ຫຼາຍການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ອາຣັບບີ ຊາອຸດີດ

09:11 | 04/06/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ທ່ານ Mohammed Ismaeil A. Dahlwy, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ລາຊະ​ອານາຈັກ ອາ​ຣັບບີ ຊາ​ອຸ​ດີດ ປະຈຳ ຫວຽດນາມ ​ໃນ​ວັນ​ທີ 3 ມິຖຸນາ ຢູ່ຮ່າໂນ້ຍ.

ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ
ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ - ຊາ​ອຸ​ດີ ອາ​ຣັບບີ ຊາ​ອຸ​ດີດ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1999 – 2024), ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ປາດ​ຖະໜາ​ຢາກ​ສົມທົບ​ກັບ​ສະຖານທູດ ອາ​ຣາ​ບີ ຊາ​ອຸ​ດິດ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບ ອາ​ຣັບບີ ຊາ​ອຸ​ດີດ ກັບບັນດາອົງການຈັດຕັ້ງ, ວິສາຫະກິດ, ນັກສຶກສາ ຫວຽດນາມ; ຈັດຕັ້ງຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ອາ​ຣັບບີ ຊາ​ອຸ​ດີດ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ຫຼາຍການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ອາຣັບບີ ຊາອຸດີດ

ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mohammed Ismaeil A. Dahlwy, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງລາຊະອານາຈັກອາຣັບບີ ຊາອຸດີດ ປະຈຳ ຫວຽດນາມ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Mohammed Ismaeil A. Dahlwy ​ແລ້ວ, ຫວຽດນາມ ​ແລະ ອາ​ຣັບບີ ຊາ​ອຸ​ດີດ ມີ​ຈຸດ​ຄ້າຍຄື​ກັນ​ຫຼາຍ​ຢ່າງ​ໃນ​ດ້ານ​ວັດທະນະທຳ, ຊີວິດ, ສັງຄົມ. ທັງ​ສອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ທີ່​ຕັ້ງ​ຢູ່​ພາກ​ພື້ນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ຣັບບີ ຊາ​ອຸ​ດີດ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງໜ້າ. ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ຂົງ​ເຂດ​ການ​ທູດ, ​ເສດຖະກິດ, ການ​ຄ້າ, ​ທ່ານ​ເອກ​ອັກຄະ​ລັດຖະທູດ ໃຫ້ຫູ້ວ່າ ​ຕ້ອງ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ. ສະຖານທູດ​ອາ​ຣັບບີ ຊາ​ອຸ​ດິດ ຫວັງ​ວ່າ​ຈະ​ມີ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຕື່ມ​ອີກ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ ອາ​ຣັບບີ ຊາ​ອຸ​ດີດ ມາ​ຢ້ຽມ​ຢາມ​ຫວຽດ​ນາມ; ​ແນະນຳ​ວັດທະນະທຳ ​ແລະ ສິລະ​ປະ​ຂອງ ອາ​ຣັບບີ ຊາ​ອຸ​ດີດ ​ໃຫ້​ປະຊາຊົນຫວຽດນາມ.

ສອງຝ່າຍ​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ; ສືບຕໍ່ປຶກສາຫາລືແຜນການປະສານງານໃນການເຄື່ອນໄຫວທີ່ຈະມາເຖິງ; ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ແນະນຳ ​ແລະ ​ເຊື່ອມ​ຕໍ່​ບັນດາ​ຄູ່​ຮ່ວມ​ມື; ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia

ຍສໝ - ຫວ່າງແລ້ວນີ້, ຢູ່ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy (IDS) ຢູ່ Riyadh, Saudi Arabia ໄດ້ຈັດຕັ້ງພິທີລົງນາມໃນໂຄງການ “ຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະ ກະຊວງການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກ Saudi Arabia.

ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia

ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍວັນຄົບຮອບ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ 2020).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.