ຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ

06:40 | 02/08/2021

ຈາກມຸມມອງຂອງລຸກຮັກຂອງນະຄອນໂຮ່ຈີມິນ ທີ່ສຸມຈິດສຸມໃຈກັບນະຄອນຫຼວງ, ຈິດຕະກອນ ຮ່ວາງຟອງ ຫາກໍ່ແນະນຳຕໍ່ຜູ້ຊົມຊຸດພາບແຕ້ມທີ່ປະທັບໃຈກ່ຽວກັບ ຮ່າໂນ້ຍ ທີ່ມີຊື່ວ່າ “ຄວາມຮັກແພງຕໍ່ຄຸ້ນຖະໜົນ”.

ທ່ານນາງປະລິນຍາເອກ ຫວຽດນາມ ໄດ້ຮັບລາງວັນຈາກວາລະສານທີ່ມີຊື່ສຽງຂອງຍີ່ປຸ່ນ ທ່ານນາງປະລິນຍາເອກ ຫວຽດນາມ ໄດ້ຮັບລາງວັນຈາກວາລະສານທີ່ມີຊື່ສຽງຂອງຍີ່ປຸ່ນ
ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ

ຊຸດພາບແຕ້ມລວມມີ 28 ແຜ່ນກ່ຽວກັບບັນດາແຈຖະໜົນ ທີ່ຮ່າໂນ້ຍ ໄດ້ຮັບການປະຕິບັດນັບແຕ່ທ້າຍປີ 2017 ມາຮອດປັດຈຸບັນ, ຈິດຕະກອນແບ່ງປັນວ່າ: “ທ້າຍປີ 2017, ເຮົາໄດ້ມີໂອກາດໄປຢາມຮ່າໂນ້ຍ, ຈາກນັ້ນ ຮ່າໂນ້ຍ ໄດ້ດຶງດູດໃຈເຮົາ. ເຮົາມີຄວາມປະທັບໃຈທີ່ສຸດ ໃນຍາມເຊົ້າຕູ ຫຼືໃນຈຸດເວລາພາຍຫຼັງ 10 ໂມງຕອນຄ່ຳ, ຄຸ້ມຖະໜົນຮ່າໂນ້ຍ ໃນ ຊ່ວງເວລານັ້ນ ແມ່ນມິດງຽບ ແລະ ສະຫງົບສຸກ.”

ໂຮງຮຽນ ຈຶງເວືອງ
ໂຮງຮຽນ ຈຶງເວືອງ

ສຳລັບຈິດຕະກອນ ຮ່ວາງຟອງ ແລ້ວ, ຮ່າໂນ້ຍຍັງເຂັ້ມຄົ້ນໄປດ້ວຍສີສັນສະໄໝລ່າເມືອງຂຶ້ນຝລັ່ງ ສະແດງອອກຜ່ານຈຸດພິເສດສະເພາະຂອງ ສະຖາປັດຕະຍາກຳຂອງໂຮງຮຽນ, ເຮືອນວີນລາ ຕະຫຼອດຮອດ ຫໍພິພິທະພັນ ບັນດາສຳນັກງານຂອງລັດ.

ມະຫາວິທະຍາໄລສັງລວມ ຮ່າໂນ້ຍ
ມະຫາວິທະຍາໄລສັງລວມ ຮ່າໂນ້ຍ

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ ຢູ່ນະຄອນ ໂຮ່ຈີມິນ. ຮ່ວາງຟອງເກີດປີ 1987 ໄດ້ມີຄວາມຜູກພັນກັບອາຊີບ ເປັນ ຈິດຕະກອນມາເປັນເວລາກ່ວາ 10 ປີ.

ຖະໜົນລະດູບານໃໝ່
ຖະໜົນລະດູບານໃໝ່

ຊຸດພາບແຕ້ມ ແມ່ນຄວາມໃນໃຈຂອງ ຈິດຕະກອນ ທີ່ໄດ້ຝາກຝັງໃນຮູບແຕ້ມກ່ຽວກັບຮ່າໂນ້ຍຂອງຕົນ. ລາວໄດ້ເຮັດຢ່າງລະອຽດໃນວິທີ ເຮັດໂຄງຮ່າງ, ວິທີປະສົມສີ ຈິດໃຈກ່ຽວກັບຮ່າໂນ້ຍທີ່ລາວຢາກສົ່ງເຖິງຜູ້ຊົມ.

ຮ່າໂນ້ຍໃນຍາມເຊົ້າລະດູໜາວ
ຮ່າໂນ້ຍໃນຍາມເຊົ້າລະດູໜາວ

ເມື່ອເວົ້າເຖິງ ການຄາດຄະເນ ທີ່ຈະມາເຖິງນີ້ ພາຍຫຼັງດັບມອດ ໂລກລະບາດໂຄວິດ - 19, ຮ່ວາງຟອງ ປາດຖະໜາວ່າ ລາວອາດຈະ ຈັດງານວາງສະແດງ ສະເພາະກ່ຽວກັບຮູບແຕ້ມຮ່າໂນ້ຍ ຢູ່ດິນແດນແຫ່ງນີ້.

ແຈໜຶ່ງຂອງເຮືອນວີລາ ຝລັ່ງເກົ່າ
ແຈໜຶ່ງຂອງເຮືອນວີລາ ຝລັ່ງເກົ່າ
ໂບດໃຫຍ່ຮ່າໂນ້ຍ
ໂບດໃຫຍ່ຮ່າໂນ້ຍ
ໂບດເກືອບັກ, ຮ່າໂນ້ຍ
ໂບດເກືອບັກ, ຮ່າໂນ້ຍ
ເຮືອນວີລາ ຝລັ່ງເກົ່າ
ເຮືອນວີລາ ຝລັ່ງເກົ່າ
ເຮືອນ ເລກທີ 41 ຖະໜົມເຈິ່ນຮຶງດ້າວ, ຮ່າໂນ້ຍ
ເຮືອນ ເລກທີ 41 ຖະໜົມເຈິ່ນຮຶງດ້າວ, ຮ່າໂນ້ຍ
ຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ
ປະຕູໂຂງເກົ່າເຂົ້າຮ່າໂນ້ຍ ໂອກວານເຈືອງ
ຖະໜົນເກົ່າຮ່າໂນ້ຍ
ຖະໜົນເກົ່າຮ່າໂນ້ຍ

vovworld.vn

ເຫດການ
302 Found

Found

The document has moved here.