HAGL Agrico ຈະ "ລົງທຶນ" 18.000 ຕື້ເຂົ້າໃນໂຄງການກະສິກໍາຢູ່ ລາວ

09:42 | 29/02/2024

ຍສໝ - HAGL Agrico, ບໍລິສັດກະສິກຳຂອງເສດຖີເງິນຕື້ ເຈີນບ໋າເຢື່ອງ ປາດຖະໜາຢາກລົງທຶນໃນໂຄງການປູກໝາກໄມ້ສົມທົບກັບການລ້ຽງງົວຢູ່ ລາວ, ດ້ວຍດ້ວຍຈຳນວນທຶນທັງໝົດ 750 ລ້ານ USD.

ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ
ຮ່າໂນ້ຍ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ຮ່ວມມື, ລົງທຶນ ຮ່າໂນ້ຍ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ຮ່ວມມື, ລົງທຶນ

ບັນດາຜູ້ຖືຫຸ້ນຂອງບໍລິສັດຫຸ້ນສ່ວນກະສິກຳສາກົນ ຮວ່າງແອງຢາລາຍ (HAGL Agrico, HNG) ໄດ້ຮັບຮອງເອົາແຜນການລົງທຶນໂຄງການກະສິກຳຢູ່ລາວ ທີ່ກອງປະຊຸມໃຫຍ່ຜູ້ຖືຫຸ້ນວິສາມັນຫວ່າງແລ້ວນີ້. ຕາມ​ນັ້ນ​ແລ້ວ, ​ໂຄງການ​ນີ້ ຈະ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ (ໝາກກ້ວຍ, ໝາກ​ມ່ວງ, ໝາກກ້ຽງໃຫຍ່, ໝາກຖົ່ວລຽນ) ສົມທົບ​ກັບ​ການ​ລ້ຽງ​ງົວ​ເຄິ່ງປ່ອຍທົ່ງຫຍ້າ, ​ງົວ​ພັນຊີ້ນ​​ ແລະ ປຸງ​ແຕ່ງ​ໝາກໄມ້...

ບໍລິສັດກະສິກຳຂອງເສດຖີເງິນຕື້ ເຈີນບ໋າເຢື່ອງ ມີແຜນຈະລົງທຶນ 18.000 ຕື້ດົ່ງ (750 ລ້ານ USD) ເຂົ້າໃນໂຄງການທີ່ກ່າວມາຂ້າງເທິງ, ໃນນັ້ນ ທຶນຮອນແມ່ນ 9.650 ຕື້, ສ່ວນເຫຼືອແມ່ນທຶນກູ້ຢືມຈາກທະນາຄານພາຍໃນ ແລະ ຕ່າງປະເທດ. ໂຄງການດັ່ງກ່າວຄາດວ່າ ຈະສ້າງສຳເລັດໃນປີ 2028, ດຳເນີນເປັນເວລາ 50 ປີ.

HAGL Agrico ຈະ

ໂຄງການກະສິກໍາຢູ່ ລາວ

ຜູ້ລົງທຶນປະຕິບັດໂຄງການ ແມ່ນບໍລິສັດການລົງທຶນ ແລະ ການຜະລິດທຸລະ​ກິດກະສິກຳພາກໃຕ້ລາວ ຈຳກັດຜູ້ດຽວ. ໃນນັ້ນ, HAGL Agrico ຈະ​ປະກອບສ່ວນ 100% ຂອງ​ທຶນຮອນ​ໂດຍ​ຜ່ານຮູບການ​ປະກອບສ່ວນ​ທຶນລະບຽບການ​ໃຫ້​ແກ່​ວິ​ສາ​ຫະກິດ​ນີ້.

​ເມື່ອນຳເຂົ້າ​ເຄື່ອນ​ໄຫວ​ນັບແຕ່​ປີ 2028, ​ໂຄງການວາງເປົ້າໝາຍ​ມີ​ລາຍ​ຮັບ 13.500 ຕື້​ດົ່ງ (550 ລ້ານ USD) ​ແລະ 2.450 ຕື້​ດົ່ງ (100 ລ້ານ USD) ​ກຳໄລໃນ​ແຕ່ລະ​ປີ.

ລາວ ຍາມ​ໃດ​ກໍ​ຮັກສາ​ທີ່​ຕັ້ງ​ອັນ​ດັບ​ໜຶ່ງ​ໃນ​ບັນດາ 80 ປະ​ເທດ ​ແລະ ເຂດແຄວ້ນທີ່​ວິ​ສາ​ຫະກິດ ​ຫວຽດນາມ ມີການລົງທຶນຢູ່ຕ່າງປະ​ເທດ. ໄລ່ຮອດ​ທ້າຍ​ປີ 2023, ຕາມ​ຂໍ້ມູນຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຍອດ​ຈຳນວນ​ທຶນຈົດທະບຽນ​ຂອງ ​ຫວຽດນາມ ເຂົ້າມາ ລາວ ບັນລຸ​ເກືອບ 5,5 ຕື້ USD. ຫວຽດນາມ ກໍ​່​ຢູ່​ໃນ top 3 ປະ​ເທດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ໃຫຍ່ທີ່ສຸດຢູ່​ປະ​ເທດ​ນີ້.

ກ່ອນໜ້ານີ້, ໃນທ້າຍປີ 2023, ສະພາບໍລິຫານບໍລິສັດ HAGL Agrico ໄດ້ຮັບຮອງການສ້າງຕັ້ງບໍລິສັດການລົງທຶນ ແລະ ການຜະລິດທຸລະກິດກະສິກຳພາກໃຕ້ລາວ ຈຳກັດຜູ້ດຽວ (Southern Laos Agri). ບໍລິສັດມີຍອດຈຳນວນທຶນຈົດທຶນປະມານ 400 ລ້ານ USD, ຂຶ້ນກັບກຳມະສິດຂອງ HAGL Agrico 100%.

ມິງດຶກ

ເຫດການ