ຫວຽດນາມຊຸກຍູ້ການສ້າງຂອບກົດໝາຍສຳລັບ AI ໃນ ASEAN

ຫວຽດນາມຊຸກຍູ້ການສ້າງຂອບກົດໝາຍສຳລັບ AI ໃນ ASEAN

ຍສໝ - ການຫັນປ່ຽນດິຈິຕອນ ແລະ ການພັດທະນາຢ່າງໄວວາຂອງປັນຍາປະດິດ (AI) ພວມວາງອອກບັນດາຂໍ້ຮຽກຮ້ອງໃໝ່ຕໍ່ລະບົບກົດໝາຍ. ຈາກການປັບປຸງສະຖາບັນພາຍໃນປະເທດໃຫ້ສົມບູນ ຈົນເຖິງການສະເໜີບັນດາຂໍ້ລິເລີ່ມຮ່ວມມືໃນພາກພື້ນ, ຫວຽດນາມພວມຊຸກຍູ້ວິທີເຂົ້າຫາແບບເປັນເຈົ້າການ ແນໃສ່ສ້າງສະພາບແວດລ້ອມດ້ານກົດໝາຍທີ່ປອດໄພ, ສາມາດປັບຕົວ ແລະ ໜູນສົ່ງນະວັດຕະກຳໃນ ASEAN.