ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້

16:11 | 06/11/2019

ຍສໝ​ - ທ່ານປະທານາທິບໍດີ ອາຟະລິກາໃຕ້ ໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ໄປດຳເນີນທຸລະກິດ, ທຳມາຫາກິນຢູ່ ອາຟະລິກາໃຕ້.

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອາຟະລິກາ, ໃນລະຫວ່າງວັນທີ 3 – 5 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ສ.ອາຟະລິກາໃຕ້ David Mabuza, ເຮັດວຽກກັບທ່ານ Elias Sekgobelo Ace Magashule ເລຂາທິການໃຫຍ່ພັກພັກຄອງແກຣັສແຫ່ງຊາດອາຟຣິກາ(ANC), ເຂົ້າຮ່ວມແລະກ່າວຄຳເຫັນຊີ້ນຳການໂອ້ລົມສົນທະການດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ອາຟະລິກາໃຕ້.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້

ທ່ານ David Mabuza ແລະ ທ່ານ ເວືອງດິ່ງເຫ້ວ. (ພາບ: thoibaotaichinhvietnam.vn)

ທີ່ການເຈລະຈາ ກັບທ່ານ David Mabuza, ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດການເຈລະຈາໂດຍໄວເພື່ອລົງນາມບັນດາເອກະສານຮ່ວມມືສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມື. ທີ່ການໂອ້ລົມສົນທະນາດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ - ອາຟະລິກາໃຕ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ສະເໜີບັນດາວິທີການຢ່າງແທດຈິງເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ. ນອກຈາກນັ້ນ, ລັດຖະບານສອງປະເທດຕ້ອງເອົາໃຈໃສ່ໜູນຊ່ວຍແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນວິວັດການທຳມາຫາກິນ ແລະ ສ້າງ ກອບນິຕິກຳໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງໃຫ້ສຳເລັດໂດຍໄວ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້


ສ່ວນຝ່າຍ ອາຟະລິກາໃຕ້ ທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ ທ່ານ David Mabuza ໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ໄປດຳເນີນທຸລະກິດ, ທຳມາຫາກິນຢູ່ ອາຟະລິກາໃຕ້. ທ່ານຮອງປະທານາທິບໍດີ David Mabuza ໄດ້ຕີລາຄາສູງຄວາມ ໝາຍຂອງການມາຢ້ຽມຢາມ ຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຄັ້ງນີ້, ເພື່ອຕີລາຄາບັນດາການຮ່ວມມື, ລົບລ້າງບັນດາຮົ້ວກີດຂວາງ ເພື່ອເປີດກວ້າງການຄ້າລະຫວ່າງສອງປະເທດ. ທ່ານ David Mabuza ຢືນຢັນວ່າ ອາຟຣິກາໃຕ້ເອົາໃຈໃສ່ເປັນພິເສດ ເຖິງການພົວພັນກັບຫວຽດນາມ - ຄູ່ຮ່ວມມືເສດຖະກິດໃຫຍ່ອັນດັບ 5 ຂອງອາຟຣິກາໃຕ້ ແລະ ຄູ່ຮ່ວມມືແຖວໜ້າ ຂອງອາຟຣິກາໃຕ້ໃນອາຊີຕາເວັນອອກສ່ຽງໃຕ້, ແລະວາງເປົ້າໝາຍ ຍົກສູງວົງເງິນການຄ້າສອງປະເທດ ຈາກ 1,1 ຕື້ໂດລາສະຫະລັດໃນປະຈຸບັນ ມາເປັນ 2 ຕື້ໂດລາສະຫະລັດໃນ 5 ປີ ຂ້າງໜ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.