16 ຜົນງານ ຍາດໄດ້ລາງວັນການປະກວດຮູບພາບສິລະປະ “ປະເທດຊາດເບິ່ງຈາກທະເລ”

16:19 | 02/12/2021

ຍສໝ - ຫວ່າງແລ້ວນີ້, ສຳນັກພິມຈຳໜ່າຍການ​ເມືອງ​ແຫ່ງ​ຊາດ​ ສຶເທິດ ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ສື່ສານ ​ແລະ ພັດທະນາ​ກຳລັງຄົນ, ວາລະສານຊ່າງພາບ ​ແລະ ​ຊີວິດ ​ໄດ້​ຈັດ​ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ການ​ປະ​ກວດ​ຮູບ​ພາບ​ສິລະ​ປະ ​ດ້ວຍ​ຫົວ​ຂໍ້​ວ່າ “ປະ​ເທດ​ຊາດເບິ່ງ​ຈາກ​ທະ​ເລ”.

ຮຽກຮ້ອງ ຈີນ ຢຸດເຊົາການຊ້ອມຮົບ, ບໍ່ລະເມີດອະທິປະໄຕຂອງຫວຽດນາມ ຮຽກຮ້ອງ ຈີນ ຢຸດເຊົາການຊ້ອມຮົບ, ບໍ່ລະເມີດອະທິປະໄຕຂອງຫວຽດນາມ
ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ

ພາຍຫຼັງ​ເກືອບ 5 ເດືອນ​ຂອງການປຸກລະດົມ ​ແລະ ຕໍ່ກຳນົດເວລາ ​ຍ້ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ມາ​ຮອດ​ວັນ​ທີ 6 ພະຈິກ 2021, ຄະນະ​​ຈັດ​ຕັ້ງ​ ໄດ້​ຮັບ 3.760 ຜົນງານສົ່ງເຂົ້າປະກວດ ​ໂດຍ​ນັກ​ປະພັນ 526 ຄົນ​ທີ່​ມາ​ຈາກ 54 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ຜ່ານ​ການ​ຕັດ​ສິນ 4 ຮອບ​ຢ່າງເປີດເຜີຍ ​ແລະ ​ໂປ່​ງ​ໃສ, ຄະນະ​ກຳມະການ​ ໄດ້​ຄັດ​ເລືອກ 16 ຜົນງານ ເພື່ອ​ຮັບ​ລາງວັນ, ​ໃນ​ນັ້ນ: ລາງວັນ​ທີ 1 ມີ 1 ລາງວັນ, ລາງວັນ​ທີ 2 ມີ 2 ລາງວັນ, ລາງວັນ​ທີ 3 ມີ 3 ລາງວັນ ​ແລະ ລາງວັນ​ຊົມ​ເຊີຍ 10 ລາງວັນ, ນອກ​ນີ້​ຍັງ​ມີ 5 ລາງວັນສຳຮອງ​ທີ່​ຄະນະ​ຈັດ​ຕັ້ງໄດ້ຄັດ​ເລືອກ​.

16 ຜົນງານ ຍາດໄດ້ລາງວັນການປະກວດຮູບພາບສິລະປະ “ປະເທດຊາດເບິ່ງຈາກທະເລ”
ນັກ​ປະພັນ ຫງວຽນ​ຮຸຍ​ທຶ, ຜູ້​ໄດ້​ຮັບ​ລາງວັນ​ທີ 1 ຂອງ​ການ​ປະ​ກວດ ​ດ້ວຍ​ຜົນງານ “ຮຸ່ງເຊົ້ົ້າ​ຢູ່​ເກາະ ລີເຊີນ”. ພາບ: caobangtv.vn

ກ່າວ​ຄຳ​ເຫັນ​ທີ່​ພິທີ​ປິດ ​ແລະ ມອບ​ລາງວັນ, ນັກ​ປະພັນ ຫງວຽນ​ຮຸຍ​ທຶ, ຜູ້​ໄດ້​ຮັບ​ລາງວັນ​ທີ 1 ຂອງ​ການ​ປະ​ກວດ ​ດ້ວຍ​ຜົນງານ “ຮຸ່ງເຊົ້ົ້າ​ຢູ່​ເກາະ ລີເຊີນ”, ​ແບ່ງປັນ​ວ່າ ​ເປັນ​ກຽດ ​ແລະ ​ພາກ​ພູມ​ໃຈ​ທີ່​ໄດ້​ຮັບ​ລາງວັນ​ໃນ​ງານ​ປະ​ກວດ​ຮູບ​ພາບ​ສິລະ​ປະ “ປະ​ເທດ​ຊາດເບິ່ງຈາກ​ທະ​ເລ”. ນັກ​ປະພັນ ຫງວຽນ​ຮຸຍ​ທຶ ກໍ່​ຂອບ​ອົກ​ຂອບ​ໃຈ​ຄະນະ​ຈັດ​ຕັ້ງ​ ທີ່​ໄດ້​ສ້າງ​ສະໜາມ​ຫຼິ້ນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ບັນດາ​ນັກ​ຖ່າຍຮູບ ​ເພື່ອ​ເຜີຍ​ແຜ່​ພາບ​ພົດ, ຄວາມ​ຮັກ​ແພງ, ຄວາມ​ງາມ, ປະຊາຊົນ, ໝູ່​ເກາະ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ເປັນ​ທີ່​ຮູ້​ກັນ​ວ່າ ບັນດາ​ຜົນງານ​ທີ່​ຍາດ​ໄດ້​ລາງວັນ​ໃນ​ງານ​ປະ​ກວດ​ຮູບ​ພາບ​ສິລະ​ປະ “ປະ​ເທດ​ຊາດເບິ່ງ​ຈາກ​ທະ​ເລ” ຈະ​ໄດ້​ຮັບ​ເລືອກ​ເຟັ້ນ ເພື່ອ​ພິມ​ໃນ​​ປະຕິທິນຮູບ​ໝູ່​ເກາະທະ​ເລຫວຽດນາມ ​ໃນ​ປີ 2022, ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ໂຄສະນາ​ການທ່ອງທ່ຽວ​ຂອງ​ປະ​ເທດ, ພິ​ເສດ​ແມ່ນ 28 ແຂວງ ແລະ ນະຄອນແຄມທະເລ. ນອກຈາກບັນດາຜົນງານທີ່ຍາດໄດ້ລາງວັນແລ້ວ, ຄະນະຈັດຕັ້ງຈະຄັດເລືອກເອົາຮູບຖ່າຍທີ່ດີຈຳນວນໜຶ່ງ ຈາກຮອບຄັດເລືອກສຸດທ້າຍ ເພື່ອພິມຈຳໜ່າຍປື້ມ ແລະ ຜະລິດຕະພັນການພິມອື່ນໆ ເພື່ອຮັບໃຊ້ວຽກງານການເມືອງຂອງປະເທດຊາດ. ລຸ່ມນີ້ແມ່ນບາງຜົນງານທີ່ຊະນະໃນການປະກວດ:

https://dangcongsan.vn/tu-tuong-van-hoa/16-tac-pham-doat-giai-cuoc-thi-anh-nghe-thuat-dat-nuoc-nin-tu-bien-598186.html

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.