ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ

17:13 | 03/01/2023

ຍສໝ - JICA ປາດ​ຖະໜາ​ວ່າ​ ໂຄງການ​ນີ້​ຈະ​ສືບ​ຕໍ່​ເປັນ​ແບບຢ່າງ​ໃນ​ການ​ສ້າງ​ບັນດາໂຄງການ​ທີ່​ຄ້າຍຄື​ກັນ​ໃນ​ອະນາຄົດ.

JICA ມີຄວາມສົນໃຈໃນບັນດາໂຄງການການຄົມມະນາຄົມເຂດທົ່ງພຽງລຽບແມ່ນ້ຳຂອງ JICA ມີຄວາມສົນໃຈໃນບັນດາໂຄງການການຄົມມະນາຄົມເຂດທົ່ງພຽງລຽບແມ່ນ້ຳຂອງ
ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ  2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້ ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ 2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້

ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA) ຫາ​ກໍ່ເປັນເອກະພາບໃນ​ຈຳ​ນວນ​ເງິນ 25 ລ້ານ USD ເພື່ອໃຫ້ການອຸປະຖຳ “ໂຄງ​ການ​ພັດ​ທະ​ນາ​ໄຟຟ້າແຮງ​ລົມ​ຢູ່ດິນຕໍ່ແຜ່ນ ໃນ​ແຂວງ ນິງ​ທ້ວນ” ດ້ວຍ​ກຳ​ລັງ​ຜະ​ລິດ​ກຳເນີດໄຟຟ້າ 88 MW. ໂຄງການດັ່ງກ່າວ ຄາດວ່າຈະປະກອບສ່ວນຫຼຸດຜ່ອນການປ່ອຍອາຍພິດ CO2 ປະມານ 215,000 ໂຕນຕໍ່ປີ.

ພາຍຫຼັງ “ໂຄງ​ການ​ພັດ​ທະ​ນາໄຟຟ້າແຮງ​ລົມ​ຢູ່ດິນຕໍ່ແຜ່ນ ໃນ​ແຂວງ ກວາງ​ຈີ້” ​ໄດ້​ລົງ​ນາມ​ໃນ​ເດືອນ ພຶດສະພາ 2021, ​ໂຄງການ​ນີ້​ ສືບ​ຕໍ່​ເປັນ​ແບບຢ່າງ​ໃນ​ການ​ສ້າງ​ບັນດາ​ໂຄງການທີ່​ຄ້າຍຄື​ກັນ​ໃນ​ອະນາຄົດ, ຊຸກຍູ້​ບັນດາ​ໂຄງການ​ພະລັງງານ​ຜະລິດ​ຄືນ​ໃໝ່​ໂດຍ​ພາກ​ເອກະ​ຊົນພັດທະນາ.

ຜ່ານການກໍ່ສ້າງ ແລະ ດຳເນີນງານຂອງໂຮງງານໄຟຟ້າແຮງລົມ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ, ໂຄງການຈະປະກອບສ່ວນເພີ່ມການສະໜອງໄຟຟ້າຈາກພະລັງງານທົດແທນ, ປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊັ່ນ: ເປົ້າໝາຍ ທີ 7 (ພະລັງງານສະອາດ ດ້ວຍລາຄາທີ່ສົມເຫດສົມຜົນ); ເປົ້າຫມາຍທີ 13 (ການປະຕິບັດກ່ຽວກັບສະພາບອາກາດ) ແລະ ເປົ້າຫມາຍ ທີ 17 (ການພົວພັນຄູ່ຮ່ວມມືສໍາລັບບັນດາເປົ້າຫມາຍ). ພ້ອມ​ກັນ​ນັ້ນ, ​ກໍໄດ້​ປະກອບສ່ວນ​ຊຸກຍູ້​ບັນດາ​ໂຄງການ​ລົງທຶນ​ສີຂຽວ​ຢູ່​ພາກ​ພື້ນ​ອາ​ຊຽນ ​ແລະ ປະຕິບັດ “ຂໍ້​ລິ​ເລີ່​ມ ກ່ຽກັບການລົງທຶນ ​ແລະ ກູ້​ຢືມ​ເງິນ​ນອກປະເທດ ໃນພາກພື້ນ​ອາ​ຊຽນ”.

ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ

ອົງການ JACA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ. (ພາບ: baophapluat)

ລັດຖະບານ​ຫວຽດນາມ ຄາດ​ຄະ​ເນ​ວ່າ ຄວາມ​ຕ້ອງການ​ໄຟຟ້າ​ຈະ​ເພີ່ມ​ຂຶ້ນ 9,1% ຕໍ່​ປີ​ ໃນ​ລະຫວ່າງ​ປີ 2020 ຫາ 2030. ການ​ຟື້ນ​ຕົວ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ໄຟຟ້າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ນອກ​ນີ້, ລັດຖະບານ​ໄດ້​ວາງ​ຄາດໝາຍ​ວ່າ​ ຮອດ​ປີ 2030, ປະລິມານ​ອາຍ​ພິດ​ເຮືອນ​ແກ້ວ​ຈະ​ຫຼຸດ​ລົງ 9% ​ເມື່ອ​ທຽບ​ໃສ່​ສະພາບ​ການ​ພັດທະນາ​ປົກກະຕິ, ປະກອບສ່ວນ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ການ​ພັດທະນາ​ໂຄງການ​ພະລັງງານ​ທົດ​ແທນ ​ໂດຍ​ອີງ​ໃສ່​ບັນດາ​ນະ​ໂຍບາຍ​ສະ​ເພາະ.

​ເພື່ອ​ບັນລຸ​ເປົ້າ​ໝາຍ​ເພີ່ມ​ທະວີ​ການ​ສະໜອງ​ໄຟຟ້າ ​ແລະ ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລັດຖະບານ ຫວຽດນາມ ​ໄດ້​ວາງ​ຄາດໝາຍ​ຮອດ​ປີ 2030, ພະລັງງານ​ທົດ​ແທນ​ກວມ 15 – 20% ຂອງຍອດ​ກຳລັງ​ຂັ້ນຕົ້ນ​ທັງ​ໝົດ. ລະບົບ​ໄຟຟ້າ​ຈະ​ບັນລຸ 125-130 GW, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ນຳ​ໃຊ້​ພະລັງງານ​ລົມ​ທີ່​ອຸດົມສົມບູນ​ຢູ່​ເຂດ​ພູດ​ອຍ ​ແລະ ​ແຄມ​ທະ​ເລ ​ເພື່ອ​ພັດທະນາ​ພະລັງງານ​ລົມ​ໃຫ້​ມີ​ກຳລັງ​ການ​ຜະລິດ 6.000 MW (ປະມານ 5% ຂອງ​ກຳລັງ​ການ​ນຳ​ເຂົ້າ​ໃນ​ລະບົບ ໃນປີ 2030 – ອີງຕາມແຜນບົດພະລັງງານ ສະບັບປັບປຸງ ຄັ້ງທີ VII).

ມາ​ຮອດ​ປະຈຸ​ບັນ, ອົງການ JICA ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຊຸກຍູ້​ການ​ພັດທະນາ​ພະລັງງານ​ທົດ​ແທນ​ຢູ່​ຫວຽດນາມ ຄື: ການ​ສະໜອງ​ທຶນ ​ໃນ​ຮູບ​ແບບ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃຫ້​ແກ່ “ໂຄງ​ການ​ພັດ​ທະ​ນາ​ໄຟຟ້າແຮງ​ລົມ​ຢູ່ດິນຕໍ່ແຜ່ນ ໃນ​ແຂວງ ກວາງ​ຈີ້”, “​ໄຟຟ້າ​ແສງ​ຕາ​ເວັນ​ແຂວງ ຝູອຽນ” ທີ່ໄດ້ຮັບການສະໜັບສະໜູນຈາກ ADB ໂດຍໃຊ້ທຶນຈາກກອງທຶນພື້ນຖານໂຄງລ່າງພາກເອກະຊົນ ອາຊີ ດ້ວຍການປະກອບສ່ວນທຶນຈາກອົງການ JICA; ໂຄງການທຶນກູ້ຢືມ ODA “ນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະ ພັດທະນາພະລັງງານທົດແທນ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.