ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ

00:00 | 15/12/2023

ຍສໝ - ວັນທີ 14 ທັນວາ, ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຢາວັກຊີນ DPT-HBV-Hib (ວັກຊີນ 5 ໃນ 1) ຈໍານວນ 490.600 ໂດສ ຈາກລັດຖະບານອົດສະຕຣາລີ ໜູນຊ່ວຍໂດຍຜ່ານກອງທຶນເພື່ອເດັກ ສະຫະປະຊາຊາດ.

ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ມີ​ກ່ວາ 1.500 ຄົນ ໃນ Festival ລະ​ດູ​ໃບ​ໄມ້ຫຼົ່ນ ຮ່າ​ໂນ້ຍ ມີ​ກ່ວາ 1.500 ຄົນ ໃນ Festival ລະ​ດູ​ໃບ​ໄມ້ຫຼົ່ນ ຮ່າ​ໂນ້ຍ

ທີ່​ພິທີ​ມອບ​ຮັບ, ຜູ້ຕາງໜ້າ​ກະຊວງ​ສາທາລະນະ​ສຸກ ຫງຽດນາມ ​ໃຫ້​ຮູ້​ວ່າ ເພື່ອ​ເພີ່ມເຕີມວັກຊີນທີ່​ນຳ​ໃຊ້​ໃນ​ໂຄງການສັກຢາກັນພະຍາດເປີດກ້ວາງ, ໜ່ວຍ​ງານ​ນີ້ ​ໄດ້​ລະດົມ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ ສາກົນ ເພື່ອສະໜອງວັກຊີນ 5 ໃນ 1. ສະຖານທູດ ອົດສະຕຣາລີ ປະຈຳ ຫວຽດນາມ ໄດ້ສົ່ງຈົດໝາຍເຖິງກະຊວງສາທາລະນະສຸກ ຫວຽດນາມ ແຈ້ງວ່າລັດຖະບານ ອົດສະຕຣາລີ ຈະໃຫ້ການຊ່ວຍເຫລືອວັກຊິນ 5 ໃນ 1 ໃຫ້ ຫວຽດນາມ ຜ່ານກອງທຶນເພື່ອເດັກ ສະຫະປະຊາຊາດ UNICEF ຈໍານວນ 490.600 ໂດສ ເພື່ອນຳໃຊ້ເຂົ້າໃນ​ໂຄງການສັກຢາກັນພະຍາດເປີດກ້ວາງ. ຄາດ​ວ່າ​ຢາ​ວັກ​ຊີນ​ນີ້​ຈະ​ມາ​ຮອດ ​ຫວຽດນາມ​ ໃນມໍ່ໆນີ້.

ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ນາງ ດາວຮົ່ງລານ ໃຫ້​ຮູ້​ວ່າ ການ​ໜູນ​ຊ່ວຍ​ທີ່ທັນ​ການ​ຂອງ​ລັດຖະບານ ອົດ​ສະ​ຕາ​ລີ ສຳລັບໂຄງການສັກຢາກັນພະຍາດເປີດກ້ວາງ ວັກຊີນ 5 ໃນ 1 ຈຳນວນ 490.600 ​ໂດສ ​ແມ່ນ​ມີ​ຄຸນຄ່າ​ທີ່​ສຸດ ​ແລະ ມີ​ຄວາມ​ຈຳ​ເປັນ​ເພື່ອ​ຜັນ​ຂະຫຍາຍວັກຊີນໃຫ້​ເດັກນ້ອຍ​ໃນໄລຍະຈະມາເຖິງ.

ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ

ພິທີມອບ-ຮັບວັກຊີນ "5 in 1" ຈຳນວນ 490.600 ໂດສ

ທ່ານ Andrew Goledzinowski - ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ ສະແດງຄວາມເປັນກຽດ ທີ່ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ຫວຽດນາມ ແກ້ໄຂຄວາມຂາດເຂີນຢາວັກຊີນຊົ່ວຄາວ ເພື່ອໄດ້ສັກຢາວັກຊີນໃຫ້ເດັກນ້ອຍໂດຍໄວ.

ທ່ານນາງ Rana Flowers - ຫົວໜ້າຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ອົດສະຕຣາລີ ທີ່ໄດ້ສົມທົບກັບອົງການ UNICEF ແລະ ກະຊວງສາທາລະນະສຸກ ຫວຽດນາມ ເພື່ອໄດ້ມີແຫຼ່ງຢາວັກຊີນ 5 ໃນ 1 ຢ່າງທັນການ ເພື່ອສັກຢາກັນພະຍາດໃຫ້ເດັກນ້ອຍ ຫວຽດນາມ. ນາງ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ​ສັກ​ຢາ​ວັກຊີນ​ຫຼາຍ​ປີ, ໂດຍ​ສະ​ເພາະ​ແມ່ນ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໃນ​ໄລຍະ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ຫວຽດນາມ​ ຈະ​ປະຕິບັດ​ການ​ສັກ​ຢາວັກຊີນ 5 ໃນ 1 ​ໃຫ້​ເດັກນ້ອຍ​ຢ່າງ​ສຳ​ເລັດ​ຜົນ ໃນການສັກ​ຢາ​ວັກຊີນເປີດກ້ວາງ.

ທ່ານນາງ ເຢຶ່ອງທິຮົ່ງ, ຮອງຫົວໜ້າສະຖາບັນອະນາໄມ ແລະ ລະບາດວິທະຍາສູນກາງ ໃຫ້ຮູ້ວ່າ ໜ່ວຍງານໄດ້ຜັນຂະຫຍາຍແຜນການຈັດສັນຢາວັກຊີນທີ່ມອບໃຫ້ດັ່ງກ່າວນັ້ນຕາມຄວາມຕ້ອງການ ແລະ ຕົວຈິງຂອງທ້ອງຖິ່ນ. ໃນນັ້ນ, ກໍ່ໃຫ້ບຸລິມະສິດແກ່ເດັກນ້ອຍທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນ "5 ໃນ 1" ເຂັມທຳອິດ ແລະ ບຸລິມະສິດໃຫ້ເດັກນ້ອຍໃນກຸ່ມອາຍຸນ້ອຍທີ່ສຸດຕັ້ງແຕ່ 2 ເດືອນຂຶ້ນໄປ, ຈາກນັ້ນ ກໍ່ໃຫ້ເດັກນ້ອຍທີ່ມີອາຍຸກ່ວາອີກປະກອບມີ ເດັກນ້ອຍທີ່ມີອາຍຸ 12 ເດືອນຂຶ້ນໄປ. ຖັດຈາກນັ້ນ, ກໍ່ໃຫ້ຄວາມສໍາຄັນກັບການສັກຢາວັກຊີນເຂັມທີ 2 ແລະ 3 ສໍາລັບເດັກນ້ອຍທີ່ຍັງບໍ່ໄດ້ຮັບວັກຊີນ "5 ໃນ 1" ທັງ 3 ເຂັມ.

"ດ້ວຍຈໍານວນຢາວັກຊີນທີ່ໄດ້ຮັບການຫນູນຊ່ວຍຈາກລັດຖະບານອົດສະຕາລີ, ບັນດາທ້ອງຖິ່ນ ຈະນໍາໄປໃຊ້ຕາມລໍາດັບບູລິມະສິດ ທີ່ໄດ້ກ່າວມາຂ້າງເທິງ ແລະ ໂຄງການສັກຢາກັນພະຍາດເປີດກ້ວາງ ຈະສະຫນອງຢາວັກຊີນທີ່ເຫມາະສົມກັບຈໍານວນເດັກນ້ອຍໃນທ້ອງຖິ່ນ. ​ໃຫ້​ບຸລິມະສິດ​ເພີ່ມ​ທະວີ​ອັດຕາ​ການ​ສະໜອງ​ວັກຊີນ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເຂດ​ພູດອຍ, ​ເຂດທຸກຍາກເພື່ອ​ຮັບປະກັນ​ຄວາມຍຸຕິທຳ​ໃນ​ການ​ເຂົ້າ​ເຖິງ​ວັກ​ຊີ​ນ​ໃຫ້​ແກ່​ເດັກນ້ອຍ”, ທ່ານ​ນາງ ເຢຶ່ອງທິຮົງ ກ່າວ​.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.