ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

09:51 | 13/03/2024

ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ) Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)
ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນ ຮ່າໂນ້ຍ ນຳໂດຍສະຫາຍ ດິງຕ໊ຽນຢຸງ, ກຳມະການກົມການເມືອງ, ເລຂາພັກນະຄອນ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ອະນຸພາບ ຕຸນາລົມ ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.

ສະຫາຍ ດິງຕ໊ຽນຢຸງ ຢືນຢັນວ່າ ຮ່າໂນ້ຍ ກໍ່ຄືຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະປະຊາຊົນ ລາວ ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

ສະຫາຍ ດິງຕ໊ຽນຢຸງ ເຂົ້າຢ້ຽມຂ່ຳນັບສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຊື່ອໝັ້ນວ່າ 2 ນະຄອນຫຼວງ ຈະນໍາສາຍພົວພັນຮ່ວມມືມິດຕະພາບກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສະໜິດຕິດພັນສັດຊື່ບໍລິສຸດທີ່ຫາຍາກ, ຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານເຊິ່ງການນໍາສອງພັກ ແລະລັດ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນການພົບປະລະຫວ່າງຄະນະຜູ້ແທນຮ່າໂນ້ຍ ນຳໂດຍສະຫາຍ ດິງຕ໊ຽນຢຸງ ແລະຄະນະຜູ້ແທນນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ອະນຸພາບ ຕຸນາລົມ.

2 ຝ່າຍໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ນະຄອນຫຼວງໃນໄລຍະຜ່ານມາ; ຢືນຢັນວ່າ, ໃນຊຸມປີຜ່ານມາ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນສອງນະຄອນຫຼວງ ຮ່າໂນ້ຍ - ວຽງຈັນ ຍາມໃດກໍ່ມານະພະຍາຍາມ ພັດທະນາການພົວພັນ ຮ່ວມມືສອງຝ່າຍຢ່າງຮອບດ້ານໃນທຸກຊ່ອງທາງ, ທຸກຂົງເຂດດ້ວຍຫຼາຍໂຄງການທີ່ແທດຈິງຢ່າງບໍ່ຢຸດຢັ້ງ.

ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສະຫາຍ ດິງຕ໊ຽນຢຸງ ໃຫ້ຮູ້ວ່າ: ນະຄອນ ຮ່າໂນ້ຍ ເອົາໃຈໃສ່ເປັນພິເສດ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນຫຼວງວຽງຈັນ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນປີ 2024. ນອກຈາກໂຄງການທຶນສຶກສາລະດັບປະລິນຍາຕີ ແລະປະລິນຍາໂທ, ນະຄອນ ຮ່າໂນ້ຍ ພ້ອມແລ້ວທີ່ຈະໜູນຊ່ວຍນະຄອນວຽງຈັນ ໃນກໍ່ສ້າງພະນັກງານການນຳ ແລະໜູນຊ່ວຍນັກສິລະປິນວຽງຈັນ ມາຮຽນອາຊີບ ແລະຝຶກງານຢູ່ບັນດາໝູ່ບ້ານຫັດຖະກຳຂອງນະຄອນຫຼວງ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.