ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

14:24 | 20/09/2023

ຍສໝ - ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ.

ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ
ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ບັນດາການເຄື່ອນໄຫວພົວພັນສອງຝ່າຍ ຢູ່ ອາເມລິກາ, ວັນທີ 18 ກັນຍາ, ຢູ່ນະຄອນ San Francisco, ລັດ California, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ “ເວທີປາໄສການທຸລະກິດ ຫວຽດນາມ - ອາເມລິກາ ຮ່ວມມືໃນຂົງເຂດເຕັກໂນໂລຊີ, ນະວັດຕະກຳ”. ເຫດການໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ແລະ ສະພາທຸລະກິດ ອາເມລິກາ - ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຈັດຂຶ້ນ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ບັນດາວິສາຫະກິດ ອາເມລິກາ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການສະໜອງທົ່ວໂລກ, ພິເສດແມ່ນໃນຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ:

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ

“ຂ້າພະເຈົ້າສະເໜີວ່າ: ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ປະສິດທິຜົນ, ພວກເຮົາຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ, ສຸມໃສ່ເຂົ້າບັນດາຂົງເຂດເຊິ່ງ 2 ຝ່າຍບຸລິມະສິດ, ຄື: ການຄ້າ, ການບໍລິການ, ການລົງທຶນ ໃນບັນດາຂົງເຂດໃໝ່, ເຕັກໂນໂລຊີວິທະຍາສາດ, ນະວັດຕະກຳ, ເຕັກໂນໂລຊີດີຈີຕອນ, ຫັນປ່ຽນພະລັງງານ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ. ພວກຂ້າພະເຈົ້າກໍ່ຫວັງວ່າ ບັນດາວິສາຫະກິດສອງຝ່າຍຈະສົມທົບກັນໃນການສົ່ງອອກຜະລິດຕະພັນກະເສດ ຍ້ອນໄດ້ກ່ຽວຂ້ອງເຖິງປະຊາຊົນຫຼາຍຄົນ, ພິເສດແມ່ນຊາວກະສິກອນ ທີ່ຖືກຜົນສະທ້ອນຍ້ອນການປ່ຽນແປງຂອງດິນຟ້າອາກາດ”.

ສຳລັບບັນດາວິສາຫະກິດ, ຜູ້ຕາງໜ້າບັນດາວິສາຫະກິດສອງປະເທດ ໄດ້ສະແດງຄວາມປາດຖະໜາຢາກເຂົ້າຮ່ວມວິວັດການຫັນເປັນດີຈີຕອນຂອງ ຫວຽດນາມ; ສະເໜີໃຫ້ລັດຖະບານສອງປະເທດສືບຕໍ່ຊຸກຍູ້ການເຊື່ອມຕໍ່ປະຊາຊົນ, ວິສາຫະກິດສອງປະເທດໃນການຜະລິດ ແລະ ໝູນໃຊ້ເຕັກໂນໂລຊີ; ພັດທະນາຂົງເຂດອຸດສາຫະກຳ, ນະວັດຕະກຳ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ….

ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ ເຮັດວຽກກັບການນຳບັນດາວິສາຫະກິດຂອງຊາວ ຫວຽດນາມ ດີເດັ່ນຢູ່ San Francisco.

ກອນໜ້ານັ້ນ, ຕອນບ່າຍວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ San Francisco, ລັດ California, ອາເມລິກາ, ເລີ່ມດຳເນີນການໄປປະຕິບັດງານເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ສະຫະປະຊາຊາດ ແຕ່ວັນທີ 17 - 23 ກັນຍາ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເດີນທາງໄປຮອດສະໜາມບິນສາກົນ San Francisco

ຄາດວ່າ, ໃນຂອບເຂດລາຍການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມສຸດຍອດ, ກອງປະຊຸມຂັ້ນສູງສະຫະປະຊາຊາດກ່ຽວກັບບັນດາບັນຫາທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດ... ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະມີການພົບປະ 2 ຝ່າຍກັບ ເລຂາທິການໃຫຍ່ສະຫະປະຊາຊາດ; ປະທານສະມັດຊາໃຫຍ່ຊຸດທີ 78 ຂອງສະຫະປະຊາຊາດ ແລະ ການນຳບັນດາປະເທດ, ອົງການສາກົນອື່ນໆ.

ໃນລາຍການເຄື່ອນໄຫວພົວພັນ 2 ຝ່າຍຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະມີການພົບປະກັບຮອງປະທານາທິບໍດີ ອາເມລິກາ, ການນຳສະພາແຫ່ງຊາດ ອາເມລິກາ, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ແລະ ບັນດາສະມາຊິກຄະນະລັດຖະບານ ອາເມລິກາ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະພົບປະກັບປະຊາຄົມຊາວ ຫວຽດນາມ; ຢ້ຽມຢາມບາງມະຫາວິທະຍາໄລ, ວິສາຫະກິດແຖວໜ້າ ອາເມລິກາ; ເປັນສັກຂີພິຍານພິທີລົງນາມສ້າງຕັ້ງສາຍພົວພັນແຮກສ່ຽວລະຫວ່າງນະຄອນ ໂຮ່ຈິມິນ ແລະ ນະຄອນ ນິວຢອກ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.