ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.

15:17 | 24/07/2025

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ທີ່​ການ​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກໍລະກົດ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສາທາລະນະ​ລັດ ເຊເນການ ຢ່າງ​ເປັນ​ທາງ​ການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.

ຄວາມ​ເສົ້າ​ສະຫຼົດ​ໃຈ​ຈາກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ຂອງ​ທ່ານພົນຈັດຕະວາ ຮ່​ວາງດັກ​ເຮີອງ ຄວາມ​ເສົ້າ​ສະຫຼົດ​ໃຈ​ຈາກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ຂອງ​ທ່ານພົນຈັດຕະວາ ຮ່​ວາງດັກ​ເຮີອງ
ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ
ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ​ແລະ ພັນ​ລະ​ຍາ ​ໄດ້​ພົບ​ປະ​ກັບ​ບັນດາ​ພະນັກງານ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ເຊເນການ. (ພາບ: TTXVN)

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Algeria ຄວບຕຳແໜ່ງ ເຊເນການ ເຈີ່ນກ໋ວກແຄ໋ງ ​ໃຫ້​ຮູ້​ວ່າ ປະຈຸ​ບັນ ມີ​ຊາວ ຫວຽດນາມ ​ແລະ ຊາວ​ທີ່ມີເຊື້ອຊາດຫວຽດນາມ ປະມານ 3.000 ຄົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ເຊດນການ. ເຖິງ​ວ່າ​ປະຊາ​ຄົມ​ບໍ່​ໃຫຍ່​ປານ​ໃດ​ກໍ່ຕາມ, ​ແຕ່​ຍັງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເປັນ​ເອກະ​ພາບ ​ແລະ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ. ການ​ທີ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ພົບ​ປະ​ກັບ​ປະຊາຊົນ​ໃນ​ທັນທີ​ທີ່​ເດີນທາງ​ມາ​ເຖິງ ​ເຊ​ເນ​ກາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ທັງ​ແມ່ນ​ແຫຼ່ງກຳລັງ​ໜູນ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ພະນັກງານ​ສະຖານທູດ.

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ອົບ​ອຸ່ນ​ຈາກ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ,​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງມາ​ຍັງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ເຊເນການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດໃຫ້ຮູ້ວ່າ ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ຕາມ​ຄຳ​ເຊີນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ ເຊເນການ Malick Ndiaye ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ.

ຄາດຄະເນວ່າ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຊເນການ, ພົບ​ປະ​ກັບ​ປະທານນາທິບໍດີ ແລະ ນາຍົກລັດຖະມົນຕີ ເຊເນການ, ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ນະ​ໂຍບາຍ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ການ​ຄ້າ ​ແລະ ການ​ລົງທຶນ. ​ເນື່ອງ​ໃນ​ໂອກາດ​ນີ້, ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ຈະ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື, ສ້າງ​ຂອບ​ເຂດ​ນິຕິ​ກຳ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ເຊເນການ.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ (ທີ່​ສອງ​ຈາກ​ຊ້າຍ) ​ແລະ ພັນ​ລະ​ຍາ ​ໄດ້​ມອບ​ຂອງຂວັນ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ເຊເນການ. (ພາບ: TTXVN)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ປະ​ເທດ, ​ແລະ ​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ເຊເນການແມ່ນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະ​ເທດ​ຊາດ. ຕີລາຄາສູງບົດບາດເຊື່ອມຕໍ່ຂອງອົງການບັນດາຊາວ ເຊເນການ ທີ່ມີເຊື້ອຊາດຫວຽດນາມ (ກີມສະມາຄົມ), ປະທານສະພາແຫ່ງຊາດ ສະເໜີໃຫ້ອົງການນີ້ ສືບຕໍ່ເປັນຂົວຕໍ່ຂໍ້ມູນຂ່າວສານລະຫວ່າງປະເທດ ແລະ ປະຊາຄົມ, ພິເສດແມ່ນເຜີຍແຜ່ຈິດໃຈປະດິດສ້າງ, ປະສິດທິຜົນໃນກົນໄກຄຸ້ມຄອງ, ຊຸກຍູ້ຄວາມມຸ່ງມາດປາດຖະໜາຂອງປະເທດຊາດໃນການພັດທະນາ ແລະ ກ້າວໜ້າໃນຍຸກໃໝ່. ພ້ອມ​ກັນ​ນັ້ນ, ໂຄສະນາ​ຢ່າງຕັ້ງໜ້າຮູບພາບ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນ​ມີ​ປະຊາຊົນ ​ເຊ​ເນ​ການ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່ສະເໜີໃຫ້ພະນັກງານ, ລັດຖະກອນ​ສະຖານທູດ​ຫວຽດນາມ ປະຈຳ ເຊເນການ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ມູນ​ຂ່າວສານ​ນະ​ໂຍບາຍ, ການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ, ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ພາຍ​ໃນ​ປະ​ເທດ ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປະ​ເທດປະຈຳຖີ່ນ.

ປາດຖະໜາວ່າປະຊາຊົນຈະສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຢ່າງໝັ້ນຄົງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ປາດຖະໜາວ່າປະຊາຊົນຈະສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຢ່າງໝັ້ນຄົງ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ປາດຖະໜາວ່າ ລັດຖະບານທ້ອງຖິ່ນຈະສືບຕໍ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ເຊື່ອມໂຍງເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ເຊເນການ ແລະ ເຮັດໃຫ້ການພົວພັນມິດຕະພາບຫວຽດນາມ - ເຊເນການ ເລິກເຊິ່ງກວ່າອີກ.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.
ຜູ້ຕາງໜ້າ ກີມສະມາຄົມ ກ່າວ​ຄຳປາໄສ. (ພາບ: TTXVN)

ຜູ້ຕາງໜ້າ ກີມສະມາຄົມ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ຢືນຢັນຄວາມປາດຖະໜາຢາກສືບຕໍ່ເຮັດໜ້າທີ່ເປັນ “ຂົວຕໍ່” ເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ກີມສະມາຄົມ ສະ​ເໜີ​ໃຫ້ ຫວຽດນາມ ໜູນ​ຊ່ວຍ ເຊເນການ ​ໃນ​ບັນດາຂົງເຂດທີ່ມີທ່າແຮງຄື​ການ​ປຸງ​ແຕ່ງ​ກະສິກຳ ​ແລະ ຜະລິດ​ເຂົ້າ; ຊຸກຍູ້ບັນດາການເຄື່ອນໄຫວແຮກສ່ຽວໃນການສຶກສາ ແລະ ບຳລຸງສ້າງ; ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ເຊເນການ ຮັກສາ ​ແລະ ເສີມຂະຫຍາຍຮີດຄອງ​ປະ​ເພນີ​ວັດທະນະທຳ​ຂອງ​ຊາດ...

ຄວາມ​ເສົ້າ​ສະຫຼົດ​ໃຈ​ຈາກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ຂອງ​ທ່ານພົນຈັດຕະວາ ຮ່​ວາງດັກ​ເຮີອງ ຄວາມ​ເສົ້າ​ສະຫຼົດ​ໃຈ​ຈາກ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ຂອງ​ທ່ານພົນຈັດຕະວາ ຮ່​ວາງດັກ​ເຮີອງ

ຍສໝ - ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມເສຍໃຈມາຍັງ ຫວຽດນາມ ໃນການເສຍຊີວິດຂອງທ່ານພົນຈັດຕະວາ ຮ່​ວາງດັກ​ເຮີອງ - ຜູ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດລາວ ແລະ ການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.

ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ຜັນຂະຫຍາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຂົນຂວາຍ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ

ຍສໝ - ແຕ່​ວັນ​ທີ 13-14 ມິຖຸນາ 2025, ຄະນະປະຕິບັດງານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໂດຍ​ທ່ານ​ປະທານຄະນະ​ກຳມະການ ຫງວຽນຈຸງກຽນ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ສ.​ເກົາຫຼີ ​ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນ​ຊ່ວຍ ​ແລະ ຂົນຂວາຍ​ປະຊາ​ຄົມ. ຢູ່​ທີ່​ນີ້, ຄະນະ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 20 ຄົນ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ຂອງ​ບັນດາ​ສະມາຄົມ​ໃຫຍ່ ​ແລະ ຢ້ຽມຢາມ​ບັນດາ​ວິ​ສາ​ຫະກິດທີ່ດີເດັ່ນຂອງ ຫວຽດນາມ.

ມີງດຶກ

ທ່ານອາດຈະມັກ