ແສງສະຫວ່າງຄວາມສະຫງົບ: ໄຕ້ໄຟສະຫວ່າງບັນດາເສັ້ນທາງແຫ່ງຄວາມຫວັງຢູ່ ບ່າວເລີມ (ກາວບັງ)

06:36 | 26/08/2024

ຍສໝ - ບັນດາຖະໜົນຫົນທາງທີ່ສູງຊັນ, ເບື້ອງໜຶ່ງເປັນເປີ້ນພູ, ອີກເບື້ອງໜຶ່ງເປັນເຫວເລິກຢູ່ບ້ານ ນາກ່າ, ເທດສະບານ ປາກເມົ່າ, ເມືອງ ບ່າວເລີມ, ແຂວງ ກາວບັງ, ເຄີຍເປັນບ່ອນທີ່ຫຼອກຫຼອນສຳລັບພໍ່ແມ່ພີ່ນ້ອງໃນຍາມຄ່ຳຄືນ. ​ແຕ່​ປະຈຸ​ບັນ, ​ໄຟ​ສະ​ຫວ່າງ​ຈາກ​ກິດຈະການ “​ແສງ​ສະ​ຫວ່າງຄວາມສະຫງົບ” ຂອງ​ຕຳຫຼວດ​ແຂວງ ກາວ​ບັງ ບໍ່​ພຽງ​ແຕ່ໄຕ້ໄຟສະຫວ່າງ​ໃຫ້​ແກ່​ເສັ້ນທາງຢູ່ຊົນນະບົດ​ເທົ່າ​ນັ້ນ ຫາກ​ຍັງໄຕ້ຄວາມ​ຫວັງ​ກ່ຽວກັບການດຳລົງ​ຊີວິດ​ທີ່​ປອດ​ໄພ ​ແລະ ໝັ້ນຄົງ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ
ສ້າງສາເຂດສາຊາຍແດນໃຫ້ມີຄວາມສະຫງົບສຸກ, ໝັ້ນຄົງເຂັ້ມແຂງ

ແສງ​ສະ​ຫວ່າງຕາມ​ຖະ​ຫນົນ​ຫົນ​ທາງ​ຊົນນະບົດ

ເປັນເວລາປະມານ 3 ເດືອນແລ້ວ, ຕອນຄ່ຳແຕ່ລະມື້, ຖະໜົນຫົນທາງໄປຫາໝູ່ບ້ານ ນາກ່າ ໄດ້ແຈ້ງສະຫວ່າງພາຍໃຕ້ແສງດອກໄຟພະລັງງານແສງຕາເວັນ. ປະຊາຊົນແຕ່ລະກຸ່ມໄດ້ຊວນກັນຍ່າງເລາະຫຼິ້ນ ແລະ ລົມກັນໃນບັນຍາກາດທີ່ສະຫງົບສຸກ. ນີ້​ແມ່ນພາກ​ສ່ວນ​ໜຶ່ງ​ໃນກິດຈະການ​ຕິດ​ຕັ້ງ​ເສົາດອກ​ໄຟ 40 ເສົາ ​ມີ​ມູນ​ຄ່າ 80 ລ້ານ​ດົ່ງ ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງ ກາວ​ບັງ ​ແລະ ຕຳຫຼວດ​ເມືອງ ​ບ່າ​ວ​ເລີມ ​ເພື່ອແນໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ​ແລະ ຍົກສູງຄຸນນະພາບການດຳລົງ​ຊີວິດ​​ຂອງ​ພໍ່ແມ່ພີ່ນ້ອງ​ຢູ່ 3 ຈຸດກຸ່ມຂາວປະເສີດໃນບໍລິເວນເມືອງ​ຄື: ກຸ່ມ​ຂ່າວປະເສີດຊາວ​ເຜົ່າ ​ມົ້ງ ຢູ່​ໝູ່​ບ້ານ ​ນາ​ກ່າ, ເມືອງ ​ປາກ​ເມົ່າ; ​ກຸ່ມ​ຂ່າວປະ​ເສີດຊາວ​​ເຜົ່າ ຢ້າວ ​ຢູ່​ໝູ່​ບ້ານ​ ນາ​ແຫງ, ຕາ​ແສງ ນາມ​ກວ່າງ; ​ກຸ່ມຂ່າວ​ປະເສີດ ຂວຍ​ເຢືອງ, ໝູ່​ບ້ານ​ ນາ​ແຫງ, ຕາ​ແສງ ນາມ​ກວ່າງ.

ແສງສະຫວ່າງຄວາມສະຫງົບ: ໄຕ້ໄຟສະຫວ່າງບັນດາເສັ້ນທາງແຫ່ງຄວາມຫວັງຢູ່ ບ່າວເລີມ (ກາວບັງ)

ຜູ້ຕາງໜ້າ​ຕຳຫຼວດ​ແຂວງ ກາວ​ບັງ ​ໄດ້​ມອບກິດຈະການ “​ແສງ​ສະ​ຫວ່າງຄວາມສະຫງົບ” ​ໃຫ້​ປະຊາຊົນ​ບ້ານ​ນາ​ກ່າ.

ທ່ານ​ພັນ​ໂທ ເຢືອງ​ແທງ​ຫາຍ, ຮອງ​ຫົວໜ້າຕຳຫຼວດ​ເມືອງ ບ່າ​ວ​ເລີມ ​ໃຫ້​ຮູ້​ວ່າ: ​ແນວ​ຄິດ​ປະຕິບັດ​ກິດຈະການ “​ແສງ​ສະຫວ່າງຄວາມສະຫງົບ” ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ພາຍຫຼັງ​ໄດ້​ເຫັນ​ຊີວິດ​ການ​ເປັນ​ຢູ່ທີ່ຫຍຸ້ງຍາກ​ຂອງ​ປະຊາຊົນ​ຢູ່​ເຂດ​ເນີນ​ສູງ​ນີ້. ບັນດາພະນັກງານ - ນັກຮົບ ໄດ້ສະເໜີໃຫ້ຕໍາຫຼວດເມືອງ ແລະ ຕໍາຫຼວດແຂວງ ໜູນຊ່ວຍໃນການຕິດຕັ້ງເສົາດອກໄຟພະລັງງານແສງຕາເວັນລຽບຕາມເສັ້ນທາງເຂົ້າບ້ານ. ກິດຈະການດັ່ງກ່າວ​​ບໍ່​ພຽງ​ແຕ່​ຊ່ວຍ​ຮັບ​ໃຊ້​ຄວາມ​ຕ້ອງ​ການໃນການດຳລົງຊີວິດ, ການອອກແຮງງານ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ເຫຼືອ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ເຂດ​ດັ່ງ​ກ່າວອີກດ້ວຍ.

​ເພື່ອ​ຕອບ​ແທນຄືນການໜູນ​ຊ່ວຍດັ່ງກ່າວ, ປະຊາຊົນ​ບັນດາ​ກຸ່ມ​ຂາວປະເສີດໄດ້​ສົ່ງ​ຈົດໝາຍ​ຂອບ​ໃຈ​ເຖິງ​ຕຳຫຼວດ​ແຂວງ ກາວ​ບັງ ​ແລະ ຕຳຫຼວດ​ເມືອງ​ ບ່າວ​ເລີມ. ​ໃນ​ຈົດໝາຍ​ສະບັບ​ວັນ​ທີ 22 ສິງຫາ, ທ່ານ ຮວ່າງວັນ​ຊູງ ​ໄດ້​ຂຽນ​ວ່າ: “ນັບ​ແຕ່​ມີໄຟສະຫວ່າງດອກ​ໄຟ​ຂອງ​ກິດຈະການ “​ແສງ​ສະຫວ່າງຄວາມ​ສະຫງົບ”, ບັນດາ​ສາສະນິກະຊົນຂາວປະເສີດ ​ແລະ ປະຊາຊົນ​ໝູ່​ບ້ານ ​ນາ​ກ່າ, ​ເມືອງ ປາກເມົ່າ ​ໄດ້​ມີ​ຄວາມພາກພູມໃຈທີ່ສຸດ. ​ຕຳຫຼວດ​ແຂວງ ກາວ​ບັງ ​ແລະ ຕຳຫຼວດ​ເມືອງ ​ບ່າວເລີມ ​ໄດ້ມອບດອກໄຟພະລັງງານ​ແສງ​ຕາ​ເວັນ​ໃຫ້​ແກ່​ກຸ່ມ​ຂາວປະເສີດ ວຽກງານນີ້​ໄດ້​ຊ່ວຍ​ໃຫ້​ສາສະນິກະຊົນຂາວປະເສີດພວກຂ້າພະເຈົ້າ​ມີ​ເງື່ອນ​ໄຂ​ສະດວກ​ກວ່າ​ໃນ​ການ​ອອກ​ແຮງ​ງານ​ ແລະ ​ທຳການ​ຜະລິດ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ທ່ານ ຟຸ່ງຕ່າຍ​ຈ່ຽວ, ຫົວໜ້າ​ກຸ່ມ 2 ບ້ານ ​ມາ​ແຫງ, ຕາ​ແສງ ນາມ​ກວ່າງ ​ພ້ອມດ້ວຍຄຸນພໍ່​ ຮວ່າງ​ວັນນຸ່ງ, ຫົວໜ້າ​ກຸ່ມ 1 ໝູ່​ບ້ານ​ ມາ​ແຫງ ກໍ່​ໄດ້​ຂອບ​ໃຈ​ຕຳຫຼວດ​ແຂວງ ກາວ​ບັງ ​ແລະ ຕຳຫຼວດ​ເມືອງ ບ່າ​ວ​ເລີມ ທີ່​ໄດ້​ໃຫ້ການໜູນ​ຊ່ວຍ​ດອກໄຟພະລັງງານແສງຕາເວັນ. ​ໃນ​ຈົດໝາຍ​ໄດ້​ຂຽນ​ວ່າ: “ຖະໜົນ​ຫົນທາງ​ທີ່​ເຄີຍ​ມືດ​ມົວ ​ມາຮອດປະຈຸບັນ​ໄດ້​ມີ​ການ​ໄຕ້ໄຟສະຫວ່າງໃຫ້ພໍ່ແມ່​ພີ່ນ້ອງ​ເດີນທາງ​ໃນ​ຕອນ​ກາງຄືນ​ໄດ້​ປອດ​ໄພ, ທຸກ​ຄົນ​ໃຜກໍ່ຮູ້ສຶກ​ມີ​ຄວາມສຸກ”.

ທ່ານ ມາເຖສີ໊ ປະທານ​ຄະນະ​ກຳມະການ​ປະຊາຊົນ​ເທດສະບານປາກເມົ່າ ໄດ້​ຮັບ​ຮູ້​ຮູບແບບ “​ແສງສະຫວ່າງ​ຄວາມສະຫງົບ” ​ແມ່ນ​ການ​ຢັ້ງຢືນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ຕໍ່​ຊີວິດ​ຂອງ​ປະຊາຊົນ.

ຮັບປະກັນຄວາມປອດໄພໂດຍຜ່ານຮູບແບບການຄຸ້ມຄອງດ້ວຍຕົນເອງ

ຄຽງ​ຄູ່​ກັບ​ການ​ຕິດ​ຕັ້ງ​ລະບົບດອກ​ໄຟ​, ຮູບ​ແບບ “​ຈຸດກຸ່ມສາສະໜາ​ຄຸ້ມ​ຄອງ​ດ້ວຍຕົນເອງກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ” ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ຮູບແບບນີ້ບໍ່ພຽງແຕ່ຊ່ວຍຍົກສູງສະຕິປັນຍາຂອງປະຊາຊົນໃນການຮັກສາຄວາມສະຫງົບ ຫາກຍັງຮັບປະກັນໃຫ້ແກ່ສາສະນິກະຊົນຂາວປະເສີດສາມາດປະຕິບັດສາດສະຫນາຂອງເຂົາເຈົ້າໃນສະພາບແວດລ້ອມທີ່ປອດໄພ ແລະ ຫມັ້ນຄົງ. ໂດຍຜ່ານນັ້ນ, ປະຊາ​ຄົມ​ກໍ່ຮ່ວມ​ມື​ກັນກໍ່ສ້າງ​ຂະບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ແສງສະຫວ່າງຄວາມສະຫງົບ: ໄຕ້ໄຟສະຫວ່າງບັນດາເສັ້ນທາງແຫ່ງຄວາມຫວັງຢູ່ ບ່າວເລີມ (ກາວບັງ)

ຈົດໝາຍຂອບໃຈຂອງທ່ານ ຮວ່າງວັນຊູງ, ຫົວໜ້າກຸ່ມຂາວປະເສີດຊາວເຜົ່າ ມົ້ງ ຢູ່ບ້ານ ນາກ່າ.

ໂດຍຜ່ານ​ການ​ກຳໄດ້​ສະພາບ​ການ, ​ຕຳຫຼວດ​ເທດສະບານປາກ​ເມົ່າ ​ເຫັນ​ວ່າ ກຸ່ມ​ຂາວປະ​ເສີດ​ຊາວ​ເຜົ່າ ​ມົ້ງ ຢູ່​ໝູ່​ບ້ານ​ ນາ​ກ່າ ​ມີ​ນ້ຳ​ໃຈ​ສາມັກຄີ, ຮັກ​ແພງ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ແລະ ລະບຽບການຂອງທ້ອງ​ຖິ່ນກ່ຽວກັບການຄຸ້ມຄອງ, ດຳເນີນກິດຈະກຳທາງສາສະໜາ. ປະຊາຊົນ, ຜູ້ມີຍົດສັກຕຳແໜ່ງ, ພະນັກງານ ແລະ ສາສະນິກະຊົນຢູ່ສະຖານທີ່ກຸ່ມຂາວປະເສີດ ມົ້ງ ໄດ້ເຫັນດີເປັນເອກະພາບຢ່າງສິ້ນເຊິງ ແລະ ເຫັນດີຕໍ່ການກໍ່ສ້າງຮູບແບບເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຈຸດຂອງກຸ່ມ. ສະນັ້ນ, ວັນທີ 20 ມິຖຸນາ ປີ 2024, ຄະນະກຳມະການປະຊາຊົນເທດສະບານ ປາກເມົ່າ ໄດ້ສ້າງຕັ້ງຮູບແບບ “ກຸ່ມສາສະໜາຄຸ້ມຄອງດ້ວຍຕົນເອງ ກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ” ຢູ່ໝູ່ບ້ານ ນາກ່າ.

ມາ​ຮອດ​ປະຈຸ​ບັນ, ທົ່ວ​ແຂວງ ກາວ​ບັງ ​ໄດ້​ສ້າງ​ຕັ້ງ 150 ກວ່າ​ກຸ່ມ​ຄຸ້ມ​ຄອງ​ດ້ວຍຕົນ​​ເອງກ່ຽວກັັບເຂດ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຢູ່​ບັນດາ​ໝູ່​ບ້ານ​ຊາຍ​ແດນ ແລະ ​ເກືອບ 400 ກຸ່ມ​ຄຸ້ມ​ຄອງດ້ວຍ​ຕົນເອງກ່ຽວກັບຄວາມສະຫງົບ​, ປະກອບສ່ວນ​ຮັກສາ​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຊາດ.

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

ຍສໝ - ທີ່ການພົບປະ, ຕາງໜ້າການນຳກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ), ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຮົບ ຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ; ພ້ອມທັງສະແດງຄວາມປາດຖະໜາວ່າ ສາຍພົວພັນການຮ່ວມມືລະຫວ່າງທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ຈະນັບມື້ນັບສະໜິດຕິດພັນຮັດແໜ້ນຂຶ້ນຕື່ມ.

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ຍສໝ - ທ່ານພົນໂທ ຝຸ່ງສີ໊ເຕີນ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ (ພິເສດແມ່ນຄະນະຜູ້ແທນຂັ້ນສູງ), ການບຳລຸງສ້າງຊັບພະຍາກອນມະນຸດ, ການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ ແລະສອງກອງທັບ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ..

ມິງດຶກ

ເຫດການ
302 Found

Found

The document has moved here.