ເຊັກອິນຢູ່ ຫ້ວຍທີ່ມີປາຄຳນັບພັນໂຕ ຢູ່ ເງ້ອານ
ຍສໝ - ຫ້ວຍມີຄວາມຍາວກວ່າ 500 ແມັດ ມີປາຄຳນັບພັນໂຕ ທີ່ມີຫຼາຍຂະໜາດ ແລະ ສີສັນແຕກຕ່າງກັນ. ຫວ່າງມໍ່ໆມານີ້, ຫ້ວຍປາຄຳແຄຕໍ້ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນໄວໜຸ່ມ.
ຫ້ວຍທີ່ມີຄວາມຍາວກວ່າ 500 ແມັດ ມີປາຄຳນັບພັນໂຕ ເຊິ່ງພວມດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ຄົ້ນຫາ, ໂດຍສະເພາະ ແມ່ນໄວໜຸ່ມ.
 |
ຫ້ວຍປາຄຳແຄຕໍ້ ຕັ້ງຢູ່ໝູ່ບ້ານ ດົ່ງແຍວ, ຕາແສງ ເຫງ້ຍຈູງ, ເມືອງ ເຫງຍດ່ານ, ແຂວງ ເງ້ອານ. ພາບ: tienphong.vn |
 |
ຫ້ວຍມີຄວາມຍາວກວ່າ 500 ແມັດ ມີປາຄຳນັບພັນໂຕ ທີ່ມີຫຼາຍຂະໜາດ ແລະ ສີສັນແຕກຕ່າງກັນ. ຫວ່າງມໍ່ໆມານີ້, ຫ້ວຍປາຄຳແຄຕໍ້ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນໄວໜຸ່ມ. ພາບ: tienphong.vn |
 |
ປາຄຳນັບພັນໂຕ ທີ່ມີຮູບຮ່າງ ແລະ ສີສັນແຕກຕ່າງກັນ, ມີນໍ້າໜັກແຕ່ 1-5 ກິໂລກຼາມ. ມາທີ່ນີ້, ທ່ານສາມາດໃຫ້ອາຫານປາ... ພາບ: tienphong.vn |
 |
... ແລະ ສາມາດລະຫຼິ້ນກັບປາຄຳ. ພາບ: tienphong.vn |
 |
... ແລະ ສາມາດລະຫຼິ້ນກັບປາຄຳ. ພາບ: tienphong.vn |
 |
ນາງ ຫງວຽນທິເວິນຈາງ (ອາຍຸ 22 ປີ, ຢູ່ນະຄອນວີງ, ແຂວງເງ້ອານ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ແລະ ໝູ່ເພື່ອນໄດ້ເດີນທາງກວ່າ 80 ກິໂລແມັດ ເພື່ອມາຊຢມຫ້ວຍປາຄຳແຫ່ງນີ້.”. ພາບ: tienphong.vn |
 |
ຫ້ວຍດຶງດູດໄວໜຸ່ມເຂົ້າມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ພາບ: tienphong.vn |
 |
ອ້າຍ ຟ້າມເທວິງ (ເຈົ້າຂອງຟາມ) ແບ່ງປັນວ່າ: “ໃນເມື່ອກ່ອນ, ຄອບຄົວຂອງ ຂ້າພະເຈົ້າພຽງແຕ່ລ້ຽງປາໜ້ອຍໜຶ່ງ ເພື່ອຕອບສະໜອງຄວາມມັກຮັກຂອງຕົນ. ແຕ່ເປັນເລື່ອງແປກທີ່ບ່ອນນີ້ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບຄວາມນິຍົມຈາກທຸກຄົນ, ໂດຍສະເພາະແມ່ນໄວໜຸ່ມ.” ພາບ: tienphong.vn |
 |
ຢູ່ທີ່ນີ້ມີພູມສັນຖານທໍາມະຊາດທີ່ສວຍງາມ, ປ່າໄມ້, ນໍ້າຫ້ວຍ ແລະ ອາຫານແຊບໆ, ໄດ້ເຊື່ອມຕົວເຂົ້າກັບທໍາມະຊາດທີ່ມີສະເຫນ່. ພາບ: tienphong.vn |
ບູນມີ