JICA ມີຄວາມສົນໃຈໃນບັນດາໂຄງການການຄົມມະນາຄົມເຂດທົ່ງພຽງລຽບແມ່ນ້ຳຂອງ

17:42 | 15/03/2022

ຍ​ສ​ໝ - ວັນ​ທີ 14 ມີ​ນາ, ທ່ານ ຫງວຽນງອກເຮ້ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ເກິນ​ເທີ ໄດ້​ມີ​ການ​ພົບ​ປະ​ເຮັດ​ວຽກ​ກັບ​ຄະ​ນະ​ຄົ້ນ​ຄວ້າຂອງ JICA (ຍີ່​ປຸ່ນ) ກ່ຽວກັບການ​ສຳຫຼວດ, ເກັບ​ກຳ​ສະ​ຖິ​ຕິ​ດ້ານ​ເຄື່ອ​ຄ່າຍເສັ້ນ​ທາງ​ການ​ຄົມ​ມະ​ນາ​ຄົມຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ເຂດ​ທົ່ງ​ພຽງ​ລຽບ​ແມ່​ນ້ຳ​ຂອງ.

ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ  2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້ ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ 2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້
JICA:  ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ JICA: ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ

ຄະ​ນະ​ຄົ້ນ​ຄວ້າ JICA ກຳ​ລັງ​ສະ​ໜັບ​ສະ​ນູນ​ກະ​ຊວງ​ຄົມ​ມະ​ຄົມ-ຂົນ​ສົ່ງ ສຳຫຼວດ, ສຶກ​ສາ​ຂົວ Dai Ngai (ເຊື່ອມ​ຕໍ່​ລະ​ຫວ່າງ 2 ທ້ອງ​ຖິ່ນ​ແຂວງ Soc Trang ແລະ Tra Vinh) ແລະ ບັນ​ດາ​ໂຄງ​ການ​ອື່ນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ - ສັງ​ຄົມ ຢູ່​ເຂດທົ່ງ​ພຽງ​ລຽບແມ່ນ​ນ້ຳ​ຂອງ, ຊຶ່ງ​ອາດ​ຈະ​ນຳ​ໃຊ້​ແຫຼ່ງ ODA ຂອງ​ຍີ່​ປຸນ.

JICA ມີຄວາມສົນໃຈໃນບັນດາໂຄງການການຄົມມະນາຄົມເຂດທົ່ງພຽງລຽບແມ່ນ້ຳຂອງ
ພາບປະກອບ

ຄະ​ນະ​ມີ​ຄວາມ​ຫວັງ​ໃນ​ການ​ເຮັດ​ວຽກ​ກັບບັນ​ດາ​ທ້ອງ​ຖິ່ນເຂດ​ທົ່ງ​ພຽງ​ລຽບ​ແມ່​ນ້ຳ ກ່ຽວ​ກັບ​ໂຄງ​ການຮ່ວມ​ມື​ທີ່​ມີ​ທ່າ​ແຮ​ງ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ​ໃນ​ໄລ​ຍະ​ຕໍ່​ໜ້າ.ຄະ​ນະ​ເຮັດ​ວຽກ​ຂອງ​ JICA ຕ້ອງ​ການການ​ສະ​ໜັບ​ສະ​ໜູນ, ແບ່ງ​ປັນ​ແລກ​ປ່ຽນ​ຂອງນະ​ຄອນ​ທາງ​ດ້ານ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ​ທາງ​ເສດ​ຖະ​ກິດ-ສັງ​ຄົມ, ການ​ວາງແຜນ​ການ​ຄົມ​ມະ​ນາ​ຄົມເຊື່ອມ​ໂຍງ​ພາກ​ພື້ນ…, ໃນ​ນັ້ນ​ມີ​ໂຄງ​ການ​ຂົວ Dai Ngai.

ທ່ານ ຫງວຽນງອກເຮ້ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ເກິນ​ເທີ ໃຫ້​ຊາບ​ວ່າ: ໄລ​ຍະ​ຜ່ານ​ມາ, ນະ​ຄອນ​ເກິນ​ເທີ​ໄດ້​ວາງແຜນ​ໂຄງ​ການການຄົມ​ມະ​ຄົມ​ຕ່າງໆໃນ​ພື້ນ​ທີ່​ແຂວງ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ກັບ​ບັນ​ດາ​ໂຄງ​ການ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​. ໂດຍ​ສະ​ເພາະ​ໂຄງ​ການ​ຂົວ Dai Ngai ທີ່​ຕອບ​ສະ​ໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະ​ຊາ​ຊົນນະ​ຄອນ​ເກິນ​ເທີ ແລະ ບັນ​ດາ​ແຂວງ​ທົ່ງ​ພຽງ​ລຽບ​ແມ່​ນ້ຳ​ຂອງ.

ນະ​ຄອນ​ເກິນ​ເທີ​ຈະ​ສະ​ໜັບ​ສະ​ໜູນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ຄະ​ນະ​ເຮັດ​ວຽກ​ຂອງ JICA ທີ່​ມາ​ຄົ້ນ​ຄວ້າ​ສຶກ​ສາ​ບັນ​ດາ​ໂຄງ​ການ​ການ​ຄົມ​ມະ​ນາ​ຄົມ​ໃນ​ພື້ນ​ທີ່​ນະ​ຄອນ​ເກິນ​ເທີ. ພ້ອມ​ກັນ​ນັ້ນ, ມອບ​ໃຫ້​ພະ​ແນກ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ ແລະ ບັນ​ດາ​ພະ​ແນກ​ການ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ສະ​ໜອງ​ສະ​ຖິ​ຕິ​ຕ່າງໆ, ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ເຊື່ອມ​ໂຍງ​ລະ​ຫວ່າງ​ເກິນ​ເທີ ແລະ ເຂດ​ທົ່ງ​ພຽງ​ລຽບ​ແມ່​ນ້ຳ​ຂອງ, ກຳ​ນົດ​ໂຄງ​ການ​ໃດ​ມີ​ຄວາມ​ຕ້ອງ​ການ​ກູ້​ຢືນ​ທຶນ ODA ຂອງ​ຍີ່​ປຸ່ນ ໃນ​ພື້ນ​ທີ່​ນະ​ຄອນ​ເກິນ​ເທີ​ສາ​ມາດ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ໃນ​ໄລ​ຍະ​ຕໍ່​ໜ້າ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.