ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ

14:05 | 26/01/2024

ຍສໝ - ວັນທີ 19 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ມະຫາວິທະຍາໄລສັງລວມ Santa María (USM) ໄດ້ຈັດຕັ້ງເຫດການສະເຫຼີມສະຫຼອງວັນຫວຽດນາມ ຢູ່ນະຄອນຫຼວງ Caracas ເພື່ອໂຄສະນາກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ຄຸນຄ່າທາງດ້ານວັດທະນະທຳ, ພ້ອມກັນນັ້ນ ກໍ່ແນະນຳຕໍ່ລຸ້ນໜຸ່ນ ເວເນຊູເອລາ ກ່ຽວກັບ ຫວຽດ​ນາມ ທີ່​ເຂັ້ມແຂງແຮງກ້າ ແຕ່​ຍັງ​ມີສະເໜ່.

ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ
ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ

ຕາມນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ​ ​ປະຈຳ​ ອາ​ເມ​ລິ​ກາ​ລາ​ຕິນ​ ແລ້ວ, ນີ້​ແມ່ນເຫດການນອນໃນບັນດາການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1989 – 2024), ​ກໍຄືຫັນການປະຕິບັດຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳຮອດ​ປີ 2030 ໃຫ້ປະກົດຜົນເປັນຈິງ ພ້ອມກັບເປົ້າໝາຍຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ເຂດແຄວ້ນ, ບັນດາອົງການພາກ​ພື້ນ ​ແລະ ສາກົນເລິກເຊິ່ງກ່ວາອີກ. ເຫດການນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາມະຫາວິທະຍາໄລຫຼາຍຮ້ອຍຄົນຢູ່ນະຄອນຫຼວງ Caracas.

ກ່າວ​ຄຳປາໄສທີ່ພິທີເປີດ​ເຫດການ, ທ່ານ​ນາງ Giselle Petrica - ຮອງອຳນວຍການໂຮງຮຽນ USM - ໄດ້​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ ເວເນຊູເອລາ ໄດ້​ຮ່ຳຮຽນ​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດອັນ​ສະຫງ່າອົງອາດ​ຂອງ​ຊາວ ຫວຽດນາມ, ກໍ່​ຄື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງປະຊາຊົນ ​ເວ​ເນ​ຊູ​ເອລາ - ຫວຽດນາມ. ທ່ານນາງ Giselle Petrica ໄດ້ສະແດງຄວາມປາດຖະໜາວ່າ ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ຈະສືບຕໍ່ເອົາໃຈໃສ່, ສົມທົບກັບຈັດຕັ້ງບັນດາການໂອ້ລົມສົນທະນາບັນຫາສະເພາະກ່ຽວກັບ ຫວຽດນາມ ເພື່ອຊ່ວຍໃຫ້ລຸ້ນໜຸ່ມ ເວເນຊູເອລາ ມີຄວາມຮູ້, ຂໍ້ມູນຂ່າວສານກ່ຽວກັບ ຫວຽດນາມ ຫຼາຍກ່ວາອີກ, ພິເສດແມ່ນກ່ຽວກັບບັນດາຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ.

ໂດຍ​ແບ່ງປັນ​ຂໍ້​ມູນ​ໃຫ້​ບັນດາ​ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈຸງໝີ ​ໄດ້ຕີ​ລາຄາ​ບັນດາ​ບາດກ້າວ​ບຸກທະລຸ​ທີ່ສຳຄັນ​ໃນ​ທາງປະຫວັດສາດ ​ແລະ ໄຊຊະນະ​ທີ່ຍິ່ງໃຫຍ່ຂອງ ຫວຽດນາມ ​ແຕ່​ປີ 1945 ຮອດ​ປະຈຸ​ບັນ, ​ໂດຍ​ເນັ້ນ​ໜັກ​ເຖິງ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ທີ່ໄດ້​ຮັບການສ້າງ​ຕັ້ງ, ນຳພາ ​ແລະ ຫຼໍ່ຫຼອມໂດຍປະທານ ໂຮ່ຈີ​ມິນ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ຢ່າງ​ສຳ​ເລັດ​ຜົນ, ລົບ​ລ້າງ​ລະບອບລ່າເມືອງຂຶ້ນສັກດິນາ, ສ້າງ​ຕັ້ງ​ສາທາລະນະ​ລັດ​ ປະຊາທິປະ​ໄຕ ຫວຽດນາມ, ​ເອົາ​ຊະນະ​ບັນດາສົງຄາມ​ຮຸກ​ຮານ, ເຮັດ​ສຳ​ເລັດ​ການ​ປົດ​ປ່ອຍ​ປະ​ເທດ​ຊາດ, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ປະຕິບັດຂະບວນການປ່ຽນແປງໃໝ່, ກໍ່ສ້າງ​ສັງຄົມ​ນິຍົມ, ກໍຄືການ​ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ​ຢ່າງ​ໝັ້ນຄົງ.

ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ

ພາບບັນຍາກາດທີ່ເຫດການ

​ໂດຍ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ເວເນຊູເອລາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູຈຸງໝີ ​ໃຫ້​ຮູ້​ວ່າ ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (ທັນວາ 1989 - ທັນ​ວາ 2024) ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ຢ່າງເລິກເຊິ່ງກ່ວາອີກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວັງ​ວ່າ​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ນັກສຶກສາ ​ຈະ​ເພີ່ມ​ທະ​ວີບັນດາການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ແນະ​ນຳໂຄສະນາກ່ຽວກັບວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຂອງ​ສອງ​ປະ​ເທດ.

ທີ່ເຫດການ, ນັກ​ສຶກສາ​ບັນດາ​ມະຫາວິທະຍາ​ໄລ​ນະຄອນຫຼວງ Caracas ​ໄດ້​ດຳ​ເນີນ​ຫຼາຍການ​ເຄື່ອນ​ໄຫວ​ແລກປ່ຽນ, ເວົ້າເລື່ອງປະຫວັດສາດ, ສະພາບການພັດທະນາ​ເສດຖະກິດ - ສັງຄົມ ກໍຄືນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ.

ນອກ​ນັ້ນ, ນັກ​ສຶກສາ​ຍັງ​ມີ​ໂອກາດຮັບຊົມບັນດາ​ຜະລິດ​ຕະພັນຫັດຖະກຳ​ສິລະປະທີ່ເປັນມູນເຊື້ອ, ຊອກຮູ້ບັນດາ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ. ພິ​ເສດ, ລຸ້ນ​ໜຸ່ມ ເວເນຊູເອລາ ໄດ້ສະ​ແດງ​ຄວາມ​ຊື່ນຊົມຕໍ່​ການ​ວາງ​ສະ​ແດງ​ຊຸດ​ເຊື້ອຍາວທີ່ເປັນມູນເຊື້ອ ພ້ອມກັບກຸບໃບໄມ້ ກໍຄືທັງໄດ້​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຂອງ ​ຫວຽດນາມ.

ໂດຍສ້າງຕັ້ງຂຶ້ນໃນ 1953, ມະຫາວິທະຍາໄລສັງລວມ Santa Maria ເປັນໜຶ່ງໃນບັນດາສູນກາງທາງວິຊາການນຳໜ້າຢູ່ ເວເນຊູເອລາ ພ້ອມກັບບັນດາຂົງເຂດບຳລຸງສ້າງທີ່ມີທ່າແຮງເຊັ່ນ: ກົດຫມາຍ, ການພົວພັນສາກົນ, ການແພດ, ເສດຖະກິດ, ສະຖາປັດຕະຍະກຳ... ດ້ວຍນັກສຶກສາປະມານກວ່າ 20.000 ຄົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.