ຮ່າ​ໂນ້ຍ ຕ້ອນຮັບ​ປີ​ໃໝ່ 2024 ​ດ້ວຍ​ການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ

16:24 | 10/02/2024

ຍສໝ - ລາຍການສະແດງດັ່ງກ່າວໄດ້ນຳເອົາເທບນິຍາຍ ໂຕມັງກອນທີ່ສັກສິດໄດ້ເຕົ້າໂຮມຢູ່ເມືອງຫຼວງຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ສະຫງ່າລາສີ. ດຣອນ 2024 ລຳ ດ້ວຍຫຼາຍສີສັນທີ່ແຕກຕ່າງກັນ ໄດ້ສ້າງຮູບພາບທີ່ສວຍງາມທີ່ສຸດຂອງ ທັງລອງ - ຮ່າໂນ້ຍ.

ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024 ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024
ບັນຍາກາດຄຶກຄື້ນເພື່ອສະເຫຼີມສະຫຼອງປີມັງກອນທົ່ວໂລກ ບັນຍາກາດຄຶກຄື້ນເພື່ອສະເຫຼີມສະຫຼອງປີມັງກອນທົ່ວໂລກ

ຢູ່ນະຄອນຫຼວງ ຮ່າໂນ້ຍ, ລາຍການສະແດງແສງສີສິລະປະ ດ້ວຍເຄື່ອງບິນບໍ່ມີຄົນຂັບ (ດຣອນ - drone) ຈຳນວນ 2024 ລຳ ໄດ້ດຳເນີນໃນຕອນກາງຄືນວັນທີ 9 ກຸມພາ - ເຊິ່ງເປັນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ດ້ວຍຫົວຂໍ້ “ເມືອງຫຼວງ - ປະຫວັດສາດນັບພັນປີ” ໄດ້ສ້າງຄວາມຈັບອົກຈັບໃຈໃຫ້ແກ່ປະຊາຊົນ.

ລາຍການສະແດງດັ່ງກ່າວໄດ້ນຳເອົາເທບນິຍາຍ ໂຕມັງກອນທີ່ສັກສິດໄດ້ເຕົ້າໂຮມຢູ່ເມືອງຫຼວງຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ສະຫງ່າລາສີ. ດຣອນ 2024 ລຳ ດ້ວຍຫຼາຍສີສັນທີ່ແຕກຕ່າງກັນ ໄດ້ສ້າງຮູບພາບທີ່ສວຍງາມທີ່ສຸດຂອງ ທັງລອງ - ຮ່າໂນ້ຍ. ຈຸດພົ້ນເດັ່ນຂອງລາຍການສະແດງດຣອນດັ່ງກ່າວ ແມ່ນຮູບໂຕມັງກອນສະໄໝລາດຊະວົງ ຫຼີ, ເຊິ່ງຕາງໜ້າໃຫ້ຄຸນນະທາດອັນສູງສົ່ງ, ພູມປັນຍາ ແລະ ນ້ຳໃຈອຸ້ມຊູຊ່ວຍເຫຼືອ, ແມ່ນສັນຍາລັກທີ່ສັກສິດຕິດພັນກັບຊາດ ຫວຽດນາມ. ເອື້ອຍ ຫງວຽນແທງເຮືອງ, ປະຊາຊົນນະຄອນ ຮ່າໂນ້ຍ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

ຮ່າ​ໂນ້ຍ ຕ້ອນຮັບ​ປີ​ໃໝ່ 2024 ​ດ້ວຍ​ການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ

“ຂ້າພະເຈົ້າຮູ້ສຶກວ່າ ກ່ອນຈະຮັບຊົມລາຍການນີ້ແມ່ນຕື່ນເຕັ້ນຫຼາຍ, ເພາະວ່ານີ້ແມ່ນລາຍການທີ່ມີຄວາມໝາຍ ແລະ ອາລັງການຫຼາຍ. ອີກຢ່າງ, ຂ້າພະເຈົ້າກໍ່ຍັງບໍ່ຮູ້ວ່າມັນຈະໄດ້ສະແດງຄືແນວໃດ. ແຕ່ເມື່ອໄດ້ຮັບຊົມລາຍການນີ້ກັບຕາແລ້ວ ຈຶ່ງເຫັນໄດ້ເຖິງຄວາມອາລັງການຂອງການສະແດງນີ້. ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນຮູບພາບໂຕມັງກອນບິນຂຶ້ນ ທ້ອງຟ້າພ້ອມດ້ວຍແຖວໜັງສື ອວຍພອນປີໃໝ່, ຊົມເຊີຍວັນສ້າງຕັ້ງພັກ, ຕ້ອນຮັບລະດູບານໃໝ່. ລາຍການນີ້ ມີຄວາມໝາຍທີ່ສຸດ ແລະ ນຳມາເຊິ່ງຄວາມຫວັງຄວາມເບີກບານມ່ວນຊື່ນ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນໃນປີໃໝ່ນີ້”.

ພາຍຫຼັງລາຍການສະແດງດຣອນນັ້ນ ແມ່ນການຍິງບັ້ງໄຟດອກໄລຍະສູງ ທີ່ແກ່ຍາວເປັນເວລາ 15 ນາທີ, ຕ້ອນຮັບບຸນປີໃໝ່ປີມະໂລງ 2024.

ຢູ່ກາເມົາ ແລະ ນະຄອນ ໂຮ່ຈີມິນ ທ້ອງຟ້າມີຄວາມສະຫວ່າງສະໄຫວ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍແສງສີຂອງການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເຊັ່ນດຽວກັນ.

ຮ່າ​ໂນ້ຍ ຕ້ອນຮັບ​ປີ​ໃໝ່ 2024 ​ດ້ວຍ​ການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ

ຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024, ປະຊາຊົນມີຄວາມຫວັງວ່າ ປີໃໝ່ນີ້ ຈະມີຄວາມກ້າວໜ້າທີ່ໜ້າຊື່ນຊົມຫຼາຍຢ່າງ, ໂດຍສະເພະແມ່ນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ ສົ່ງອອກໃນໄລຍະຜ່ານມາ. ປະຊາຊົນປາດຖະໜາວ່າ ເສດຖະກິດຂອງປະເທດຊາດຈະສືບຕໍ່ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ວິສາຫະກິດດຳເນີນທຸລະກິດໄດ້ເປັນຢ່າງດີ, ກຳມະກອນມີວຽກເຮັດງານທຳທີ່ຖາວອນ.

ເຫດການ
302 Found

Found

The document has moved here.