ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ

14:41 | 18/03/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ມີນານີ້, ຢູ່​ຫໍ​ປະຊຸມ​ວັດທະນະທຳ​ແຂວງ​ ລາຍ​ເຈົາ ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາລະຫວ່າງ​ຄະນະ​ຜູ້​ແທນ​ແຂວງ ​ລາຍ​ເຈົາ ກັບ​ຄະນະ​ຜູ້​ແທນ​ແຂວງ ​ຜົ້ງ​ສາລີ, ​ແຂວງ​ ອຸ​ດົມ​ໄຊ (ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ).

ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ
ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ

​ທີ່​ກອງປະຊຸມພົບປະ, ສະຫາຍ ຢາງປ໋າວໝີ ​ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານສະພາປະຊາຊົນ​ແຂວງ​ ລາຍ​ເຈົາ ໄດ້​ສະ​ເໜີ​ບັນດາ​ຂໍ້​ມູນ​ໂດຍສັງເຂບ​ກ່ຽວ​ກັບເງື່ອນໄຂ​ທຳ​ມະ​ຊາດ, ສະພາບການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ.

ສະຫາຍ ຢາງປ໋າວໝີ ​ເນັ້ນ​ໜັກ​ວ່າ ໃນ​ຊຸມ​ປີ​ທີ່ຜ່ານມາ, ສາຍພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ລະຫວ່າງແຂວງ ລາຍ​ເຈົາ ແລະ ສອງ​ແຂວງ ​ແຂວງ​ ​ຜົ້ງ​ສາລີ, ​ແຂວງ​ ອຸ​ດົມ​ໄຊ ກໍໄດ້ຮັກສາ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ບັນດາ​ຝ່າຍ ​ໄດ້​ແລກປ່ຽນຈົດໝາຍທາງການ, ຈົດໝາຍຢ້ຽມຢາມຖາມຂ່າວ, ຈົດໝາຍ​ອວຍພອນ​ຢ່າງ​ເປັນ​ປະຈຳ​ ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ສຳຄັນ​ຂອງ​ສອງ​ປະ​ເທດ ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບພະແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ, ຄວາມຮັກແພງອັນ​ເລິກ​ເຊິ່ງລະຫວ່າງແຂວງ ລາຍ​ເຈົາ ແລະ ​ແຂວງ​ຜົ້ງ​ສາລີ, ​ແຂວງ​ ອຸ​ດົມ​ໄຊ.

ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ

ຄະນະ​ຜູ້​ແທນ​ແຂວງ​ ລາຍ​ເຈົາ ໄດ້ລົງ​ນາມ​ໃນ​ບົດເຈລາຈາ​ຊ່ວຍ​ຈຳ​ກັບ​ຄະນະ​ຜູ້​ແທນ​ແຂວງ​ ອຸ​ດົມ​ໄຊ (ສປປ ລາວ).

ນອກຈາກ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບແລ້ວ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແນວ​ໂຮມ, ການພົວພັນຕ່າງປະເທດ, ສາທາລະນະ​ສຸກ, ການທ່ອງທ່ຽວ, ປ້ອງ​ກັນ​ປະ​ເທດ, ​ຄວາມໝັ້​ຄົງ ກໍ່​ໄດ້​​ຮັບ​ຄວາມ​ສົນ​ໃຈເພື່ອປະຕິບັດ​ຈາກ​ທຸກ​ຂັ້ນ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ.

ແຂວງ ລາຍເຈົາ ໄດ້ ແລະ ພວມບຳລຸງສ້າງນັກສຶກສາແຂວງ ຜົ້ງສາລີ ແລະ ແຂວງ ອຸດົມໄຊ ຈໍານວນ 180 ຄົນ ໃນລະດັບປະລິນຍາຕີ ສາຂາແພດສາດຫຼາຍຂະແໜງ, ຄູອະນຸບານລະດັບຊັ້ນກາງ ແລະ ຊັ້ນສູງ.

ການ​ນຳ​ແຂວງ​ ລາຍ​ເຈົາ ​ແລະ ສອງ​ແຂວງ ​ຜົ້ງ​ສາລີ, ​ອຸ​ດົມ​ໄຊ ​ໄດ້​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ເຫັນ​ດີ​ເປັນ​ເອກະພາບກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ບົນບັນດາ​ຂົງ​ເຂດ​ລວມມີ: ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ແລກປ່ຽນ​ປະສົບການໃນ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ; ຊຸກຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ທ່ອງ​ທ່ຽວ, ສາທາລະນະ​ສຸກ, ການ​ສຶກສາ, ປ້ອງ​ກັນຊາດ - ປ້ອງກັນຄວາມສະຫງົບ. ບັນດາ​ຝ່າຍ​ສະໜັບສະໜູນ​ການ​ຮັກສາ​ການ​ພົວພັນ​ມິດຕະພາບ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ອົງການ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ​ມາ​ຢ້ຽມຢາມ, ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ, ຊອກຮູ້ວັດທະນະທຳ​, ​ຮີດຄອງ​ປະ​ເພນີ​ຂອງ​ກັນ​ແລະ​ກັນ; ປະກອບສ່ວນປັບປຸງ, ເພີ່ມທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສະຫາຍ ຢາງປ໋າວໝີ ປາດ​ຖະໜາ​ວ່າ ​ແຂວງ​ ລາຍ​ເຈົາ ​ແລະ ສອງ​ແຂວງຜົ້ງ​ສາລີ, ອຸ​ດົມ​ໄຊ ຈະສືບ​ຕໍ່ເປີດກວ້າງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ​ເພີ່ມ​ທະວີ​ບັນດາການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ມິດຕະພາບ, ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ, ໜູນ​ຊ່ວຍ​ການບຳລຸງສ້າງ, ການເຝິກອົບຮົມ, ຖ່າຍທອດເຕັກໂນໂລຢີ, ສ້າງ​ການພົວພັນຮ່ວມ​ມື​ແທດຈິງ, ​ມີ​ປະສິດທິ​ຜົນ​ລະຫວ່າງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ຝ່າຍ.

ພ້ອມ​ກັນ​ນັ້ນ, ບັນດາ​ຝ່າຍ​ເປັນເຈົ້າການ, ຕັ້ງໜ້າ​ສົມທົບ​ກັນແຈ້ງຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ໂຄສະນາຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ການດຶງ​ດູດ​ການ​ລົງທຶນ; ໜູນຊ່ວຍການບໍລິໂພກຜະລິດ​ຕະພັນ, ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​​ທີ່​ມີທ່າແຮງ​ຂອງ​ແຕ່ລະ​ຝ່າຍ; ຊຸກຍູ້ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ການພົບປະແລກປ່ຽນປະຊາຊົນ, ພົບປະແລກປ່ຽນ​ວັດທະນະທຳ ເພື່ອປະກອບສ່ວນໂຄສະນາບັນດາ​​ຈຸດ​ທີ່ເປັນເອກະລັກພິເສດ​ຂອງ​ແຕ່ລະ​ຝ່າຍ. ບັນດາ​ຝ່າຍ ກໍໄດ້​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ, ສົ່ງເສີມ, ສ້າງ​ເງື່ອນ​ໄຂ​ ເພື່ອວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື​ສ້າງ​ຮູບ​ແບບ​ບັນດາ tour, ເສັ້ນທາງການທ່ອງທ່ຽວ; ສືບ​ຕໍ່​ສົມທົບ​ກັນ​ບຳລຸງ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບແຫຼ່ງຊັບພະຍາກອນ​ມະນຸດ​ ໃຫ້ເໝາະສົມກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ແຂວງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ແຫ່ງການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງແຕ່ລະປະເທດ.​

ມິງດຶກ

ເຫດການ
302 Found

Found

The document has moved here.