ໂດຍເລີ່ມລົງມືກໍ່ສ້າງຢ່າງເປັນທາງການແຕ່ວັນທີ 9 ມັງກອນ 2021, ວິທະຍາເຂດ ຮ່ວາລາກ NIC ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການອອກແບບຂອງນົກອິນຊີ, ເປັນສັນຍາລັກໃຫ້ແກ່ພາລະກິດແຫ່ງການມີຫົວຄິດປະດິດສ້າງ, ສ້າງຄຸນຄ່າທີ່ແຕກຕ່າງ, ຊຸກຍູ້ວິສາຫະກິດທີ່ມີຫົວຄິດປະດິດສ້າງເພື່ອພັດທະນາ ແລະ ເປີດກວ້າງ.
ພິທີໄຂ NIC ຮ່ວາລາກ ແມ່ນຂີດໝາຍສຳຄັນຂອງສູນປະດິດສ້າງແຫ່ງຊາດ ວິທະຍາໄລ ຮ່ວາລາກ ໃນການເຄື່ອນໄຫວຊຸກຍູ້ການພັດທະນາລະບົບນິເວດ Startup ແບບມີຫົວຄິດປະດິດສ້າງຢູ່ຫວຽດນາມ, ສືບຕໍ່ຜັນຂະຫຍາຍແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ ໃນການຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
![]() |
ພິທີເປີດສະຫຼອງຮາກຖານເຄື່ອນໄຫວໃໝ່ຂອງສູນນະວັດຕະກຳແຫ່ງຊາດ |
ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ ຢັ້ງຢືນວ່າ ນະວັດຕະກຳ ພວມແມ່ນທ່າອ່ຽງທີ່ແນ່ນອນ, ແມ່ນການເລືອກເຟັ້ນທີ່ມີລັກສະນະບຸກທະລຸຍຸດທະສາດຂອງ ຫວຽດນາມ. ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນການລົງທຶນ ສຳລັບສູນນະວັດຕະກຳແຫ່ງຊາດໃຫ້ດີທີ່ສຸດນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີວ່າ: ຂ້າພະເຈົ້າສະເໜີໃຫ້ ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກນໂລຊີ ແລະ ບັນດາກະຊວງ, ອົງການ, ວິທະຍາສາດ ຕ້ອງກ້າເຮັດ, ຕັດສິນໃຈສູງ, ມານະພະຍາຍາມກ່ວາອີກ, ໝູນໃຊ້ ບັນດາໂອກາດການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ຫຼາຍກ່ວາອີກ ເພື່ອສ້າງລະບອບລະບຽບການ, ນະໂຍບາຍໃຫ້ແກ່ການເຄື່ອນໄຫວນະວັດຕະກຳຢູ່ ຫວຽດນາມ ໃຫ້ສຳເລັດ ເພື່ອຕອບສະໜອງຢ່າງທັນການ ຄຳຮຽກຮ້ອງພັດທະນາໃນພຶດຕິກຳຕົວຈິງຂອງບັນດາເຈົ້າຂອງລະບົບຊີວະພາບ, ພິເສດແມ່ນບັນດາວິສາຫະກິດນະວັດຄະກຳ ແລະ start up ປະດິດຄິດສ້າງ.
![]() |
ພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ພື້ນທີ່ຂະໜາດໃຫຍ່ ຈະຊ່ວຍໃຫ້ NIC ປະຕິບັດບົດບາດເປັນສູນນຳໜ້າຢ່າງມີປະສິດທິຜົນ, ເປັນຕົວເຊື່ອມຕໍ່ທີ່ສຳຄັນໃນລະບົບສູນປະດິດສ້າງ ເພື່ອໜູນຊ່ວຍບັນດາວິສາຫະກິດເຂົ້າເຖິງບັນດາເຕັກໂນໂລຊີໃໝ່; ພັດທະນາລະບົບນິເວດການປະດິດສ້າງ ແລະ ຜູ້ປະກອບການ; ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ປະຕິບັດ ແລະ ພັດທະນາເຄືອຂ່າຍປະດິດສ້າງຫວຽດນາມ ພ້ອມທັງສະໜອງການບໍລິການສາທາລະນະໃຫ້ບັນດາວິສາຫະກິດ ແລະ ປະຊາຄົມ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ ໄດ້ປະຕິບັດພິທີໄຂ ແລະ ຢ້ຽມຢາມ ງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2023 ຊື່ງມີຫົວເລື່ອງ “ເຕົ້າໂຮມ-ປະດິດຄິດສ້າງ-ແຜ່ຂະຫາຍ” ຈັດຂຶ້ນແຕ່ວັນທີ 18 ຕຸລາ-ວັນທີ 1 ພະຈິກ ດ້ວຍຮ້ານວາງສະແດງລະດັບສາກົນ 200 ຮ້ານ.
ຄຳຮຸ່ງ