ທ່ານປະທານປະເທດ ເລີ່ມການຂຽນເປີດປີໃໝ່ຢູ່ເຂດອະນຸສອນ ຫງວຽນຈ້າຍ

15:17 | 20/02/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປີ​ມະໂລງ 2024, ຕອນ​ເຊົ້າ​ວັນ​ທີ 18 ກຸມພາ , ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນ​ເຖືອງ ​ໄດ້​ໄປຖະຫວາຍທູບທຽນ ແລະ ​ເຂົ້າ​ຮ່ວມ​ພິທີເລີ່ມການຂຽນເປີດປີໃໝ່ຢູ່ເຂດອະນຸສອນວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ ຫງວຽນຈ້າຍ, ຢູ່ຕາ​ແສງ ຍິເຄ, ​ເມືອງ​ ເທືອງຕິນ, ນະ​ຄອນ ​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ມີ​ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ສະຫາຍ ດິງຕຽນຢູງ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ
ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານກອງປະຊຸມຄັ້ງທີ 4 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ອາຍຸການ 2021-2026 ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານກອງປະຊຸມຄັ້ງທີ 4 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ອາຍຸການ 2021-2026

ຕໍ່ໜ້າດວງວິນຍານຂອງວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ ຫງວຽນຈ້າຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນ​ເຖືອງ ພ້ອມຄະນະຜູ້ແທນ ​ໄດ້ຖະຫວາຍ ໃຕ້ທູບທຽນດ້ວຍຄວາມເຄົາລົບນັບຖື, ຫວນຄືນຄຸນງາມຄວາມດີອັນ​ໃຫຍ່​ຫຼວງ​ຂອງ​ທ່ານ ຫງວຽນຈ້າຍ, ນັກ​ບຸລຸດວັດທະນະທຳຜູ້ມີຊື່ສຽງພົ້ົ້ນເດັ່ນຍອດຍ້ຽມ, ນັກແນວຄິດເກີນຍຸກສະໄໝ, ນັກການເມືອງ, ນັກຍຸດທະສາດການທະຫານ, ນັກການທູດທີ່ເກັ່ງກ້າ.

ທ່ານປະທານປະເທດ ເລີ່ມການຂຽນເປີດປີໃໝ່ຢູ່ເຂດອະນຸສອນ ຫງວຽນຈ້າຍ

ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນ​ເຖືອງ ​ໄດ້​ໄປຖະຫວາຍທູບທຽນ ແລະ ​ເຂົ້າ​ຮ່ວມ​ພິທີເລີ່ມການຂຽນເປີດປີໃໝ່ 2024 ຢູ່ເຂດອະນຸສອນວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ ຫງວຽນຈ້າຍ

​ໃນ​ການຂຽນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ຍາມໃດກໍ່ຈະ​ລະນຶກ​ເຖິງ​ຄຳ​ສັ່ງ​ສອນ​ຂອງ​ວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໂລກ ຫງວຽນຈ້າຍ “ການ​ກະທຳເມດຕາປານີດ້ວຍການຮັກສາຄວາມສະຫງົບສຸກທົ່ວ​ປວງ​ຊົນ”, ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ກັບ​ບັນດາສະຫາຍ​ການ​ນຳ​ພັກ ​ແລະ ລັດ ເປັນຈິດໜຶ່ງໃຈດຽວຮັບໃຊ້ປະຊາຊົນ, ສ້າງພື້ນຖານສັນຕິສຸກຊົ່ວກາລະນານ.

ທ່ານ​ປະທານ​ປະ​ເທດ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່ມການຂຽນເປີດປີໃໝ່ດ້ວຍ​ຫົວ​ຂໍ້​ວ່າ: ນະຄອນຫຼວງ ​ຮ່າ​ໂນ້ຍ: “ອະລິຍະທຳ - ສີວິໄລ - ທັນ​ສະ​ໄໝ” ​ແລະ ປະຕິບັດພິທີເລີ່ມການຂຽນເປີດປີໃໝ່. ການເລີ່ມການຂຽນເປີດປີໃໝ່ ທີ່ໄດ້​ຮັບ​ການ​ຮັກສາ​ໄວ້ມາ​ແຕ່​ດົນ​ນານ​ຄື​ຄວາມ​ງາມ​ດ້ານ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ ຫວຽດນາມ. ພິທີເລີ່ມການຂຽນເປີດປີໃໝ່ ແມ່ນ​ຈຸດ​ວັດທະນະທຳ​ທີ່​ສວຍ​ງາມ​ຂອງ​ດິນ​ແດນ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ ເທືອງຕິນ ດ້ວຍ​ຮີດຄອງ​ປະ​ເພນີ​ທີ່​ມີມູນເຊື້ອຢາກຮຽນຮູ້, ການສຶກສາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ເປັນ​ສັນຍານ​ເພື່ອ​ຊຸກຍູ້, ລະດົມບັນດາ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ໃນ​ທ້ອງ​ຖິ່ນ ຊຸກຍູ້​ການ​ຮ່ຳຮຽນ, ​ແຂ່ງຂັນອອກແຮງ​ງານ, ທຳການ​ຜະລິດ. ບັນດາຕົວອັນສອນທີ່ຂຽນ​ທຳ​ອິດ​ຂອງ​ປີ​ໃໝ່​ ມັກ​ຈະຂຽນຄຳ​ອວຍ​ພອນໃຫ້ມີແຕ່​ສິ່ງ​ທີ່​ດີ, ຄວາມໂຊກ​ດີ, ຄວາມ​ຜາ​ສຸກ, ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ຂອງ​ຊາວ ​ຫວຽດນາມ ​ໃນ​ການເຄົາລົບນັບຖືຄູບາອາຈານ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ຂອງຊາວ ຫວຽດນາມ, ຍຸ້ແຮງວຽກງານສົ່ງເສີມການສຶກສາ, ສົ່ງເສີມຄົນເກັ່ງ, ປະກອບສ່ວນ​ຊຸກຍູ້ຈິດໃຈຢາກຮຽນຮູ້, ກໍ່ສ້າງ​ປັນຍາ​ຊົນ​ ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.