​ເກົາຫຼີ - ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ

00:00 | 25/08/2023

ຍສໝ - ບົດ​ບັນທຶກ​ຊ່ວຍ​ຈຳ​ນີ້​ຈະ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເຂົ້າ​ສູ່​ຕະຫຼາດ​ພາຍ​ໃນ​ຂອງ​ຫວຽດນາມ ຢ່າງ​ເລິກ​ເຊິ່ງ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃນ​ອະນາຄົດ​ຈະ​ສືບ​ຕໍ່​ປັບປຸງ.

ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ
ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

ວັນທີ 24 ສິງຫາ, ສະຫະພັນອຸດສາຫະກໍາຕໍ່າແຜ່ນຕັດຫຍິບ ສ.ເກົາຫຼີ (KOFOTI) ໃຫ້ຮູ້ວ່າ ໄດ້ລົງນາມບົດບັນທຶກຊ່ວຍຈໍາ (MOU) ກັບສະມາຄົມຕໍ່າແຜ່ນຕັດຫຍິບຫວຽດນາມ (VITAS) ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຂະແໜງຕໍ່າແຜ່ນຕັດຫຍິບສອງປະເທດ.

ພິທີລົງນາມລະຫວ່າງສອງອົງການຈັດຕັ້ງ ໄດ້ດໍາເນີນໃນຂອບເຂດການຈັດງານວາງສະແດງຕໍ່າແຜ່ນຕັດຫຍິບ “Preview in Seoul (PIS) 2023” ທີ່ຈັດຂຶ້ນຢູ່ເຊອຸນ. ພິທີລົງນາມມີການເຂົ້າຮ່ວມຂອງທ່ານ Choi Byung-oh ປະທານກຸ່ມບໍລິສັດແຟຊັນ Hyungji ທັງເປັນປະທານ KOFOTI ແລະທ່ານ ຫວູດຶກຢາງ ປະທານ VITAS.

​ເກົາຫຼີ - ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ

ທີ່ພິທີລົງນາມ, ທ່ານ Choi Byung-oh ປະທານ KOFOTI ເນັ້ນໜັກວ່າ ສ.ເກົາຫຼີ ແລະຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນການຜະລິດ, ຜະລິດສິ້ນສ່ວນ ແລະສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບໃນ 30 ປີຜ່ານມາ. ສໍາລັບການລົງນາມບົດບັນທຶກຊ່ວຍຈໍາໃນຄັ້ງນີ້, ຝ່າຍ ສ.ເກົາຫຼີ ຫວັງວ່າການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະແຟຊັນ ຂອງສອງປະເທດ ຈະໄດ້ຮັບການເພີ່ມທະວີກວ່າອີກ, ພິເສດແມ່ນກ່ຽວກັບບັນດາບັນຫາຂອງການພັດທະນາແບບຍືນຍົງ, ຫັນເປັນດີຈີຕອນ ແລະລະບົບການສະໜອງ.

ສ່ວນທ່ານ ຫວູດຶກຢາງ ປະທານ VITAS ໃຫ້ຮູ້ວ່າ “ສໍາລັບບົດບັນທຶກຊ່ວຍຈໍານີ້, ພວກຂ້າພະເຈົ້າ ບໍ່ພຽງແຕ່ສາມາດເປີດກວ້າງການແລກປ່ຽນຂໍ້ມູນຂ່າວສານດ້ານອຸດສາຫະກໍາລະຫວ່າງ KOFOTI ແລະ VITAS ເທົ່ານັ້ນ ຫາກຍັງສາມາດແລກປ່ຽນຂໍ້ມູນຂ່າວສານ ແລະເຕັກໂນໂລຊີປ່ຽນແປງໃໝ່ ກັບບັນດາບໍລິສັດຕໍ່າແຜ່ນຕັດຫຍິບຂອງ ສ.ເກົາຫຼີ ຢູ່ ຫວຽດນາມ, ການຮ່ວມມືໝູນໃຊ້ສັນຍາ FTA ແລະດຶງດູດການລົງທຶນ ອີກດ້ວຍ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.