ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ

12:11 | 14/04/2022

ຍສໝ - ແຂວງ​ແທງ​ຮ໋ວາ - ​ເງ້ອານ - ຮ່າ​ຕິ້ງ ຫາ​ກໍ່​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການທ່ອງທ່ຽວ ດ້ວຍ​ຫົວ​ຂໍ້ “ສາມ​ທ້ອງ​ຖິ່ນ, ຈຸດໝາຍ​ປາຍທາງ​ດຽວ, ຫຼາຍ​ປະສົບ​ການ” ​ເພື່ອ​ແນະນຳ​ບັນດາ​ທ່າ​ແຮງ ​ແລະ ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່, ​ເປັນ​ປົກກະຕິ​ຂອງ 3 ​ແຂວງ, ພິ​ເສດ​ແມ່ນແນະນຳ tour ເຊື່ອມ​ຕໍ່ “3 ທ້ອງຖິ່ນ, ໜຶ່ງຈຸດໝາຍປາຍທາງ”.

ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ) ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)
ວິທະຍາໄລການສຶກສາ ເງ້ອານ: ມອບໃບປະກາດສະນີຍະບັດພາສາຫວຽດໃຫ້ແກ່ນັກສຶກສາລາວ 110 ຄົນ ວິທະຍາໄລການສຶກສາ ເງ້ອານ: ມອບໃບປະກາດສະນີຍະບັດພາສາຫວຽດໃຫ້ແກ່ນັກສຶກສາລາວ 110 ຄົນ

ແຂວງແທງຮ໋ວາ - ເຫງ້ອານ - ຮ່າຕິງ ແມ່ນດິນແດນທີ່ມີຜູ້ມີພອນສະຫວັນຢູ່ເຂດດິນແດນອັນສັກສິດ, ພັດມີພ້ອມຄຸນຄ່າວັດທະນະທຳ, ຮີດຄອງປະເພນີ ແລະ ມໍລະດົກທີ່ໄດ້ມີມາແຕ່ຫຼາຍລຸ້ນຄົນ, ດ້ວຍບັນດາແຫຼ່ງທ່ອງທ່ຽວວັດທະນະທຳ, ປະຫວັດສາດທີ່ຫຼາຍຮູບຫຼາຍແບບ.

ນອກຈາກການອຸດົມສົມບູນໄປດ້ວຍຄຸນຄ່າທາງດ້ານວັດທະນະທຳ, ຮີດຄອງປະເພນີແລ້ວ, ທຳມະຊາດຍັງດົນບັນດານໃຫ້ 3 ແຂວງດັ່ງກ່າວມີຖ້ຳ, ນ້ຳຕົກຕາດ ແລະ ຫາດຊາຍທີ່ສວຍງາມຫຼາຍແຫ່ງ, ຍາວຢຽດຄື ເຊິ່ມເຊີນ, ຫາຍຕ໊ຽນ, ຫາຍຮ່ວາ (ແທງຮວາ);….

ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ
ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ

ພາຍຫຼັງຮັບຟັງບັນດາທ້ອງຖິ່ນແນະນຳຄວາມສາມາດບົ່ມຊ້ອນ, ແຫຼ່ງທ່ອງທ່ຽວທີ່ດູດດື່ມ, ຜູ້ຕາງໜ້າບັນດາວິສາຫະກິດ ແລະ ສະມາຄົມທ່ອງທ່ຽວທ້ອງຖິ່ນ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ, ການຮ່ວມມື ແລະ ກາລະໂອກາດພັດທະນາການທ່ອງທ່ຽວຂອງບັນດາທ້ອງຖິ່ນນີ້ ໃນສະພາບການ “ປົກກະຕິໃໝ່”.

ໃນ​ສະພາບ​ການ​ທີ່ ຫວຽດນາມ ຫາ​ກໍ່​ເປີດ​ກ້ວາງ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່​ໃນ​ເງື່ອນ​ໄຂ​ໃໝ່, ການ​ຮ່ວມ​ມື​ຮ່ວມສຳພັນ ໄດ້​ຮັບ​ການກຳນົດ​ວ່າ ​ແມ່ນ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ເປີດການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຄືນ​ໃໝ່. ບັນດາ​ການ​ເຊື່ອມ​ໂຍງ​ດັ່ງກ່າວ, ຖ້າ​ຫາກ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ຈະ​ຊ່ວຍ​ຂະຫຍາຍ​ເຂດ​ທ່ອງ​ທ່ຽວ, ຜະລິດ​ຕະພັນ​ທີ່​ຫຼາກ​ຫຼາຍ, ​ເພີ່ມ​ທະວີ​ປະສົບການ​ຜ່ານຕົວຈິງໃຫ້​ນັກ​ທ່ອງ​ທ່ຽວ, ຊຸກຍູ້​ປະຊາຊົນ​ໄປ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນປະເທດ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ​ກັບ​ມາ ຫວຽດນາມ.

​ເນື່ອງ​ໃນ​ໂອກາດ​ນີ້, 3 ທ້ອງ​ຖິ່ນ​ຍັງ​ໄດ້​ປະກາດ​ບັນດາ​ເຫດການ​ຕ້ອນຮັບ​ລະດູ​ຮ້ອນ​ປີ 2022 ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ແຂວງ​ແທງ​ຮ໋ວາ ຈະ​ຈັດ​ຕັ້ງ​ພິທີ​ເປີດ​ງານ​ບຸນ​ທ່ອງ​ທ່ຽວ​ຫາດ​ຊາຍ ເຊິ່ມເຊີນ, ງານ​ບຸນ​ໂດດ​ຈ້ອງ ເຊິ່ມເຊີນ, ງານ​ບຸນ​ທ່ອງ​ທ່ຽວ​ຫາດ​ຊາຍ ຫາຍຕ໊ຽນ, ງານ​ບຸນ​ວັດທະນະທຳ​ຊົນ​ເຜົ່າ​ຢູ່​ເຂດ​ທ່ອງ​ທ່ຽວ ພູຫຼວງ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.