ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ

17:22 | 24/01/2024

ຍສໝ - ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ຫວຽດນາມ ​ແຕ່​ວັນ​ທີ 11 – 13 ມັງກອນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ຫວໍວັນເຖືອງ.

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ. ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.
ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່​ ຫວຽດນາມ ຂອງທ່ານປະທານາທິບໍດີ ສາທາລະນະລັດອິນ​ໂດ​ເນ​ເຊຍ Joko Widodo ​ໄດ້ມີ​ຄວາມ​ໝາຍ​ສຳຄັນ​ແນວໃດກ່ຽວກັບການພັດທະນາການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທີ 2, ພາຍຫຼັງການຢ້ຽມຢາມຄັ້ງທຳອິດໃນປີ 2018. ໃນເວລານັ້ນ, ການນຳ 2 ຝ່າຍໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍວົງເງິນການຄ້າ 2 ຝ່າຍໃນປີ 2023 ໃຫ້ໄດ້ 10 ຕື້ USD. ແຕ່ວ່າ ປີ 2022, ພວກ​ເຮົາ​ບັນ​ລຸ ໃດ້ 14,2 ຕື້ USD ແລ້ວ - ເຊິ່ງລື່ນ​ກາຍ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ. ໝາຍ​ຄວາມ​ວ່າ, ​ເປົ້າ​ໝາຍ​ບັນລຸ 15 ຕື້ USD ​ໃນ​ປີ 2028 ຈະ​ບັນລຸ​ໄດ້​ໂດຍ​ໄວ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ໃນ​ປີ 2013.

​ໃນ​ສະພາບ​ການ​ຄາດ​ຄະ​ເນ​ເສດຖະກິດ​ໂລກ​ທີ່​ຍັງ​ບໍ່​ຄ່ອຍ​ດີ​ພາຍຫຼັງ COVID-19, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ໄດ້​ວາງ​ເປົ້າໝາຍ​ມຸ່ງ​ໄປ​ສູ່​ການ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ຮອດ​ປີ 2045. ນີ້​ແມ່ນ​ຈຸດ​ຫັນ​ປ່ຽນ 100 ປີ​ແຫ່ງວັນ​ເອກະລາດ​ ຂອງທັງ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ

ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Denny Abdi

ເປົ້າໝາຍໃຫຍ່ອີກອັນໜຶ່ງທີ່ພວກເຮົາວາງໄວ້ແມ່ນບັນລຸເປົ້າ​ໝາຍ​ການປ່ອຍອາຍພິດລົງເປັນ 0 ຂອງ ຫວຽດນາມ ໃນປີ 2050 ແລະ ອິນໂດເນເຊຍ ໃນປີ 2060. ເປົ້າໝາຍສອງຢ່າງນີ້ບໍ່ແມ່ນເລື່ອງງ່າຍ. ພວກ​ເຮົາ​ຕ້ອງ​ທຳ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ໃຫ້​ສອງ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດທີ່ຟົດຟື້ນ​ແຖວ​ໜ້າ​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ບັນລຸ​ເປົ້າ​ໝາຍ. ສິ່ງທີ່ສໍາຄັນທີ່ສຸດ, ພວກເຮົາມີຊັບສິນທີ່ລ້ຳຄ່າທີ່ສຸດ - ນັ້ນແມ່ນຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ຍາມໃດກໍ່ກຽມພ້ອມສໍາລັບເປົ້າຫມາຍທີ່ຍິ່ງໃຫຍ່. ສະ​ນັ້ນ, ການ​ຮ່ວມ​ມື​ຢ່າງ​ສະ​ໜິດ​ສະ​ໜົມ​ຈະ​ສ້າງ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫລວງ​ບໍ່​ພຽງ​ແຕ່​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ທັງ​ພາກ​ພື້ນ ອາ​ຊຽນ ອີກດ້ວຍ.

ຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບຈະ​ຍົກ​ລະ​ດັບ​ການ​ພົວ​ພັນ​ໂດຍ​ໄວ, ທ່ານ​​ເອກ​ອັກ​ຄະ​ລັດ​ຖະ​ທູດມີການຕີລາຄາກ່ຽວກັບ​ຄວາມ​ສຳ​ຄັນ​ຂອງ​ບາດ​ກ້າວ​ນີ້​ຄື​ແນວ​ໃດ?

ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2013. ​ໃນ​ປີກາຍ, ພວກ​ເຮົາ​ມີ​ຫຼາຍ​ກິດຈະກຳ​ເພື່ອ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ພົວພັນ​ນີ້. ພວກ​ເຮົາ​ຫວັງ​ວ່າ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ​ຈະ​ສາມາດ​ຍົກ​ລະດັບ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໄດ້​ໂດຍ​ໄວ. ບາດກ້າວ​ດັ່ງກ່າວ​ຈະ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ຂອງ​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ​ເປີດບັນດາກາລະ​ໂອກາດ​ໃໝ່ອອກ.

​ໃນ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ພວກເຮົາຈົ່ງພ້ອມກັນມຸ່ງໄປການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ໃນ​ອະນາຄົດ. ຕໍ່ຈາກນັ້ນ, ບໍ່​ຢຸດ​ຢັ້ງ​ການ​ຮ່ວມ​ມື​ສອງ​ຝ່າຍ, ພວກ​ເຮົາ​ຕ້ອງ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ຢູ່​ພາກ​ພື້ນ​ຄື: ສະພາບການ ມຽນ​ມາ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ສິ່ງ​ທ້າ​ທາຍ​ແບບໃໝ່. ​ເພາະສະ​ນັ້ນ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ດ້ວຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ໃນ​ທຸກ​ລະດັບ ​ແລະ ຂົງ​ເຂດ​ຈາກ​ການ​ເມືອງ​ຕະຫຼອດເຖິງ​ເສດຖະກິດ, ​ໃນ​ຖານະ​ເປັນ​ສະມາຊິກ​ອາ​ຊຽນ, 2 ປະ​ເທດ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ, ມຸ່ງ​ໄປ​ເຖິງ​ໂລກ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ ແລະ ການພັດທະນາ.

ດ້ວຍ​ບັນດາບັນດາປັດໄຈທີ່​ມີ​ຢູ່​ແລ້ວ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ມີຄວາມຫວັງໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Widodo ​ຄືແນວ​ໃດ ​ແລະ ຈະ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ໃດແດ່?

ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ແລ້ວ, ​ເປົ້າ​ໝາຍທີ່ເຕັມໄປດ້ວຍຄວາມຫວັງ​ຂອງ​ສອງ​ປະ​ເທດ​ແມ່ນ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045, ດັ່ງ​ນັ້ນ ​ພວກ​ເຮົາ​ຕ້ອງ​ຫັນປ່ຽນ​ໂຄງ​ປະກອບ​ການ​ຄ້າ​ສອງ​ປະ​ເທດ​ໃນ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່. ໃນນັ້ນ, ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ.

ການ​ຮ່ວມ​ມື, ການ​ລົງທຶນ 2 ຝ່າຍ​​ເຂັ້ມ​ແຂງກວ່າ, ​ໂດຍ​ສຸມ​ໃສ່ 5 ຂົງ​ເຂດ​ຄື: ກະສິກຳ, ການ​ປະມົງ, ອຸດສາຫະກຳ​ເຕັກ​ໂນ​ໂລຢີສູງ​ຄື: ລະບົບ​ນິ​ເວດ​ລົດ​ໄຟຟ້າ, ພະລັງງານ​ທົດ​ແທນ ​ແລະ ​ເສດຖະກິດ​ດີ​ຈີ​ຕອນ.

ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ກໍ່ສຸມ​ໃສ່​ພັດທະນາ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ສູງ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ; ເນັ້ນໜັກເຖິງຂົງເຂດການສຶກສາ, ຄົ້ນຄວ້າ ແລະ ພັດທະນາ; ຫຼື ອຸດສາຫະກຳ Halal ເພື່ອເປີດປະຕູສູ່ການພັດທະນາການທ່ອງທ່ຽວ.

ຂໍຂອບໃຈທ່ານທູດ!

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.