ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່.

15:37 | 15/03/2024

ຍສໝ - ​ວັນ​ທີ 12 ມີນານີ້, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ທ່ານ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທັງເຊີນ ​ໄດ້ຕ້ອນຮັບ​ທ່ານ Komura Masahiro, ຜູ້ແທນສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດການຢ້ຽມຢາມ ຫວຽດນາມ ​ນັບແຕ່​ວັນ​ທີ 10 – 13 ມີນານີ້. ຢູ່​ທີ່​ນີ້, ທ່ານຜູ້ແທນສະພາຕ່ຳ ​ໃຫ້​ຮູ້​ວ່າ ປະຈຸ​ບັນ ວິ​ສາ​ຫະກິດ ຍີ່ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ໃນ​ການ​ເປິດກ້ວາງການ​ລົງທຶນ​ຢູ່ ຫວຽດນາມ. ທ່ານ​ສະ​ເໜີ​ໃຫ້​ລັດຖະບານ​ຫວຽດນາມ ຊຸກຍູ້ການປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີຂຽວ ​ແລະ ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ AZEC.

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຕ້ອນ​ຮັບລະ​ດູ​ບານ​ໃໝ່ ຢູ່​ເຈື່ອງ​ຊາ” 2024: ຂົວ​ຕໍ່​​ແຫ່ງ​ຄວາມ​ຮັກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ກັບເຂດທະ​ເລ​ໝູ່​ເກາະ” ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຕ້ອນ​ຮັບລະ​ດູ​ບານ​ໃໝ່ ຢູ່​ເຈື່ອງ​ຊາ” 2024: ຂົວ​ຕໍ່​​ແຫ່ງ​ຄວາມ​ຮັກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ກັບເຂດທະ​ເລ​ໝູ່​ເກາະ”
ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ປາໄສ​ທີ່​ການ​ຕ້ອນຮັບ, ທ່ານ ບຸ່ຍ​ແທັງ​ເຊີນ ໄດ້​ຕີ​ລາຄາ​ວ່າ ປີ 2023 ​ແມ່ນ​ປີ​ປະສົບ​ຜົນສຳ​ເລັດທີ່ພິເສດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ໄດ້ເປັນ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ 50 ປີ​ຕໍ່ໜ້າ. 2 ຝ່າຍ ​ໄດ້​ຈັດ​ຕັ້ງຜັນຂະຫຍາຍຄະນະ​ຜູ້​ແທນພົບພະແລກປ່ຽນ​ຂັ້ນ​ສູງ​ ​ແລະ ບັນດາການ​ນຳກະຊວງ​ທຸກ​ຂັ້ນ, ຂະແໜງການ, ທ້ອງ​ຖິ່ນ​ລະຫວ່າງ 2 ປະ​ເທດເກືອບ 200 ຄະນະ; ໄດ້​ຈັດ​ຕັ້ງ​ຫຼາຍ​ກວ່າ 500 ການເຄື່ອນໄຫວເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການທູດ.

ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່.

ທ່ານ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທັງເຊີນ (ຂວາ) ​ໄດ້ຕ້ອນຮັບ​ທ່ານ Komura Masahiro, ຜູ້ແທນສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ (ພາບ: ກວາງຮ່ວາ)

ທ່ານ ບຸ່ຍແທັງເຊີນ ສະເໜີວ່າ ໃນປີ 2024, ກະຊວງການຕ່າງປະເທດ 2 ປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຫັນໂຄງປະກອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ ທີ່ຫາກໍໄດ້ຍົກລະດັບ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​, ທຸກ​ຂັ້ນໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ; ບູລະນະ ​ແລະ ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະແໜງການຂອງ​ສອງ​ປະ​ເທດ.

ທ່ານ ກໍສະ​ເໜີ​ໃຫ້ ຍີ່ປຸ່ນ ສືບ​ຕໍ່​ຮ່ວມ​ມື ​ແລະ ໜຸ່ມຊ່ວຍຫວຽດນາມ ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ; ສະໜອງ ODA ຮຸ່ນ​ໃໝ່​ໃຫ້​ແກ່​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ດີ​ຈີ​ຕອນ, ສາທາລະນະສຸກ...; ປະກາດ​ວ່າ, ຫວຽດນາມ ພວມຊຸກຍູ້​ການ​ສ້າງ​ຕັ້ງ​ຄະນະ​ປະຕິບັດ​ງານ​ລັດຖະບານ ​ເພື່ອຍູ້​ແຮງ​ລະດັບຄວາມຄືບໜ້າບັນດາ​ໂຄງການຮ່ວມ​ມືການ​ລົງທຶນ, ODA ລະຫວ່າງ​ສອງ​ປະ​ເທດ...ພ້ອມ​ກັນ​ນັ້ນ, ກໍຊຸກຍູ້​ການ​ພົບປະແລກປ່ຽນ​ປະຊາຊົນ ​ໂດຍ​ຜ່ານ​ການຍູ້​ແຮງ​​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ທ່ອງ​ທ່ຽວ, ການອອກແຮງງານ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ...

ຕາມທ່ານຜູ້ແທນສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Komura Masahiro​ ແລ້ວ, ປະຈຸບັນ ວິ​ສາ​ຫະກິດ ຍີ່ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ໃນ​ການ​ເປິດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານ​ສະ​ເໜີ​ໃຫ້​ລັດຖະບານ​ຫວຽດນາມ ຊຸກຍູ້ການປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີຂຽວ ​ແລະ ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ AZEC (ປະຊາ​ຄົມ ການປ່ອຍອາຍພິດລົງເປັນ 0 ອາຊີ).

ທ່ານ Komura Masahiro ກໍ່ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອຜັນຂະຫຍາຍວຽກງານຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ. 2 ຝ່າຍ ກໍ​ຈະ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ອົງການ​ສາກົນ; ​ໄດ້​ເຫັນ​ດີ​ເປັນເອກະພາບເພີ່ມ​ທະວີ​ການ​ປະສົມປະສານ, ແບ່ງປັນຫຼັກໝັ້ນ, ຮ່ວມ​ມື​ໃນ​ບັນດາ​ບັນຫາ​ທີ່ຕ່າງຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ​.

ສົມເຟັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.