ເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ

11:36 | 31/12/2019

ການພົວພັນຮ່ວມມືຫວຽດນາມ - ອິນໂດເນເຊຍ ໄດ້ ແລະ ກໍາລັງພັດທະນາຢ່າງແຮງໂດຍອີງໃສ່ບັນດາພື້ນຖານອັນໜັກແໜ້ນ, ໃນນັ້ນມີຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດ ແລະ ການສະໜິດຕິດພັນກ່ຽວກັບຜົນປະໂຫຍດທາງດ້ານຍຸດທະສາດລະຫວ່າງສອງປະເທດທີ່ເຄີຍມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທໍາ, ປະຫວັດສາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 65 ປີ (30-12-1955 / 30-12-2020), ທ່ານເອກອັກຄະລັດຖະທູດ ຟ້າມວີງກວາງ ໃຫ້ຮູ້ວ່າ ສອງປະເທດຈະຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວທີ່ດີ, ເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ໄດ້ນັບມື້ນັບເລິກເຊິ່ງ.

ທ່ານ ຟ້າມວີງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ສະແດງໃຫ້ເຫັນວ່າ ການພົວພັນຮ່ວມມືຫວຽດນາມ - ອິນໂດເນເຊຍ ໄດ້ ແລະ ກໍາລັງພັດທະນາຢ່າງແຮງໂດຍອີງໃສ່ບັນດາພື້ນຖານອັນໜັກແໜ້ນ, ໃນນັ້ນມີຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດ ແລະການສະໜິດຕິດພັນກ່ຽວກັບຜົນປະໂຫຍດທາງດ້ານຍຸດທະສາດລະຫວ່າງສອງປະເທດທີ່ເຄີຍມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທໍາ, ປະຫວັດສາດ. ທ່ານ ຟ້າມວີງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ຍົກອອກຄໍາຄິດເຫັນນີ້ໃນວັນທີ 29 ທັນວາ 2019.

ເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ

ທ່ານ ຟ້າມວີງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ. (ພາບ: baotintuc.vn)

ຕາມທ່ານ ຟ້າມວີງກວາງ ແລ້ວ, ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ. ເຖິງວ່າຝ່າຍ ອິນໂດເນເຊຍ ມີການເລືອກຕັ້ງກໍ່ຕາມ ແຕ່ສອງຝ່າຍກໍ່ຍັງຮັກສາໄດ້ບັນດາການຢ້ຽມຢາມເຊິ່ງກັນ ແລະກັນ ໃນປີ 2019. ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ໄປຢ້ຽມຢາມອິນໂດເນເຊຍ ເນື່ອງໃນໂອກາດຈັດຕັ້ງພິທີຮັບດໍາລົງຕໍາແໜ່ງຂອງທ່ານປະທານາທິບໍດີ Joko Widodo. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍໄດ້ໄປຢ້ຽມຢາມອິນໂດເນເຊຍ. ບັນດາຄະນະຂອງຫົວໜ້າກົມໃຫຍ່ເສນາທິການ, ຜູ້ບັນຊາການທະຫານບົກ ແລະການນໍາທຸກຂັ້ນຂອງອິນໂດເນເຊຍ ກໍມາຢ້ຽມຢາມຫວຽດນາມ. ການພົວພັນການຄ້າລະຫວ່າງສອງປະເທດ ແມ່ນ 9,1 ຕື້ໂດລາສະຫະລັດ ໃນປີ 2019. ດ້ວຍທ່ວງທ່ານີ້, ສອງປະເທດຈະສາມາດບັນລຸເປົ້າໝາຍວົງເງິນ 10 ຕື້ໂດລາສະຫະລັດ ໃນປີ 2020.

ທ່ານ ຟ້າມວີງກວາງ ເນັ້ນໜັກວ່າ ຫວຽດນາມ ແລະອິນໂດເນເຊຍ ກໍແບ່ງປັນກ່ຽວກັບບັນດາບັນຫາ ແລະມີຜົນປະໂຫຍດຮ່ວມກັນ. ກ່ອນອື່ນໝົດແມ່ນ ສອງປະເທດລ້ວນແຕ່ຢາກມີສັນຕິພາບ, ສະຖຽນລະພາບແບບຍືນຍົງຢູ່ອາຊີ-ປາຊີຟິກ ແລະໃນທົ່ວໂລກ. ທ່ານ ຟ້າມວີງກວາງ ໃຫ້ຮູ້ວ່າ ສອງປະເທດຈະຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນທາງການທູດຄົບຮອບ 65 ປີ (30-12-1955 / 30-12-2020), ໃນນັ້ນພົ້ນເດັ່ນແມ່ນບັນດາການຢ້ຽມຢາມຂັ້ນສູງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ