ງານບຸນບັ້ງໄຟດອກສາກົນດ່າໜັງ - DIFF 2019 ຈະດຳເນີນໃນລະຫວ່າງວັນທີ 1 ມິຖຸນາ - 6 ກໍລະກົດ

09:07 | 27/05/2019

ຍສໝ - ງານບຸນບັ້ງໄຟດອກສາກົນດ່າໜັງ - DIFF 2019 ພາຍໃຕ້ຫົວຂໍ້ວ່າ “ບັນດາລຳແມ່ນ້ຳເລົ່າເລື່ອງ” ຈະດຳເນີນໃນລະຫວ່າງວັນທີ 1 ມິຖຸນາ ຫາ ວັນທີ 6 ກໍລະກົດ 2019; ດ້ວຍການເຂົ້າຮ່ວມຂອງ 7 ທີມສາກົນ ແລະ ທີມເຈົ້າພາບດ່າໜັງ ສສ ຫວຽດນາມ.

ງານບຸນບັ້ງໄຟດອກສາກົນດ່າໜັງ - DIFF 2019 ຈະດຳເນີນໃນລະຫວ່າງວັນທີ 1 ມິຖຸນາ - 6 ກໍລະກົດ

ງານບຸນບັ້ງໄຟດອກສາກົນດ່າໜັງ - DIFF 2019 ຈະດຳເນີນໃນລະຫວ່າງວັນທີ 1 ມິຖຸນາ - 6 ກໍລະກົດ 2019.(ພາບ:vtv.vn)

ແປດທີມເຂົ້າຮ່ວມການສະແດງທີ່ງານບຸນບັ້ງໄຟດອກສາກົນດ່າໜັງ 2019 ໃນຄັ້ງນີ້ປະກອບມີມີ: ອີຕາລີ, ຫວຽດນາມ, ລັດເຊຍ, ບຣາຊິນ, ແບນຊິກ, ແຟງລັງ, ອັງກິດ ແລະ ຈີນ ດ້ວຍແສງສີຂອງບັ້ງໄຟດອກ ແລະ ດົນຕີ; ການສະແດງຂອງແຕ່ລະທີມຈະເລົ່າເລື່ອງໃດໜຶ່ງກ່ຽວກັບບັນດາແມ່ນ້ຳ, ປະຫວັດສາດ, ວັດທະນະທຳຂອງແຕ່ລະປະເທດ, ພ້ອມກັບການດຳລົງຊີວິດຂອງປະຊາຊົນທີ່ຕິດພັນກັບແມ່ນ້ຳ. ຮອບຊີງຊະນະເລີດຈະໄດ້ດຳເນີນໃນວັນທີ 6 ກໍລະກົດ 2019 ເຊິ່ງແມ່ນການແຂ່ງຂັນລະຫວ່າງສອງທີມດີທີ່ສຸດເພື່ອຍາດເອົາແຊັມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.