ສະພາຜູ້ແທນປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ລາວ ເພີ່ມທະວີການຮ່ວມມື

00:00 | 14/12/2023

ວັນທີ 12 ທັນວານີ້ ຢູ່ທີ່ຮ່າໂນ້ຍ, ຄະນະຜູ້ແທນສະພາປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ລາວ ໄດ້ຈັດກອງປະຊຸມພົບປະກ່ຽວກັບການເຄື່ອນໄຫວຂອງອົງການປະຊາຊົນເລືອກຕັ້ງ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2023-2025.

ແຂວງດົ່ງນາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການໃນການເຄື່ອນໄຫວສະພາປະຊາຊົນ ແຂວງດົ່ງນາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການໃນການເຄື່ອນໄຫວສະພາປະຊາຊົນ
ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນປະສົບການ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນປະສົບການ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ

ໃນກອງປະຊຸມພົບປະນັ້ນ, ຮອງປະທານຜູ້ປະຈຳການສະພາຜູ້ແທນປະຊາຊົນນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຟຸງຖິຮົ່ງຮ່າໃຫ້ຮູ້ວ່າ: ຍາມໃດ ຮ່າໂນ້ຍ ກໍໃຫ້ບູລິມະສິດສູງແກ່ວຽກງານພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໂດຍສະເພາະແມ່ນກັບນະຄອນຫຼວງ ວຽງຈັນ.

ທ່ານ ນາງ ຟຸງຖິຮົ່ງຮ່າ ໄດ້ສະແດງຄວາມປາຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນບັນດາຂັ້ນ; ພິຈາລະນາຄວາມສາມາດໃນການໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານບຳລຸງສ້າງພະນັກງານ, ຍົກສູງຄຸນນະພາບຂອງບຸກຄະລາກອນ; ຄົ້ນຄ້ວາ ແລະ ຜັນຂະຫຍາຍບັນດາຮູບແບບ, ກົນໄກແລກປ່ຽນຂໍ້ມູນຂ່າວສານນຳກັນເປັນແຕ່ລະໄລຍະ, ແບ່ງປັນບົດຮຽນປະສົບການໃນວຽກງານການສ້າງລະບຽບກົດໝາຍ ແລະ ວຽກງານຕິດຕາມກວດກາ...

ທ່ານ ນາງ ລຳ​ພອຍ ສີ​ອັກຄະ​ຈັນ ຮອງປະທານສະພາຜູ້ແທນປະຊາຊົນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາຜູ້ແທນປະຊາຊົນນະຄອນຫຼວງວຽງຈັນ ຫວັງວ່າຈະໄດ້ຮັບການສືບຕໍ່ຊ່ວຍເຫຼືອ ແບ່ງປັນຈາກສະພາຜູ້ແທນປະຊາຊົນຮ່າໂນ້ຍກ່ຽວກັບບົດຮຽນໃນການກວດສອບ ກວດກາການຜັນຂະຫຍາຍບັນດາໂຄງການລົງທຶນໃຫ່ຍ, ບົດຮຽນໃນການສ້າງມະຕິຂອງສະພາປະຊາຊົນ ແລະ ເອກະສານລະບຽບກົດໝາຍ. ວຽກງານຂົນຂວາຍ, ໂຄສະນາ, ຕິດຕາມກວດກາການຜັນຂະຫຍາຍລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.

Phó Chủ tịch HĐND Thủ đô Vientiane (Lào) Lamphoy Siakkhachanh (Ảnh: Thịnh An).

ທ່ານ ນາງ ລຳ​ພອຍ ສີ​ອັກຄະ​ຈັນ - ຮອງ​ປະທານສະພາຜູ້ແທນປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ

ເພື່ອເຮັດໃຫ້ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ມີຄວາມເຂົ້າໃຈແຈ້ງກວ່າຕໍ່ກັບເນື້ອໃນທີ່ສົນໃຈໃນການພົບປະຄັ້ງນີ້, ຫົວໜ້າຄະນະເສດຖະກິດງົບປະມານຂອງສະພາຜູ້ແທນປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ທ່ານ ນາງ ໂຮ່ເວິນງາ ໄດ້ສະເໜີແບ່ງປັນບົດຮຽນກ່ຽວກັບການກວດກາ, ຕິດຕາມການຜັນຂະຫຍາຍບັນດາໂຄງການລົງທຶນໃຫ່ຍ ຢູ່ບໍລິເວນນະຄອນຫຼວງໃຫ້ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຮັບຊາບ, ຫົວໜ້າຄະນະລະບຽບກົດໝາຍຂອງສະພາປະຊາຊົນນະຄອນຫຼວງ ຮ່າໂນ້ຍ ທ່ານ ຢຸຍຮ່ວາງເຢືອງ ກໍໄດ້ແລກປ່ຽບບົດຮຽນກ່ຽວກັບການສ້າງຮ່າງມະຕິຂອງສະພາປະຊາຊົນ ແລະ ເອກະສານລະບຽບກົດໝາຍຕ່າງໆ ທີ່ກ່ຽວຂ້ອງກັບສິດຮັບຜິດຊອບຂອງຕົນ.

ພາຍຫຼັງກອງປະຊຸມພົບປະ, ສອງຝ່າຍຈະສືບຕໍ່ເອົາໃຈໃສ່ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືກັນບົນຈິດໃຈເສີມຂະຫຍາຍໝາກຜົນການຮ່ວມມືທີ່ມີຢູ່ແລ້ວນັ້ນໃຫ້ເລິກເຊິ່ງກ່ວາເກົ່າ, ເປີດກ້ວາງຮູບແບບ ແລະ ເນື້ອໃນການຮ່ວມມືແບບໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາຖະໜາ ແລະ ສອດຄ່ອງກັບກຳລັງຄວາມສາມາດຂອງແຕ່ລະຝ່າຍ.

ນະໂອກາດນີ້, ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ເຊັນຂໍ້ຕົກລົງການຮ່ວມມື ໄລຍະ2023-2025. ໃນນັ້ນ ໄດ້ເລັ່ງໃສ່ 3 ເນື້ອໃນໃຫ່ຍຕົ້ນຕໍຄື: ສອງຝ່າຍຈະພິຈາລະນາກ່ຽວກັບການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນຄະນະຜູ້ແທນລະດັບສູງ ແລະ ຄະນະວິຊາການ ເພື່ອເພີ່ມທະວີການພົວພັນມິດຕະພາບການຮ່ວມມື, ແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ, ວຽກງານຕິດຕາມກວດກາ ແລະ ການຈັດຕັ້ງເຄື່ອນໄຫວຂອງສະພາປະຊາຊົນຂັ້ນທ້ອງຖິ່ນ, ສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ຈະພິຈະລະນາການໜູນຊ່ວຍຂັດຕັ້ງການບຳລຸງສ້າງ, ຝຶກອົບຮົມວິຊາການໄລຍະສັ້ນໃຫ້ຄະນະຜູ້ແທນປະຊາຊົນນະຄອນຫຼວງວຽງຈັນ, ສອງຝ່າຍຄົ້ນຄ້ວາກົນໄກການສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບວິຊາສະເພາະ, ວິຊາການໃນຂະບວນວິວັດແຫ່ງການຮ່ວມມື ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຂອງອົງການປະຊາຊົນເລືອກຕັ້ງຂອງທ້ອງຖິ່ນຕ່າງໆຕື່ມອີກ.

ຍູ້​ແຮງ​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ລະ​ຫວ່າງ ຮ່າ​ໂນ້ຍ ແລະ ວຽງ​ຈັນ ຍູ້​ແຮງ​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ລະ​ຫວ່າງ ຮ່າ​ໂນ້ຍ ແລະ ວຽງ​ຈັນ
ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ ຫວຽດນາມ ​ແລະ ອານ​ເຊຣີ ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ ຫວຽດນາມ ​ແລະ ອານ​ເຊຣີ

ລູກເມືອງພວນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.