ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ

11:50 | 04/01/2024

ພົນໂທ ຮວ່າງຊວນຈ໊ຽນຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ

ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ
ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້ ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້

ຕອນບ່າຍວັນທີ 28 ທັນວາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Dheeraj Kotwal, ທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ.

ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກ Dheeraj Kotwal. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ບົນພື້ນຖານການພົວພັນອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນທີ່ແທດຈິງ, ແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ.

ຕາມທ່ານພົນໂທ ຮວ່າງຊວນຈ໊ຽນ ແລ້ວ, ການຢ້ຽມຢາມອິນເດຍ ຢ່າງເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນເດືອນ ມິຖຸນາ 2023 ໄດ້ສ້າງກຳລັງໜູນສໍາຄັນນໍາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ສຸມໃສ່ບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລື, ເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບໍາລຸງສ້າງ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍປະສິດທິຜົນ, ຫັນບັນດາເນື້ອໃນການຮ່ວມມືທີ່ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມອິນເດຍ ໃນເດືອນ ມິຖຸນາ ປີ 2023 ເປັນອັນລະອຽດ.

ໂດຍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານພັນເອກ Dheeraj Kotwal ໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນຖານະຕໍາແໜ່ງຮັບຜິດຊອບຂອງຕົນ, ທ່ານພັນເອກ Dheeraj Kotwal ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຂອງສອງຝ່າຍ.

ທ່ານພັນເອກ Dheeraj Kotwal ຢືນຢັນວ່າ ໃນຖານະຕໍາແໜ່ງ ແລະຄວາມຮັບຜິດຊອບຂອງຕົນ ຈະມານະພະຍາຍາມຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ, ປະກອບສ່ວນສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ໃຫ້ຫຼາຍຂຶ້ນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.