Sunflower Mission ມອບ​ທຶນ​ການ​ສຶກ​ສາ ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກ 143 ຄົນ​ຢູ່​ເທື່ອ​ທຽນ​ເຫ້ວ

09:37 | 02/06/2022

ຍ​ສ​ໝ - ອົງ​ການ Sunflower Mission (ອາ​ເມ​ລິ​ກາ) ຫາ​ກໍ່​ອຸ​ປະ​ຖຳ ເງິນ​ກ່​ວາ 217 ລ້ານ​ດົ່ງ ລວມ​ມີ​ທຶນ​ການ​ສຶກ​ສາ 143 ທຶນ ຕ​າມ​ໂຄງການ “ສະ​ໜອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນເກັ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ສົກ​ປີ 2021 – 2022” ຢູ່​ເທື່ອ​ທຽນ​ເຫ້ວ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022 ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022
Sunflower Mission ມອບ​ທຶນ​ການ​ສຶກ​ສາ ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກ 143 ຄົນ​ຢູ່​ເທື່ອ​ທຽນ​ເຫ້ວ
ພາບ​ປະ​ກອບ

ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ມີ​ຂໍ້​ຕົກ​ລົງ​ເລກ​ທີ 1282 ໃຫ້​ອະ​ນຸ​ມັດ​​ຮັບ​ຮອງ​ເອົາ​ບ້ວງ​ເງິນ​ຊ່ວຍເຫຼືອລ້າ ບໍ່​ຂຶ້ນ​ກັບ​ການ​ໜູນ​ຊ່ວຍ​ທາງ​ການທີ່ບໍ່ແມ່ນ​ໂຄງ​ການ “ສະ​ໜອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ​ເກັ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ ສົກ​ປີ 2021 - 2022” ໂດຍ​ອົງ​ການ Sunflower Mission (ອາ​ເມ​ລິ​ກາ) ອຸ​ປະ​ຖຳ​ທີ່​ມີ​ຄຸນ​ຄ່າ 217.150.000 ດົ່ງ.

ບ້ວງ​ໜູນ​ຊ່ວຍ​ ນຳ​ໃຊ້​ເພື່ອ​ສະ​ໜອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ 143 ຄົນ​ຢູ່​ຕາ​ແສງ ເຮືອງ​ໂຮ່ (ນະ​ຄອນ​ເຫ້ວ), ຕາ​ແສງ ກ໋ວາງ​ເລິຍ (ເມືອງ​ກ໋​ວາງ​ດ່ຽນ) ແລະ ຕາ​ແສງ ຟອງ​ທູ (ເມືອງ ຟອງ​ດ່ຽນ), ເພື່ອ​ແນ​ໃສ່​ສົ່ງ​ເສີມ​ນ້ອງໆ​ນັກ​ຮຽນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຮຽນ​ດີ, ຮຽນເກັ່ງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຝຶ​ກ​ຝົນ​ຫຼໍ່ຫຼອມ, ຮ່ຳ​ຮຽນ.

ຂໍ້​ຕົກ​ລົງ​ໄດ້​ຊີ້​ແຈ້ງວ່າ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ໄດ້​ຈັດ​ຕັ້ງ​ການ​ຮັບ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບ້ວງ​ເງິນ​ໜູນ​ຊ່ວຍທີ່ບໍ່ແມ່ນ​ໂຄງ​ການ​ຕາມ​ການ​ກຳ​ນົດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.