ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023

00:00 | 30/11/2023

ຍສໝ - ວັນທີ 29 ພະຈິກ, , ຢູ່ ຮ່າໂນ້ຍ, , ກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023 (Vietnam - Asia Smart City Summit 2023) ໄດ້ເປີດຢ່າງເປັນທາງການ.

ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023 ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023
ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023 ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

​ເຫດການ ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ຮ່າ​ໂນ້ຍ ​ຊີ້ນຳພະແນກ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ແລະ ສະມາຄົມ​ຊອບແວ ແລະ ບໍລິການ​ເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ສົມທົບ​ກັນ​ຈັດ​ຕັ້ງ ດ້ວຍ​ຫົວ​ຂໍ້​ ຂຸດຄົ້ນຂໍ້​ມູນ - ກໍ່ສ້າງ​ນະຄອນ​ອັດສະລິຍະ, ພັດທະນາ​ແບບ​ຍືນ​ຍົງ. ນີ້​ແມ່ນ​ປີ​ທີ 7 ທີ່​ໂຄງການ​ໄດ້​ຈັດ​ຂຶ້ນ.

ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023
ທ່ານ​ເຈືອງ​ຢາ​ບິ່ງ, ປະທານ​ສະພາ​ກໍ່​ຕັ້ງ VINASA ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ

Vietnam - Asia Smart City Summit 2023 ດ້ວຍວາລະປະ​ຊຸມພິທີ​ເປີດ ແລະ 9 ວາລະ​ປະ​ຊຸມ​ຫົວ​ຂໍ້ສະເພາະ ​ແບ່ງ​ອອກ​ເປັນ 3 ສາຍ:

ທີໜຶ່ງ, ອຳນາດການປົກຄອງ, ປະຊາຊົນ ແລະ ທຸລະກິດ - ມຸ່ງໄປສູ່ການແລກປ່ຽນຄວາມຄິດເຫັນ ແລະ ປະສົບການໃນການສ້າງກົນໄກ ແລະ ພັດທະນາຕົວເມືອງອັດສະລິຍະ ເພື່ອສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ສະຫຼາດກວ່າ, ມີປະສິດທິພາບ ແລະ ສະດວກກວ່າໃຫ້ແກ່ປະຊາຊົນ, ທຸລະກິດ, ບໍ່ແມ່ນເພື່ອສ້າງຕົວເມືອງດິຈິຕອລປ່ຽນແທນຕົວເມືອງຕົວຈິງ;

ທີສອງ: ເຕັກໂນໂລຊີ, ຂໍ້ມູນ ແລະ ການເຊື່ອມຕໍ່ - ມຸ່ງໄປສູ່ການແນະນໍາ, ປຶກສາຫາລືກ່ຽວກັບເຕັກໂນໂລຊີ, ໂປຼແກຼມເຕັກໂນໂລຊີດິຈິຕອນ, ຊ່ວຍສ້າງ, ເຊື່ອມຕໍ່, ວິເຄາະແກ້ໄຂ ແລະ ຂຸດຄົ້ນຂໍ້ມູນດິຈິຕອນ;

ທີສາມ: ການຮ່ວມມື ແລະ ພັດທະນາ - ມຸ່ງໄປສູ່ການຊຸກຍູ້ການຮ່ວມມື ແລະ ພັດທະນາທາງດ້ານເຕັກໂນໂລຊີ, ພັດທະນາບັນດາມາດຕະການຊ່ວຍແກ້ໄຂບັນຫາລະອຽດ ແລະ ຈຳເປັນຮີບດ່ວນຂອງບັນດາຕົວເມືອງ.

ກອງ​ປະ​ຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຂ່າວ, ນັກ​ຊ່ຽວ​ຊານ 80 ກວ່າ​ທ່ານ ແລະ ຜູ້​ແທນ 1.000 ກວ່າ​ທ່ານ​ທີ່​ເປັນ​ການ​ນຳ ແລະ ຜູ້​ຄຸ້ມ​ຄອງ​ທີ່​ມາ​ຈາກ 11 ພື້ນຖານເສດ​ຖະ​ກິດ, ກະ​ຊວງ ແລະ ອົງ​ການທຽບເທົ່າກະຊວງ; 15 ພະແນກ, ​ຄະນະ, ຂະແໜງການຂອງ 18 ແຂວງ, ນະຄອນໃນທົ່ວປະເທດ, ແລະ ບັນດາວິສາຫະກິດເຕັກໂນໂລຊີ, ວິສາຫະກິດໂປຼແກຼມ, ຜູ້ຊ່ຽວຊານ, ສະຖາບັນຄົ້ນຄ້ວາ ...

ຄຽງຂ້າງບັນດາການໂອ້ລົມສົນທະນາ, ໃນຂອບເຂດຂອງງານຍັງມີການວາງສະແດງເກືອບ 30 ຮ້ານ, ແນະນຳບັນດາການບໍລິການ, ເຕັກໂນໂລຊີທີ່ດີເລີດເພື່ອຮັບໃຊ້ການພັດທະນານະຄອນອັດສະລິຍະຢູ່ ຫວຽດນາມ ແລະ ພາກພື້ນ.

ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍຂໍ້ຕົກລົງ​ເລກທີ 950/QD-TTg ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ພັດທະນາ​ນະຄອນ​ອັດສະລິຍະ​ແບບ​ຍືນ​ຍົງ​ຂອງ ​ຫວຽດນາມ ​ໄລຍະ 2018 – 2025 ​ແລະ ທິດ​ທາງ​ຮອດ​ປີ 2030, ຫວຽດນາມ ມີ 48/63 ​ແຂວງ, ນະຄອນ​ປະຕິບັດ​ໂຄງການ​ພັດທະນາ​ນະຄອນ​ອັດສະລິຍະ, ຫຼາຍກວ່າ 40 ທ້ອງຖິ່ນໄດ້ຜັນຂະຫຍາຍສູນບໍລິຫານອັດສະລິຍະ (IOC) ຢູ່ຂັ້ນແຂວງ ແລະ ເກືອບ 100 IOC ຢູ່ຂັ້ນເມືອງ.

​ໃນ​ປະຈຸ​ບັນ, ​ເຂດ​ຕົວ​ເມືອງ​ພວມ​ຜັນ​ຂະຫຍາຍ​ການ​ພັດທະນາ​ລະບົບ IOC ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ໃນ​ຕົວ​ເມືອງອັດສະລິຍະ, ການ​ບໍລິການອັດສະລິຍະ, ​ໂດຍ​ສຸມ​ໃສ່​ຕົ້ນຕໍໃນຂົງ​ເຂດ​ຄົມມະນາຄົມ (ຕິດຕາມກວດກາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ), ສາທາລະນະສຸກອັດສະລິຍະ, ການສຶກສາອັດສະລິຍະ, ການພັດທະນາໂປຼແກຼມເຕືອນ​ໄພ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ ​ເຈືອງ​ຢາ​ບິ່ງ ປະທານ​ສະພາ​ກໍ່​ຕັ້ງ VINASA ​ໃຫ້​ຮູ້​ວ່າ : “ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ​ກໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ບັນດາ​ແຂວງ, ນະຄອນ​ໃນ​ການກຳນົດທິດ​, ວາງ​ແຜນ​ຜັງ ​ແລະ ກໍ່ສ້າງ​ນະຄອນອັດສະລິຍະ”. ບັນດາວິສາຫະກິດຄື Viettel ແລະ VNPT ໄດ້ຮ່ວມມືກັບ 45 ແຂວງ, ກໍ່ສ້າງ IOC 36 ແຂວງ ແລະ 45 IOC ຂັ້ນເມືອງ. Viettel ໄດ້ເປີດສະຫຼອງນຳໃຊ້ IOC ໃຫ້ແກ່ 30 ກວ່າທ້ອງຖິ່ນ.

FPT ກໍ່ພະຍາຍາມແນະນໍາໃຫ້ບັນດານະຄອນ ນຳຄວາມອັດສະລິຍະ ແລະ ນິວເຄຼຍປັນຍາປະດິດ (AI) ເຂົ້າໃນການວາງແຜນຜັງ ແລະ ການພັດທະນາຕົວເມືອງ. ບັນດາທຸລະກິດດ້ານເຕັກໂນໂລຊີອື່ນໆ ໄດ້ ແລະ ພວມສ້າງ, ນຳເອົາມາດຕະການແກ້ໄຂທີ່ກ້າວໜ້າ ແລະ ມີປະສິດທິພາບທີ່ສຸດ ເຊັ່ນ AI, internet ສັບພະສິ່ງ (IoT), ແຜນທີ່ດິຈິຕອນ 3D ... ເພື່ອ​ຊ່ວຍ​ປັບປຸງ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຂອງ​ບັນດາພະ​ແນ​ກ, ຂະແໜງການ, ບັນດາເຂດ​ຕົວ​ເມືອງ ​ແລະ ເຂດ​ອຸດສາຫະກຳ​ໃນ​ທົ່ວ​ປະ​ເທດ ​ແລະ ພວມມຸ່ງ​ໄປ​ສູ່​ບັນຫາ​ການ​ຄຸ້ມ​ຄອງ ​ແລະ ການ​ຂຸດ​ຄົ້ນ​ຂໍ້​ມູນ​ດີ​ຈີ​ຕອນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ກໍ່ສ້າງ​ຕົວ​ເມືອງ​ອັດສະລິຍະ ​ຢູ່​ຫວຽດນາມ ຍັງປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ສິ່ງທ້າທາຍໃຫຍ່ທີ່ສຸດແມ່ນແລວທາງດ້ານກົດໝາຍຍັງບໍ່ຈະແຈ້ງ, ບໍ່ເອື້ອອຳນວຍໃຫ້ແກ່ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ, ໂດຍສະເພາະແມ່ນຂັ້ນຕອນການລົງທືນ, ການປະມູນ, ການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT). ນອກ​ນີ້, ​ເຂດ​ຕົວ​ເມືອງ​ຍັງ​ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ວາງ​ແຜນ​ທີ່ເປັນອັດສະລິຍະ, ຫັນບັນດາການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນອັດສະລິຍະ”.

ບັນດາພື້ນຖານ, ມາດຕະການແກ້ໄຂທີ່ອັດສະລິຍະຫຼາຍຢ່າງ ໄດ້ນຳສະເໜີໂດຍຜູ້ຊ່ຽວຊານ ແລະ ຜູ້ນຳພາພາຍໃນ ແລະ ຕ່າງປະເທດ ແນະນຳໃນກອງປະຊຸມເຊັ່ນ: ພື້ນຖານ Cloud, ໂຊລູຊັ່ນ 5G, ຜະລິດຕະພັນ AIoT, ຜູ້ຊ່ວຍສະເໝືອນ, AI ໃນດ້ານສາທາລະນະສຸກ, ການຄົມມະນາຄົມ, ການເຄື່ອນຍ້າຍທີ່ເປັນອັດສະລິຍະ.

ຈາກ​ວິ​ທີ​ການສຳຜັດດັ່ງກ່າວ, ອີງ​ຕາມ​ພື້ນຖານ​ໂຄງ​ລ່າງ​ທີ່​ມີຢູ່ແລ້ວ ກໍ່ຄື​ລັກສະນະສະເພາະ​ຂອງ​ແຕ່ລະ​ຕົວ​ເມືອງ​ຂອງ​ ຫວຽດນາມ, ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ ຕ້ອງ​ມີ​ແຜນ​ຜັງ​ທີ່ອັດສະລິຍະ ​ແລະ ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ, ມີຄວາມຕ້ານທານສູງ, ຕິດພັນການຄຸ້ມຄອງ ແລະ ບໍລິຫານກັບການກໍ່ສ້າງໂຄງສ້າງພື້ນຖານຂໍ້ມູນສໍາລັບການເຊື່ອມຕໍ່ກັນ ແລະ ການຂຸດຄົ້ນທີ່ມີປະສິດທິຜົນ.

ຕາມ​ທ່ານ​​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຫງວຽນ​ຮຸຍ​ຢຸງ ​ແລ້ວ, ການ​ພັດທະນາ​ນະຄອນອັດສະລິຍະ ແມ່ນ​ປະຕິບັດ​ການ​ຫັນເປັນ​ດີ​ຈີ​ຕອນ​ໃນ​ຂອບ​ເຂດ ​ແລະ ຂອບຂະໜາດຂອງ​ຕົວ​ເມືອງ ​ແຕ່​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາມຫຍ່ຂອງ​ຕົວ​ເມືອງ​ ​ລວມມີ​ ການຄົມມະນາຄົມ, ສິ່ງ​ແວດ​ລ້ອມ, ພະລັງງານ, ການບຳບັດ​ສິ່ງ​ເສດ​ເຫຼືອ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຕົວ​ເມືອງ... ​ແລະ ​ເພື່ອ​ບັນລຸ​ເນື້ອ​ໃນ​ດັ່ງກ່າວ​ຢ່າງ​ເປັນ​ລະບົບນັ້ນ ບັນດາ​ປັດ​ໄຈ​ທີ່​ອັດສະລິຍະ​ຕ້ອງ​ໄດ້​ຮັບ​ການ​ກຳນົດ, ຄິດ​ໄລ່ ​ແລະ ນຳເຂົ້ສນັບແຕ່ເມື່ອເລີ່ມການ​ວາງ​ແຜນ​ຜັງ​ຕົວ​ເມືອງ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຮຸຍ​ຢຸງ ຢືນຢັນ​ວ່າ: “ການ​ພັດທະນາ​ຕົວ​ເມືອງອັດສະລິຍະ ​ແມ່ນ​ການ​ກໍ່ສ້າງແບບ​ວິທີ​ພັດທະນາ ​ແລະ ບໍລິຫານນຳໃຊ້​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ, ມີ​ປະສິດທິ​ຜົນ​ໂດຍ​ອີງ​ໃສ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ບໍ່​ແມ່ນ​ການ​ເຕົ້າ​ໂຮມ​ບັນດາລະບົບ ​ແລະ ໂປຼແກຼມ​ຂອງ​ບັນດາ​ອົງການ​ວິຊາ​ສະ​ເພາະ​ ຍ້ອນບັັນດາບັນຫາໃນຕົວເມືອງ ມີການພົວພັນທີ່ສະໜິດແໜ້ນນຳກັນ. ບັນດາທ້ອງຖິ່ນຕ້ອງຮັບປະກັນການເຊື່ອມຕໍ່ຢ່າງແໜ້ນແຟ້ນກັບຂະບວນການຫັນເປັນດິຈິຕອນຂອງທ້ອງຖິ່ນ, ໂດຍບໍ່ມີການແຍກຕົວຫຼືຊ້ໍາຊ້ອນ, ທັງຫມົດແມ່ນແນໃສ່ປະຊາຊົນເປັນໃຈກາງ.

ປະຊາຊົນແມ່ນທັງແມ່ນເປົ້າໝາຍຮບໃຊ້ ແລະ ທັງແມ່ນເຈົ້າກຳທີ່ເຂົ້າຮ່ວມ ໂດຍຜ່ານຮູບແບບການລົງທຶນຂອງສັງຄົມ. ບັ ນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຕ້ອງ​ພິຈາລະນາ​ບັນດາ​ພື້ນຖານ​ໂຄງ​ລ່າງ​ຂໍ້​ມູນ​ຂ່າວສານ​ຕົວ​ເມືອງ, ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ​ທີ່​ຈຳ​ເປັນ, ແມ່ນພື້ນຖານເພື່ອຫັນບັນດາ​ໂຄງ​ລ່າງ​ດ້ານ​ເຕັກນິກ ​ແລະ ໂຄ່ງລ່າງ​ເສດຖະກິດ​-ສັງຄົມ ເປັນອັດສະລິຍະ”.

ທ່ານ ເຈີ່ນ​ຊີ​ແທັງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ ຫວັງ​ວ່າ: ສຳລັບ ​ຮ່າ​ໂນ້ຍ, ນະຄອນ​ຈະ​ເລືອກ​ເຟັ້ນ​ສິທີການສຳຜັດ “ການສ້າງ​ນະຄອນ​ອັດສະລິຍະ” ​ແບບ​ຍືນ​ຍົງ, ມີການຫະທຳທີ່ແທ້ຈິງ​ເພື່ອ​ຜົນ​ປະ​ໂຫຍ​ດລວມ​ໃນເບື້ອງຕົ້ນ ​ແລະ ​ເພື່ອ​ຄວາມ​ຮັບຜິດຊອບ​ນຳ​ເອົາ​ການ​ຄັດເລືອກ​ທີ່​ດີ​ທີ່​ສຸດໃຫ້​ສຳລັບ​ອະນາຄົດ. ລັກສະນະພິເສດ "ຍືນຍົງ" ຂອງຕົວເມືອງຈະສະແດງໃຫ້ເຫັນໂດຍຜ່ານການຄັດເລືອກ "​ອັດສະລິຍະ” ​, ມາດຕະການແກ້ໄຂ "ອັດສະລິຍະ" ແລະ ເຕັກໂນໂລຢີ "ອັດສະລິຍະ".

ທ່ານ ເຈີ່ນຊີແທັງ ກ່າວວ່າ: “ຕໍ່ໜ້າ​ການ​ປັນແປທີ່​ບໍ່​ຢຸດ​ຢັ້ງ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ຂໍ້​ມູນທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ທຸກ​ດ້ານ​ຂອງ​ຊີວິດ, ຄວາມ​ສາມາດ​ໃນ​ການ​ວິ​ເຄາະ ​ແລະ ຂຸດ​ຄົ້ນ​ຂໍ້​ມູນ​ນັບ​ມື້​ນັບ​ສູງ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ ​ກັບວາລະເປີດກອງ​ປະຊຸມ​ດ້ວຍ​ຫົວ​ຂໍ້​ວ່າ ການ​ຂຸດ​ຄົ້ນ​ຂໍ້​ມູນ - ກໍ່ສ້າງ​ຕົວ​ເມືອງອັດສະລິຍະ, ການພັດທະນາແບບຍືນຍົງ ຈະເປັນປະໂຫຍດທີ່ສຸດສໍາລັບຕົວເມືອງ. ຈາກ​ນັ້ນ, ກໍ່ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍນະຄອນໃນການ​ເລືອກ ​ແລະ ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ບັນລຸ​ເປົ້າ​ໝາຍ​ກໍ່ສ້າງ​ນະຄອນຫຼວງສີ​ຂຽວ, ປອດ​ໄພ, ​ພັດທະນາ​ໄວ, ​ເປັນ​ເອກະ​ພາບ ​ແລະ ຍືນ​ຍົງ”.

ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າໂນ້ຍ ກໍ່ຫວັງວ່າ ບັນດາແຂວງ, ນະຄອນ, ຜູ້ຄຸ້ມຄອງ, ນັກຊ່ຽວຊານ, ບັນດາວິສາຫະກິດທີ່ເຂົ້າຮ່ວມຈະມີມູມມອງໃໝ່ຕື່ມອີກໃນການກໍ່ສ້າງນະຄອນອັດສະລິຍະ.

​ນອກ​ກອງ​ປະຊຸມ​ນະຄອນອັດສະລິຍະ​ ຫວຽດນາມ - ອາຊີ 2023, ກໍ່ຍັງ​ມີ​ບັນດາ​ສະຖານ​ທີ່ ​ແລະ ການ​ເຄື່ອນ​ໄຫວ​ທີ່ຟົດຟື້ນ​ອື່ນໆ​ຄື: ງານ​ວາງສະ​ແດງ​ບັນດາຜົນງານ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ການກໍ່ສ້າງ​ນະຄອນ​​ອັດສະລິຍະ ຂອງ​ບັນດາ​ວິ​ສາ​ຫະກິດ, ອົງການ; ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ການ​ເຊື່ອມ​ໂຍງ, ໃຫ້ຄຳປຶກສາ​ກ່ຽວ​ກັບ​ການຈັດ​ຕັ້ງ​ຜັນຂະຫຍາຍນະຄອນ​ອັດສະລິຍະ ...

ໃນ 2 ວັນຂອງ​ກອງ​ປະ​ຊຸມ, ບັນດາທ່າ​ອ່ຽງ​ການ​ພັດ​ທະ​ນາ​ Smart City ທີ່ໂດດເດັ່ນຢູ່ ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ສະ​ຫຼຸບ ແລະ ​ປະ​ກາດ​ໂດຍ​ຄະ​ນະ​ຈັດ​ຕັ້ງ​ທີ່​ກອງ​ປະ​ຊຸມ ແລະ ພິທີມອບ​ລາງວັນ​ນະຄອນ​ປະ​ກາດ​ ຫວຽດ​ນາມ ປີ 2023.

ມິງດຶກ

ເຫດການ