ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

09:53 | 29/07/2019

ໃນຂອບເຂດບັນດາການເຄື່ອນໄຫວຂອງງານປະກວດ “ສຽງເພງອາຊຽນ+3” ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ບັນດາຜູ້ເຂົ້າຮ່ວມງານປະກວດ ແລະ ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ໄປທ່ອງທ່ຽວຢູ່ອ່າວຮ້າລອງ ແລະ ຕອບສະໜອງບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ເພື່ອແນໃສ່ແຜ່ຂະຫຍາຍສານທີ່ວ່າ “ທ່ອງທ່ຽວຂຽວ” ໄປສູ່ວົງຄະນາຍາດ.

ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

ຜູ້ເຂົ້າຮ່ວມງານປະກວດ “ສຽງເພງອາຊຽນ+3” ໄປທ່ອງທ່ຽວຢູ່ອ່າວຮ້າລອງ. (ພາບ: VOVWORLD)

ບັນດາຜູ້ເຂົ້າຮ່ວມງານປະກວດສຽງເພງອາຊຽນ +3 ມີຄວາມປະຫລາດໃຈທີ່ສຸດ ເມື່ອໄດ້ຮັບຊົມທິວທັດທຳມະຊາດຂອງໜຶ່ງໃນບັນດາມໍລະດົກທຳມະຊາດໂລກ ໂດຍ UNESCO ຮັບຮອງເອົາ. ນັກຮ້ອງ Jansen Daryl Ann ມາຈາກ ສິງກະໂປ ໃຫ້ຮູ້ວ່າ: “ຫວຽດນາມ ແມ່ນປະເທດສວຍສົດງົດງາມ, ແຕ່ສະໜາມບິນໄປຮອດໂຮງແຮມ, ຂ້າພະເຈົ້າໄດ້ລົງພຶດຕິກຳຕົວຈິງເປັນໜ້າຈັບໃຈ, ຄວາມງາມວັດທະນະທຳຂອງປະເທດ ຫວຽດນາມ ແລະ ພິເສດແມ່ນການໄປທ່ອງທ່ຽວຢູ່ອ່າວຮ້າລອງ. ນີ້ເປັນຄັ້ງທຳອິດ, ຂ້າພະເຈົ້າມາ ຫວຽດນາມ ແຕ່ຂ້າພະເຈົ້າໄດ້ຮູ້ກ່ຽວກັບອ່າວຮ້າລອງ ຜ່ານບັນດາພາຫະນະສື່ມວນຊົນແລ້ວ”.

ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

ນັກຮ້ອງ Jansen Daryl Ann ມາຈາກ ສິງກະໂປ. (ພາບ: VOVWORLD)

ນັກຮ້ອງ Hamabata Yohe ມາຈາກຍີ່ປຸ່ນ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ຽວອ່າວຮ້າລອງ. ຂ້າພະເຈົ້າບໍ່ເຄີຍພົບເຫັນທິວທັດທຳມະຊາດທີ່ສວຍງາມ ດ້ວຍບັນດາເຂດເກາະທີ່ຂຽວອຸ່ມທຸ່ມ ແລະ ຮົ່ມເຢັນ, ບັນດາພູຫີນທີ່ສູງສະຫງ່າ, ໃຫ່ຍໂຕມະໂຫຖານ, ງາມເໝືອນດັ່ງພາບແຕ້ມຄືແນວນີ້ຢູ່ປະເທດຕົນເທື່ອ. ຂ້າພະເຈົ້າຢາກແນະນຳບັນດາສິ່ງທີ່ປະທັບໃຈຢູ່ອ່າວຮ້າລອງ ໃຫ້ປະຊາຊົນຍີ່ປຸ່ນ ໄດ້ຮັບຊາບ.

ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ລາຍສົດ (livestream) ການໄປທ່ອງທ່ຽວຢູ່ອ່າວຮ້າລອງ ຢູ່ໃນທາງສື່ສັງຄົມອອນລາຍຂອງຕົນ. ທ່ານ Mazic ຜູ້ຄຸ້ມຄອງຂອງນັກຮ້ອງ Kip Hafizuddin ມາຈາກ Bruney ແບ່ງປັນວ່າ: ຂ້າພະເຈົ້າໄດ້ລາຍສົດ (livestream) ໃນຊ່ອງ youtube ຂອງຕົນ ແລະ ໂຄສະນາໃນຫຼາຍຊ່ອງ, ຫຼາຍ fanpage ອື່ນຂອງຕົນອີກດ້ວຍ. ຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດຢູ່ນີ້ສວຍງາມທີ່ສຸດ, ມີເກາະຫຼາຍແຫ່ງທີ່ຂ້າພະເຈົ້າບໍ່ທັນເຫັນຢູ່ໃສເລີຍ. ຂ້າພະເຈົ້າຢາກແນະນຳຈຸດນັດພົບທີ່ສວຍງາມທີ່ສຸດແຫ່ງນີ້ ຕໍ່ເພື່ອນມິດຂອງຂ້າພະເຈົ້າໃນທົ່ວໂລກ.

ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

ນັກຮ້ອງ ສ ເກົາຫຼີ. (ພາບ: VOVWORLD)

ນອກຈາກນັ້ນແລ້ວ, ບັນດາຜູ້ເຂົ້າຮ່ວມງານປະກວດ “ສຽງເພງອາຊຽນ+3” ກໍ່ພ້ອມກັບຊ່ອງໂທລະພາບທ່ອງທ່ຽວ Vietnam Journey ຂອງວິທະຍຸກະຈາຍສຽງຫວຽດນາມ ແຜ່ຂະຫຍາຍສານທີ່ວ່າ “ທ່ອງທ່ຽວຂຽວ” ໄປສູ່ວົງຄະນາຍາດ, ຈຳກັດການຖີ້ມຂີ້ເຫຍື້ອ ແລະ ການກະທົບທີ່ຫຍໍ້ທໍ້ຕໍ່ສິ່ງແວດລ້ອມ, ປົກປັກຮັກສາເຂດທິວທັດທຳມະຊາດທ່ອງທ່ຽວຍາມໃດກໍ່ສະອາດງາມຕາ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ