ຄວາມຊົງຈຳກ່ຽວກັບໂຮ້ຍອານ - ລາຍການທີ່ມີຄຸນຄ່າດ້ານວັດທະນະ ທຳ ແລະ ປະຫວັດສາດ ທີ່ ທີ່ສຸດຂອງຫວຽດນາມ

14:43 | 01/10/2019

ຍສໝ - ຄວາມຊົງຈຳກ່ຽວກັບໂຮ້ຍອານ ໄດ້ຮັບການສັນລະເສີນ ຈາກ ການແຂ່ງຂັນ The Guide Awards 2019 ວ່າເປັນລາຍການສິລະປະຕົວຈິງ ທີ່ມີຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ ທີ່ຍອດຢ້ຽມທີ່ສຸດ ຂອງ ຫວຽດນາມ.

ວັນທີ 21/9, " ຄວາມຊົງຈຳກ່ຽວກັບ ໂຮ້ອານ " ໄດ້ໃຫ້ການຕ້ອນຮັບແຂກທ່ອງທ່ຽວ ຜູ້ທີ 1 ລ້ານ, ເຊິ່ງເປັນຂີດໝາຍສຳຄັນໃນການຢັ້ງຢືນຄຸນຄ່າ, ຜົນສຳເລັດ ແລະ ການແຜ່ຂະຫຍາຍພາຍຫຼັງ ການສະແດງກວ່າຄຳ່ຄືນ 500 ຄັ້ງ. ຂ່າວດີລຽນຕິດເພີ່ມຂ່າວດີ, ໃນທ້າຍອາທິດທີ່ຜ່ານມາ, "ຄວາມຊົງຈຳກ່ຽວກັບໂຮ້ຍອານ" ໄດ້ຮັບການສັນລະເສີນ ຈາກ The Guide Awards 2019 ວ່າເປັນ ລາຍການສິລະປະການສະແດງຕົວຈິງ ທີ່ມີຄຸນຄ່າດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ດີທີ່ສຸດຂອງປະເທດຫວຽດນາມ.

ຄວາມຊົງຈຳກ່ຽວກັບໂຮ້ຍອານ - ລາຍການທີ່ມີຄຸນຄ່າດ້ານວັດທະນະ ທຳ ແລະ ປະຫວັດສາດ ທີ່ ທີ່ສຸດຂອງຫວຽດນາມ

ຄວາມຊົງຈຳກ່ຽວກັບໂຮ້ຍອານ ໄດ້ຮັບການສັນລະເສີນວ່າເປັນລາຍການດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ດີທີ່ສຸດຂອງຫວຽດນາມ.

ການທີ່ “ ຄວາມຊົງຈຳກ່ຽວກັບໂຮ້ຍອານ” ໄດ້ຮັບການສັນລະເສີນດ້ວຍຄວາມໝາຍສຳຄັນ ບໍ່ພຽງແຕ່ ສຳລັບ ຜູ້ຜະລິດລາຍການຂອງຕົນເທົ່ານັ້ນ, ແຕ່ຫາກຍັງແມ່ນສຳລັບຊາວຫວຽດນາມສ່ວນໃຫຍ່ອີກດ້ວຍ. ນີ້ແມ່ນຂີດ ໝາຍທີ່ໜ້າຈົດຈຳ, ຢັ້ງຢືນຄຸນຄ່າຂອງລາຍການ, ຜົນສຳເລັດ ແລະ ແຜ່ຂະຫຍາຍຢ່າງແຮງກ້າຂອງລາຍການໄປຍັງ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

"ຄວາມຊົງຈຳກ່ຽວກັບໂຮ້ຍອານ " ໄດ້ເປີດການສະແດງຄັ້ງທຳອິດໃນວັນທີ 18 ມີນາ 2018 ນີ້. ການສະແດງແມ່ນເປີດຂື້ນ ຢູ່ ໂກ່ນ ເຫັ໋ນ (ຕາແສງເກິ້ມອານ, ນະຄອນໂຮ້ຍອານ) ໂດຍມີການເຂົ້າຮ່ວມຂອງນັກສະແດງກວ່າ 500 ຄົນ. ມາຮອດປະຈຸບັນ, ມີການສະແດງຫຼາຍກ່ວາ 500 ລາຍການ, ເຮັດໃຫ້ຜູ້ຊົມໄດ້ເຫັນປະຫວັດສາດ ແລະ ວັດທະນະ ທຳ ຂອງໂຮ້ຍອານ , ຕັ້ງແຕ່ສະໄໝຍັງບໍ່ທັນມີຫຍັງ ຈົນເຖິງ ສະໄໝມີທ່າເຮືອສຳເພົາ ການຄ້າຟົດຟື້ນ.

ຄວາມຊົງຈຳກ່ຽວກັບໂຮ້ຍອານ - ລາຍການທີ່ມີຄຸນຄ່າດ້ານວັດທະນະ ທຳ ແລະ ປະຫວັດສາດ ທີ່ ທີ່ສຸດຂອງຫວຽດນາມ

ຕາມຄະນະ ກຳ ມະການຈັດຕັ້ງ, ນີ້ກໍ່ແມ່ນແຜນງານສະພາບການປະຕິບັດຢ່າງລະອຽດ.

ດ້ວຍການສະແດງຈຳນວນ 5 ລາຍການ ໄດ້ຮັບການຈັດວາງດ້ວຍເນື້ອໃນຫຼາຍຮູບຫຼາຍແບບ, ປະສົມປະສານສິລະປະ, ເຄື່ອງແຕ່ງກາຍ ແລະ ເຕັກນິກແສງສີສຽງ, ນັກທ່ອງທ່ຽວຜ່ານຫຼາຍຄວາມຮູ້ສຶກ, ຈາກຄວາມຕື່ນເຕັ້ນ, ແປກໃຈ ແລະ ຊາບຊື້ງຢ່າງສົມບູນ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.