການພັດທະນາ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນເປັນໄລຍະ 12 ປີ ມາແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ, ເຊິ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ໂດຍສະເພາະບັນດາບົດຮຽນປະສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ. ໃນກອງປະຊຸມຄັ້ງນີ້ ນະຄອນຫຼວງວຽງຈັນ ໄດ້ກຳນົດຄໍາຂວັນ ທີ່ສອດຄ່ອງ ກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວ; ໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ເຊິ່ງປະກອບມີ 5 ຂົງເຂດວຽກງານທີ່ສໍາຄັນ ຄື: (1) ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, (2) ການທ່ອງທ່ຽວສີຂຽວ, (3) ການພັດທະນາເສດຖະກິດແບບຍືນຍົງ, (4) ຕົວເມືອງທີ່ມີຄວາມຍືນຍົງທາງດ້ານ ສິ່ງແວດລ້ອມ ແລະ (5) ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອເຮັດໃຫ້ພວກເຮົາໄດ້ມີການແລກປ່ຽນທັດສະນະ ແລະ ປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.

ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024, ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024,

ຍສໝ - ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ), ​ໃນ​ໄລຍະ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ ​​2024 (​ແຕ່​ວັນ​ທີ 8 – 14 ກຸມພາ 2024), ອຸດສາຫະກຳ​ການທ່ອງທ່ຽວ​ຂອງ​ປະ​ເທດ​ປາດ​ຖະໜາ​ຢາກ​ຕ້ອນຮັບ ​ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 10,5 ລ້ານ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ 16,6%. ໃນໄລຍະດຽວກັນໃນປີ 2023); ລວມທັງນັກທ່ອງທ່ຽວປະມານ ...

ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024 ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024

ຍສໝ - ລາຍການແມ່ນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການພົວພັນສາກົນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າງາມຂອງສອງປະເທດອ້າຍນ້ອງຫວຽດນາມ - ລາວ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.