ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນ 3 ຂົງເຂດທີສຳຄັນ

19:06 | 26/01/2024

ຍສໝ - ວັນ​ທີ 25 ມັງກອນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jose Fernandez, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບການ​ເຕີບ​ໂຕ​ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ພະລັງງານ ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023 ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023
ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເພື່ອສືບ​ຕໍ່ຫັນ ແລະ ຜັນ​ຂະ​ຫຍາຍລະອຽດ​ບັນ​ດາ​ຂໍ້​ຕົກ​ລົງຂອງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃນ​ການໄປຢ້ຽມຢາມ ​ຫວຽດ​ນາມ ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ໃນ​ເດືອນ ກັນຍາ 2023 ໃຫ້ປະກົດຜົນເປັນຈິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້ສະເໜີທ່ານຮອງລັດຖະມົນຕີ ສືບຕໍ່ຊຸກຍູ້ຝ່າຍ ອາເມລິກາ ພິຈາລະນາຢ່າງຮີບດ່ວນ ເພື່ອຮັບຮອງ ຫວຽດນາມ ກໍ່ມີພື້ນຖານເສດຖະກິດທ້ອງຕະຫຼາດ ແລະ ຍົກເລີກບັນດາຂໍ້ຈຳກັດທີ່ກ່ຽວຂ້ອງເຖິງການສົ່ງອອກເຕັກໂນໂລຢີສູງໃຫ້ແກ່ ຫວຽດນາມ; ສືບຕໍ່ເປີດກວ້າງ ແລະ ລົງເລິກການຮ່ວມມືໃນທຸກຂົງເຂດຕາມຈິດໃຈຜົນປະໂຫຍດທີ່ກົມກຽວກັນ, ຄວາມສ່ຽງແບ່ງປັນ, ໃນນັ້ນ ມີບັນດາຂົງເຂດໃໝ່, ມີລັກສະນະເປັນບຸກທະລຸ, ຄືນະວັດຕະກຳ, ປັນຍາປະດິດ, ການຮ່ວມມືກ່ຽວກັບບັນດາການສະໜອງ, ການຫັນເປັນສີຂຽວ ແລະ ພິເສດແມ່ນການຊຸກຍູ້ການຮ່ວມມືກ່ຽວກັບບັນດາການສະໜອງທາດເຄິ່ງຊັກນຳໄຟຟ້າ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ກໍໄດ້ສະເໜີໃຫ້ ອາເມລິກາ ຕັ້ງໜ້າໜູນຊ່ວຍຫວຽດນາມ ຍົກສູງຄວາມສາມາດເຂົ້າຮ່ວມຂອບເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອຄວາມຈະເລີນຮຸ່ງເຮືອງ (IPEF) ທີ່ພວມສືບຕໍ່ເຈລະຈາ; ຜັນ​ຂະຫຍາຍ​ຂອບ​ເຂດການ​ພົວພັນຄູ່​ຮ່ວມ​ມື​ການ​ຫັນປ່ຽນ​ພະລັງງານ​ຍຸດຕິ​ທຳ (JETP) ໜູນ​ຊ່ວຍ ຫວຽດນາມ ປະຕິບັດເປົ້າ​ໝາຍ​ການປ່ອຍອາຍພິດລົງເປັນ "0" ໃນ​ປີ 2050, ພິ​ເສດ​ແມ່ນ​ດ້ານ​ການ​ເງິນ, ຖ່າຍທອດເຕັກໂນໂລຢີ, ຍົກສູງຄວາມສາມາດ, ບົນ​ພື້ນຖານທີ່ເໝາະສົມກັບ​ເງື່ອນ​ໄຂ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ໃຫ້ຮູ້ວ່າ ການ​ຢ້ຽມຢາມ​ເພື່ອ​ສືບຕໍ່ຫັນເປັນລະອຽດ, ຊຸກຍູ້​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ; ແຈ້ງຂ່າວຜົນການເຮັດວຽກກັບບັນດາກະຊວງ, ຂະແໜງການກ່ຽວກັບເນື້ອໃນນີ້ໃນການຢ້ຽມຢາມ.

ທ່ານ​ ໃຫ້ຮູ້ວ່າ ຝ່າຍອາ​ເມ​ລິ​ກາ ພວມສືບ​ຕໍ່​ພິຈາລະນາ, ​ແກ້​ໄຂ​ບັນດາບັນຫາ​ທີ່​ທ່ານ​ນາຍົກລັດຖະມົນຕີ ໄດ້ຍົກ​ອອກທີ່ກ່ຽວຂ້ອງກັບລະບຽບການ​ເສດຖະກິດທ້ອງ​ຕະຫຼາດ ແລະ ຂໍ້​ຈຳກັດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີສູງຢ່າງຕັ້ງໜ້າ.

ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນ 3 ຂົງເຂດທີສຳຄັນ

ທ່ານ Jose Fernandez ໃຫ້ຮູ້ວ່າ ອາ​ເມ​ລິ​ກາ ກໍຈະສືບ​ຕໍ່​ໜູນ​ຊ່ວຍ​ເພື່ອພັດທະນາ​ລະບົບ​ນິ​ເວດເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫັນປ່ຽນ​ພະລັງງານ​ສະອາດ ​ແລະ ​ແຮ່​ທາດ​ທີ່​ຈຳ​ເປັນ.

​ໂດຍ​ຊີ້​ແຈ້ງວ່າ ຕ້ອງ​ໝູນໃຊ້ໂອກາດຈົນສຸດຄວາມສາມາດໃນ​ປະຈຸ​ບັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ແລະ ຕີ​ລາຄາ​ສູງ​ຈິດ​ໃຈເລີ່ມດຳເນີນທຸລະກິດຢູ່​ຫວຽດນາມ, ທ່ານ Jose Fernandez ​ເນັ້ນ​ໜັກ​ວ່າ ຕ້ອງ​ເສີມຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດເຄິ່ງຊັກນຳໄຟຟ້າຢ່າງວ່ອງໄວ. ອາ​ເມ​ລິ​ກາ ກໍຈະສືບ​ຕໍ່​ໜູນ​ຊ່ວຍ​ເພື່ອພັດທະນາ​ລະບົບ​ນິ​ເວດເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ, ​ໃນ​ນັ້ນ ມີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຊຸກຍູ້​ການ​ຄ້າເຄິ່ງຊັກນຳໄຟຟ້າ.

ຝ່າຍ ​ອາ​ເມ​ລິ​ກາ ກໍຈະຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫັນປ່ຽນ​ພະລັງງານ​ສະອາດ ​ແລະ ​ແຮ່​ທາດ​ທີ່​ຈຳ​ເປັນ. ຕີ​ລາຄາ​ສູງຄຳ​ໝັ້ນໝາຍຂອງ​ ຫວຽດນາມ ກ່ຽວກັບການຫຼຸດການປ່ອຍອາຍພິດລົງ, ທ່ານ​ໃຫ້ຮູ້ວ່າ ໂດຍຜ່ານ​ການ​ສົນທະນາ​ກັບ​ທ່ານ, ມີ​ວິ​ສາ​ຫະກິດ​ ອາ​ເມ​ລິ​ກາ 15 ​ແຫ່ງ​ພວມ​ປາດສະໜາລົງທຶນເຂົ້າໃນ ຫວຽດນາມ ຢ່າງຮີບດ່ວນ ດ້ວຍປະມານ 8 ຕື້ USD ໃນ​ຂົງ​ເຂດ​ພະລັງງານ​ສະອາດ, ສະເໜີ ຫວຽດນາມ ສືບຕໍ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງກັບຂັ້ນຕອນນິຕິກຳ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ສະ​ເໜີ​ໃຫ້​ອົງການໂອ້ລົມເຈລະຈາ​ລະຫວ່າງ 2 ຝ່າຍ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ເສດຖະກິດ​ທີ່​ສຳຄັນ​ດັ່ງກ່າວ.

ໂດຍສະແດງຄວາມຊົມເຊີຍບັນດາ​ຂໍ້​ສະ​ເໜີ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ຫວຽດນາມ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍໂຄງການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ 50.000 – 100.000 ຄົນໃຫ້​ແກ່ຂົງເຂດເຄິ່ງຊັກນຳໄຟຟ້າ; ສຳເລັດພື້ນຖານນິຕິກຳ (ສະບັບປັບປຸງກົດໝາຍວ່າດ້ວຍໄຟຟ້າ) ກັບຂົງເຂດພະລັງງານທົດແທນ; ສຳເລັດບັນດາແຜນຜັງໃນຂົງເຂດດິນທີ່ຫາຍາກ; ຜ່ານ​ນັ້ນ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ, ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ສະ​ເພາະ, ຊຸກຍູ້​ການ​ຮ່ວມ​ມື, ພັດທະນາ​ໃນ 3 ຂົງ​ເຂດ​ດັ່ງກ່າວ.

ໂດຍຕີລາຄາສູງສານສະເໝີຕົ້ນສະເໝີປາຍຂອງ ອາເມລິກາ ທີ່ສະໜັບສະໜູນ ຫວຽດນາມ "ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ", ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ ອາ​ເມ​ລິ​ກາ ຜັນຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຕາມທິດນັບມື້ນັບແທດ​ຈິງ, ກ້າວເຂົ້າສູ່ລວງເລິກ, ໝັ້ນຄົງ​ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບລະບຽບການດ້ານການເມືອງກັນ; ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມໝັ້ນຄົງ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.